ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ກ່ຽວກັບ​ການ​ພັດທະນາ​ ແລວ​ທາງ​ເສດຖະກິດ​ ບັນດາ​ປະ​ເທດ​ລຸ່ມ​ແມ່ນ້ຳຂອງຄັ້ງທີ 3 PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນສຸກທີ່ 01 ກໍລິກົດ 2011 ເວລາ 12: 51

ກອງປະຊຸມເວທີປຶກສາຫາລື ກ່ຽວກັບການພັດທະນາແລວ ທາງເສດຖະກິດ ໃນບັນດາປະເທດລຸ່ມແມ່ນ້ຳຂອງ GMS ຄັ້ງທີ 3 ໄດ້ຈັດຂຶ້ນ ໃນວັນທີ 30 ມິຖຸນາ 2011 ນີ້ທີ່ໂຮງແຮມດອນຈັນພາເລດ ໂດຍການເປັນປະທານກ່າວເປີດຂອງທ່ານນາງ ເຂັມແພງ ພົນເສນາ ລັດຖະມົນຕີ ປະຈຳຫ້ອງວ່າການລັດຖະບານ. ຊຶ່ງມີບັນດາລັດຖະມົນຕີຈາກບັນດາປະເທດ GMS, ຮອງປະທານ ທະນາຄານພັດທະນາອາຊີ, ເຈົ້າຫນ້າທີ່ອາວຸໂສ ຂອງບັນດາປະເທດ GMS ແລະ ຂອງທະນາຄານພັດທະນາອາຊີ, ບັນດາຜູ້ ຕາງຫນ້າຂອງອົງການຂະແຫນງການທີ່ກ່ຽວຂ້ອງຂອງ ສປປ ລາວ, ຜູ້ຕາງຫນ້າຈາກພາກເອກະຊົນ, ຜູ້ຕາງຫນ້າອົງການຄູ່ຮ່ວມ ພັດທະນາລວມທັງຫມົດປະມານ 200 ກວ່າທ່ານ.


ກອງປະຊຸມເວທີແລວທາງເສດຖະກິດຄັ້ງທີ 3 ແມ່ນສ້າງຄວາມເຂັ້ມແຂງໃຫ້ແກ່ເສັ້ນທາງສູ່ຄວາມກ້າວຫນ້າທີ່ຍືນຍົງໃນອະນຸພາກພື້ນແມ່ນ້ຳຂອງ, ຈະເປັນການສັງລວມ ເອົາຄຳແນະນຳຕ່າງໆ ທີ່ຖືກຈັດເປັນບຸລິມະສິດ ເພື່ອສ້າງເປັນແຜນຈັດຕັ້ງປະຕິບັດຕົວຈິງ ແນໃສ່ເພີ່ມທະວີ ການພັດທະນາ ບັນດາ ແລວທາງພາກພື້ນ GMS ເປັນຕົ້ນແມ່ນສັງລວມຈາກຜົນຂອງກອງປະຊຸມວິຊາການ ສະເພາະສອງຄັ້ງທີ່ໄດ້ຈັດຂຶ້ນ ໃນໄລຍະ ຜ່ານມາຄື: ກອງປະຊຸມວິຊາການສະເພາະແລວທາງເສດຖະກິດຕອນໃຕ້ ທີ່ພະນົມເປັນ, ປະເທດກຳປູເຈຍ ໃນເດືອນມິຖຸນາ 2011 ແລະ ກອງປະຊຸມວິຊາການສະເພາະແລວທາງເສດຖະກິດເຫນືອ - ໃຕ້ ທີ່ຄຸນຫມິງ ສປ ຈີນ ໃນເດືອນພຶດສະພາ 2011.

ຜ່ານດິນແດນຂອງ ສປປ ລາວ ມີສອງແລວທາງຄື: ແລວທາງເສດຖະກິດຕາເວັນອອກ - ຕາເວັນຕົກ (EWEC) ຫລື ເສັ້ນທາງເລກ 9 ທີ່ເລີ່ມຈາກດານັງ ປະເທດຫວຽດນາມ ຜ່ານແຂວງສະຫວັນນະເຂດ ສປປ ລາວ ເຂົ້າສູ່ແຂວງມຸກດາຫານ ຂອງປະເທດໄທ ແລະ ເລີຍໄປສູ່ຝັ່ງທະເລອັນດາມັນ ທີ່ປະເທດມຽນມາ ແລະ ແລວທາງເສດຖະກິດເຫນືອ-ໃຕ້ (NSEC) ປະກອບດ້ວຍ 3 ເສັ້ນທາງທີ່ສຳຄັນ ທີ່ເຊື່ອມຕໍ່ເຂດສູນກາງປະຊາກອນ ແລະ ເສດຖະກິດທີ່ສຳຄັນຂອງອະນຸພາກພື້ນຄື:

 

1. ຈາກຄຸນຫມິງ - ຊຽງຣາຍ - ບາງກອກ ຜ່ານແຂວງຫລວງນ້ຳທາ ແລະ ແຂວງບໍ່ແກ້ວ ສປປ ລາວ ຫລື ຜ່ານມຽນມາ ທີ່ເອີ້ນວ່າ ແລວທາງຍ່ອຍ ພາກຕາເວັນຕົກ,

2. ເສັ້ນທາງຄຸນຫມິງ - ຮ່າໂນ້ຍ​ - ຮ່າຍຟອງ ເອີ້ນວ່າ: ແລວທາງຍ່ອຍພາກກາງ ແລະ

3. ເສັ້ນທາງນານຫນິງ - ຮ່າໂນ້ຍ ເອີ້ນວ່າແລວທາງພາກຕາເວັນອອກ. ສ່ວນແລວທາງເສດຖະກິດ GMS ຕອນໃຕ້ແມ່ນເສັ້ນ ທາງເຊື່ອມຕໍ່ລະຫວ່າງ ປະເທດຫວຽດນາມ - ກຳປູເຈຍ - ປະເທດໄທ. ສ່ວນ ສປປ ລາວ ແມ່ນອາໄສເສັ້ນທາງເລກທີ 13 ໃຕ້ ເລີ່ມແຕ່ແຂວງສະຫວັນນະເຂດລົງໄປ.

LAST_UPDATED2