ມອບ-ຮັບໜ້າທີ່ ລັດຖະມົນຕີ ວ່າການກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນຈັນທີ່ 18 ກໍລິກົດ 2011 ເວລາ 08: 29

(​ໂດຍ​ປະ​ຕິ​ບັດ ຕາມ​ມະຕິ​ຄຳ​ສັ່ງ​ ຂອງ​ກອງ​ປະ​ຊຸ​ມຄັ້ງ​ປະຖົມມະ​ເລີກ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ວ່າ​ດ້ວຍ​ການ​ຮັບຮອງ​ເອົາ​ໂຄງ​ປະກອບ​ກົງຈັກ​ລັດຖະບານ​ສະ​​ໄຫມທີ VII ​ແລະ ອິງ​ຕາມ​ ລັດຖະດຳ ລັດຂອງ​ປະທານ​ປະ​ເທດ ສ ປ ປ ລາວ ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ພະນັກງານ​ການ​ນຳ​ຂັ້ນ​ສູງ​ຮັບ​ໜ້າ​ທີ່​ໃຫມ່) ອົງການ​ ຊັບພະຍາກອນ​ນ້ຳ ​ແລະ ສິ່ງ​ແວດ​ລ້ອມ​ ໄດ້​ຈັດ​ພິທິຮັບ​ໜ້າ​ທີ ລະຫວ່າງ ທ່ານ​ ນ.​ເຂັມ​ແພງ ພົນ​ເສນາ, ລັດຖະມົນ​ຕີ​ ປະຈຳ​ສຳນັກງານ​ນາ​ຍົກ, ຫົວໜ້າ ອົງການ ​ຊັບພະຍາກອນ​ນ້ຳ ​ແລະ ສິ່ງ​ແວດ​ລ້ອມ ​ແລະ ທ່ານ ນູລິນ ສິນບັນດິດ, ລັດຖະມົນຕີ​ວ່າການ​ ກະຊວງ​ ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ພາຍ​ໃນວັນ​ທີ 15 ກໍລະກົດ 2011 ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​  ທ່ານ ທອງ​ສິງ ທຳ​ມະ​ວົງ,  ກຳມະການກົມ​ການ​ເມືອງ​ສູນກາງ​ພັກ, ​ນາຍົກ​ລັດຖະມົນຕີ, ນອກ​ນັ້ນຍັງ​ມີ ລັດຖະມົນຕີ​ວ່າການ, ລັດຖະມົນຕີ​ຊ່ວຍ​, ຜູ້ຕາງໜ້າ​ຈາກ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ຫ້ອງ​ວ່າການ​ລັດຖະບານ ​ແລະ ບັນດາ​ພະນັກງານ​ການ​ນຳ​ຫຼັກ​ແຫຼ່ງ​ ຈາກ ອົງການ​ ຊັບພະຍາກອນ​ນ້ຳ ​ແລະ ສິ່ງ​ແວດ​ລ້ອມ.

 

​ໃນ​ພິທີ​ດັ່ງ​ກ່າວ ທ່ານ ນ. ​ເຂັມ​ແພງ ພົນ​ເສນາ ກໍ​ໄດ້​ຂື້ນ​ລາຍ​ງານ​ການ​ຊີີ້ນຳ​-ນຳພາ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ ອົງ​ການ​ ຊັບພະຍາກອນ​ນ້ຳ ​ແລະ ສິ່ງ​ແວດ​ລ້ອມ ​ໃນ​ໄລຍະ 4 ປີຜ່ານ​ມາ​ ທັງ​ດ້ານ​ດີ ​ແລະ ດ້ານ​ທີ່​ຕ້ອງ​ໄດ້ສືບຕໍ່​ເອົາ​ໃຈ​ໃສ່​ແກ້​ໄຂ​ໃນ​ຕໍ່ໜ້າ. ຈາກນັ້ນ​ ທ່ານ​ນາ​ຍົກ​ລັດຖະມົນຕີ​ ກໍ່​ໄດ້​ໃຫ້​ກຽດ​ໂອ້​ລົມ ​ແລະ ​ໃຫ້​ຄຳ​ໂອວາດ​ໃນ​ການ​ສຶບຕໍ່​ປະຕິບັດ​ໜ້າ​ທີ່ການ​ເມືອງ ​ແລະ ຄວາມ​ຮັບຜິດຊອບ​ໂດຍ​ຫັນ​ເອົາ 4 ບຸກ​ທະລຸໃຫ້​ເປັນ​ແຜນການ ​ແລະ ​ແຜນ​ງານ​ອັນ​ລະອຽດ ​ແນໃສ່​ເພື່ອ​ເຮັດ​ຫຼ້ອນ​ໜ້າ​ທີ່​ການ​ເມືອງ​ໃຫ້​ສົມ​ກັບ​ການ​ໄວ້​ເນື້ອ​ເຊື່ອ​ໃຈ ຂອງ​ພັກ​ຂອງ​ລັດ​ມອບ​ໝາຍ ​ແລະ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງານ​ໄລຍະ​ໃຫມ່.

​ໃນ​ຕອນ​ທ້າຍ ທ່ານ​ ນູລິນ ສິນ​ບັນ​ດິດ, ລັດຖະມົນ​ຕີ ວ່າການ​ກະຊວງ​ ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ກໍ່​ໄດ້​ຂື້ນກ່າວ​ຮັບ​ໜ້າ​ທີ່​ໃຫມ່ ພ້ອ​ມທັງ​ໃຫ້​ຄຳ​ຫມັ້ນສັນຍາ​ວ່າ ຈະ​ສຸມທຸກ​ສະຕິ​ປັນຍາ ​ແລະ ​ເຫື່ອ​ແຮງ​ຂອງ​ຕົນ​ໃນ​ການ​ຊີ້​ນຳ-​ນຳພາ ກະຊວງ​ ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​​ແວດ​ລ້ອມ​ ໃຫ້​ປະຕິບັດ​ຕາມ​ພາລະ​ບົດບາດ​ຂອງ​ຕົນ ດ້ວຍຄວາມ​ເອົາ​ໃຈ​ໃສ່ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງານ​ໃນ​ໄລຍະ​ໃຫມ່ ​ແລະ ຕັ້ງໜ້າ​ປະກອບ​ສ່ວນ​ເຂົ້າ​​ໃນ​ການຈັດຕັ້ງ​ພັນ​ຂະຫຍາຍ​ມະຕິ​ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ່ IX ຂອງ​ພັກກໍ​ຄື ​ແຜນ​ພັດ​ທະນາ​ເສດຖະກິດ-​ສັງຄົມ 5 ປີ ຄັ້ງ​ທີ VII​ ​ໃຫ້​ບັນລຸ​ຜົນສຳ​ເລັດ​ເປັນ​ກ້າວໆ.

LAST_UPDATED2