ພິທີມອບ-ຮັບ ວຽກງານ ອົງການ ທີ່ດີນແຫ່ງຊາດ ໄປຂື້ນກັບ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນຈັນທີ່ 01 ສິງຫາ 2011 ເວລາ 08: 39

ພິທີ​ມອບ-​ຮັບ​ໜ້າ​ທີ່ ລະຫວ່າງ ທ່ານ ຄຳ​ອ້ວນ​ ບຸບຜາ, ລັດຖະມົນຕີ​ປະຈຳ​ສຳນັກງານ​ນາ ຍົກລັດຖະມົນຕີ, ຫົວໜ້າ​ອົງການ​ຄຸ້ມ​ຄອງ​ທີ່​ດິນ​ແຫ່ງ​ຊາດ ​ແລະ ທ່ານ ນູລິນ ສິນ​ບັນດິດ, ລັດຖະມົນຕີ​ວ່າການ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຈັດ​ຂຶ້ນ​ໃນວັນ​ທີ 29 ກໍລະກົດ 2011 ທີ່ຫ້ອງວ່າ ການລັດຖະບານ ​ໂດຍ​ການ​ໃຫ້​ກຽດ​ເຂົ້າຮ່ວມ​ຂອງ ທ່ານ ອາຊາ​ງ ລາວ​ລີ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ ທັງເປັນປະທານ ຄະນະປັບປຸງກົງຈັກລັດຖະບານ ມີ​ບັນດາ​ພະນັກງານ​ຂັ້ນສູງ​ທີ່​ກ່ຽວຂ້ອງ ເຂົ້າຮ່ວມ​ເປັນ​ສັກຂີ​ພິຍານ.

​ໃນ​ພິທີ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ນີ້ ທ່ານ ຄຳ​ອ້ວນ ບຸບຜາ ​ໄດ້​ຂຶ້ນລາຍ​ງານ​ການຈັດຕັ້ງປະຕິບັດ​ວຽກ​ງານ​ຂອງ​ອົງການ​ຄຸ້ມ​ຄອງ​ທີ່​ດິນ​ ແຫ່ງ​ຊາດ​ ຕະຫລອດ​ໄລ ຍະ​ຜ່ານ​ມາ ອັນ​ພົ້ນ​ເດັ່ນ​ແມ່ນ​ວຽກ​ງານ​ເກັບ​ກຳ​ຂໍ້​ມູນ​ຈາກ​ທີ່​ດິນ, ການ​ສຳ​ຫລວດ​ຈັດ​ສັນ​ທີ່​ດິນ, ການ​ອອກ​ໃບ​ຕາດິນ, ການ​ກວດກາ​ການ​ນຳ​ໃຊ້​ທີ່​ດິນ, ວຽກ​ງານ ​ຄຸ້ມ​ຄອງ-ບໍລິຫານ​ທີ່​ດິນ ​ແລະ ອື່ນໆ. ສິ່ງ​ສຳຄັນ​ແມ່ນ​ການ​ຜັນ​ຂະຫຍາຍ​ທິດ​ນຳ, ນະ​ໂຍບາຍ​ຂອງ​ພັກ-ລັດຖະບານ​ໃນ​ການ​ຄຸ້ມ​ຄອງ​ທີ່​ດິນ, ການ​ປົກ​ປັກ​ຮັກສາ ​ແລະ ນຳ​ໃຊ້​ທີ່​ດິນ​ໃຫ້​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ, ຮັບປະກັນ​ບໍ່​ໃຫ້​ເກີດ​ຜົນ​ກະທົບ​ດ້ານ​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ.

 

ດັ່ງນັ້ນ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ບັນດາ ​ທ່າ​ແຮງ​ບົ່ມ​ຊ້ອນ ​ໃນ​ດ້ານ​ຊັບພະຍາກອນ​ທຳ​ມະ​ຊາດ, ນຳ​ໃຊ້​ກຳລັງ​ແຮງ​ສັງ​ລວມ​ເຂົ້າ​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ ​ເພື່ອ​​ໃຫ້ ບັນ​ຄາດໝາຍທີ່​ວາງ ​ໄວ້​ໃນ​ມະຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງທີ IX ຂອງ​ພັກ ​ແລະ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 7 ​ໃຫ້​ບັນລຸ​ຕາມ​ລະດັບ​ຄາດໝາຍ​ ​ໂດຍ​ສະ​ເພາະ​ແມ່ນ ​ບຸກທະລຸ​ ໃນ​ຂົງ​ເຂດ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ​ລັດຖະບານ​ຈຶ່ງ​ໄດ້​ຕົກລົງ​ໂອນ​ວຽກ​ງານ​ທີ່​ດິນ​ໄປຮວມກັບ ກະຊວງ​ຊັບພະຍາກອນ ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ໂດຍ​ມີທ່ານ ນູລິນ ສິນ​ບັນດິດ ​ເປັນລັດຖະມົນຕີ​ວ່າການ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ກະຊວງ​ໃໝ່​ນີ້ ​ໄດ້​ນຳ​ໃຊ້​ຫລາຍ​ຮູບ​ການ, ຫລາຍ​ ວິທີ​ການ ​ແລະ ກຳລັງ​ແຮງ​ປະກອບສ່ວນ ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ.

​ໃນ​ຕອນ​ທ້າຍ​ຂອງ​ພິທີ ທ່ານ ອາຊາ​ງ ລາວ​ລີ ​ໄດ້​ໃຫ້​ກຽດ​ໂອ້​ລົມ ​ໂດຍທ່ານ​ໄດ້​ຮຽກຮ້ອງ​ໃຫ້ການ​ນຳ​ທຸກຂັ້ນ ຂອງ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ທີ່​ສ້າງຕັ້ງ​ໃໝ່ ​ເອົາ​​ໃຈ​ໃສ່​ຊີ້ນຳ-ນຳພາ ພະນັກງານ, ວິຊາ​ການ​ທຸກຂັ້ນ​ເຄື່ອນ​ໄຫວ​ວຽກ​ງານ​ຢ່າງ​ຕັ້ງໜ້າ ​ເພາະວ່າ​ວຽກ​ງານ​ວິຊາ​ສະ​ເພາະ​ໄດ້​ກວມ​ເອົາ​ ຫລາຍ​ຂົງ​ເຂດ ​ແຕ່​ວຽກ​ງານ​ສ່ວນ​ໃຫຍ່ ກໍ​ຍັງ​ແມ່ນ​ວຽກ​ງານ​ຂອງ​ອົງການ​ຊັບພະຍາກອນ​ນ້ຳ ​ແລະ ສິ່ງ​ແວດ​ລ້ອມ, ນອກ​ນີ້ ຍັງ​ມີ​ບາງ​ວຽກ​ທີ່​ໂອນ​ມາ​ຈາກ​ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ກະຊວງ​ພະລັງງານ​ບໍ່​ແຮ່ ​ແລະ ອົງການ​ຄຸ້ມ​ຄອງ​ທີ່​ດິນ​ແຫ່ງ​ຊາດ. ດັ່ງນັ້ນ ບັນຫາ​ຮີບ​ດ່ວນ​ແມ່ນ​ຕ້ອງ​ຄົ້ນຄວ້າ​ກຳນົດ​ພາລະ ​ບົດບາດ​ໜ້າ​ທີ່ ​ໃຫ້​ຖືກຕ້ອງ​​ເໝາະສົມ ສາມາດ​ເປັນ​ເສນາ​ທິການ​ໃຫ້​ລັດຖະບານ​ຢ່າງ​ເຕັມ​ສ່ວນ ພ້ອມ​ນີ້ ກໍ​ຕ້ອງ​ກຳນົດ​ຢ່າງ​ຈະ​ແຈ້ງ​ ກ່ຽວ​ກັບ​ພາລະ​ບົດບາດ, ໜ້າ​ທີ່ ​ແລະ ສິດ​ຂອງ​ກົງຈັກ​ຊ່ວຍ​ວຽກ​ຂັ້ນກົມ ​ໂດຍ​ສະ​ເພາະ​ແມ່ນ​ກົມ​ທີ່​ຍົກຍ້າຍ​ໂອນ​ມາ​ໃໝ່

LAST_UPDATED2