|
ຝົນຟ້າຄະນອງຈະມີທ່າອ່ຽງເພີ່ມຂຶ້ນ ແລະ ຕົກໜັກບາງທ້ອງຖິ່ນ |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນອັງຄານທີ່ 02 ສິງຫາ 2011 ເວລາ 07: 32 |
|
(ຂປລ): ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ໃນໄລຍະທີ 3-5/8/2011 ໄດ້ມີຝົນຟ້າຄະ ນອງ ໃນລະດັບຄ່ອຍ ຫາປານກາງ ເປັນສ່ວນ ຫລາຍ ແລະ ຕົກໜັກຢູ່ບາງທ້ອງຖິ່ນເຂດພາກກາງ ໂດຍສະເພາະ ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ. ແນວໃດກໍຕາມໃນໄລຍະແຕ່ວັນທີ 6-9/8/2011 ສະພາບ ຝົນຕົກຟ້າຄະນອງ ຍັງຈະມີທ່າອ່ຽງເພີ່ມຂຶ້ນ ແລະ ຈະມີຝົນຕົກໃນລະດັບປານກາງຫາຕົກໜັກ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ ຊຶ່ງອາດຈະສົ່ງຜົນ ໃຫ້ເກີດໄພ ນ້ຳຖ້ວມ, ດິນຖະຫລົ່ມ ຈຶ່ງແຈ້ງເຕືອນໃຫ້ປະຊາຊົນ ມີສະຕິລະວັງຕົວ.
ສຳລັບການຄາດຄະເນທ່າອ່ຽງອຸນຫະພູມ ແລະ ປະລິມານນ້ຳຝົນ ໃນໜຶ່ງອາທິດຕໍ່ໜ້າ ພາກເໜືອ ດ້ານຕາເວັນອອກ ອຸນຫະພູມຕ່ຳສຸດ 18 ອົງສາ ແລະ ສູງສຸດ 20 ອົງສາ, ພາກເໜືອດ້ານຕາເວັນຕົກ 21-22 ອົງສາ, ນະຄອນຫລວງວຽງຈັນ ແລະ ພາກກາງ 23-24 ອົງສາ, ພາກໃຕ້ 23-25 ອົງສາ, ສ່ວນເຂດເມືອງປາກ ຊ່ອງ 15-16 ອົງສາ.
ກົມອຸຕຸນິຍົມລາຍງານຕື່ມວ່າ: ໃນໜຶ່ງອາທິດທີ່ຜ່ານມາ 27/7/-2/8/2011 ລົມພະຍຸນົກເຕັນ ຫົວທີ 8 ໄດ້ກໍ່ຕົວຂຶ້ນຢູ່ມະຫາສະໝຸດປາຊີຟິກ ເຄື່ອຕົວຜ່ານປະ ເທດຟີລິບປິນ ເຂົ້າສູ່ທະເລຈີນໃຕ້ ແລະ ໄດ້ເຄື່ອເຂົ້າສູ່ ປະເທດລາວ ໃນເວລາ 1:00 ໂມງຂອງວັນທີ 31/7/2011 ໄດ້ພັດຜ່ານເຂົ້າສູ່ແຂວງບໍລິຄຳໄຊ ເຮັດໃຫ້ມີ ຝົນຟ້າ ຄະນອງໃນບໍລິເວນກວ້າງ, ຕົກໜັກ ແລະ ມີລົມແຮງ ຢູ່ແຂວງພາກເໜືອຫາພາກກາງ.
ຈາກສະພາບຝົນຕົກໜັກຕິດຕໍ່ກັນ ເຮັດໃຫ້ຫລາຍເຂດຢູ່ນະຄອນຫລວງວຽງຈັນ ເກີດມີນ້ຳອັ່ງຖ້ວມ ແລະ ລະດັບນ້ຳເຊບັ້ງໄຟ ເຂດເມືອງມະຫາໄຊ ແລະ ເຊບັ້ງໄຟຕອນລຸ່ມ ຂຶ້ນກາຍຂີດອັນຕະລາຍ./. |
|
LAST_UPDATED2 |