ມອບ-ຮັບຂະແໜງທໍລະນີສາດ ຂຶ້ນກັບກະຊວງໃໝ່ PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນຈັນທີ່ 15 ສິງຫາ 2011 ເວລາ 14: 40

 

ພິ­ທີ​ເຊັນ​ບົດ​ບັນ­ທຶກ​ການ​ມອບ-ຮັບ​ຂະ­ແໜງ​ທໍ­ລະ­ນີ​ສາດ ລະ­ຫວ່າງ​ກະ­ຊວງ​ພະ­ລັງ­ງານ  ແລະ ບໍ່​ແຮ່ ແລະ ກະ­ຊວງ​ຊັບ​ພະ­ຍາ ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ສິງ ຫາ 2011 ທີ່​ກົມ​ທໍ­ລະ­ນີ​ສາດ ລະ­ຫວ່າງ​ທ່ານ ສຸ​ລິ​ວົງ ດາ­ລາ​ວົງ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ແລະ ທ່ານ ນູ​ລິນ ສິນ​ບັນ­ດິດ ລັດ­ຖະ­ມົນ­ຕີ​ວ່າ­ການ​ ກະ­ຊວງ ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ໂດຍ​ມີ​ຫົວ­ໜ້າ​ກົມ ຮອງ​ກົມ ພະ­ນັກ­ງານ ວິ­ຊາ​ການ ແລະ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

 

ທ່ານ ສຸ​ລິ​ວົງ ດາ­ລາ​ວົງ ໄດ້​ກ່າວ​ວ່າ: ເພື່ອ​ເຮັດ​ໃຫ້​ເນື້ອ​ໃນ​ຈິດ­ໃຈ​ມະ­ຕິ​ຕົກ­ລົງ​ຂອງ​ສະ­ພາ​ແຫ່ງ​ຊາດ ແລະ ຄຳ​ສັ່ງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຖືກ­ຕ້ອງ​ທັນ​ເວ­ລາ ແລະ ເປັນ​ເອ­ກະ​ພາບ​ກັນ​ລະ­ຫວ່າງ 2 ຂະ­ແໜງ­ການ ກະ­ຊວງ ພະ­ລັງ­ງານ ແລະ ບໍ່​ແຮ່ ກັບ ​ກະ­ຊວງ​ ຊັບ­ພະ­ຍາ­ກອນ ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ຈຶ່ງ​ໄດ້​ຮ່ວມ​ກັນ ​ເຮັດ​ບົດ​ບັນ­ທຶກ ​ມອບ-ຮັບ​ ວຽກ​ທັງ​ໝົດ​ຂອງ​ຂະ­ແໜງ­ການ​ ທໍ­ລະ­ນີ​ສາດ ຊຶ່ງ​ຂະ­ແໜງ​ດັ່ງ­ກ່າວ ​ປະ­ກອບ​ດ້ວຍ ​ກົມ​ທໍ­ລະ­ນີ​ສາດ ແລະ ກົງ­ຈັກ​ຊ່ວຍ​ວຽກ​ຈຳ­ນວນ 4 ພະ​ແນກ ບໍ­ລິ­ຫານ-ວິ­ຊາ​ການ ແລະ ມີ 2 ກອງ​ວິ­ຊາ​ການ​ສຳ​ຫຼວດ​ທໍ­ລະ­ນີ​ສາດ ໃນ​ນັ້ນ​ມີ 1 ກອງ​ສຳ​ຫຼວດ ເຮັດ​ການ​ຮ່ວມ​ມື​ກັບ​ຕ່າງ­ປະ­ເທດ ເຊິ່ງ​ກະ­ຊວງ ​ພະ­ລັງ­ງານ ແລະ ບໍ່​ແຮ່ ຂໍ​ມອບ​ວຽກ​ງານ​ທັງ​ໝົດ​ ຂອງ​ຂະ­ແໜງ ​ທໍ­ລະ­ນີ​ສາດ ໃຫ້​ແກ່ ​ກະຊວງ ​ຊັບ­ພະ­ຍາ­ກອນ ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ມີ 2 ວຽກ​ໃຫຍ່ ຄື: ວຽກ​ງານ​ຄຸ້ມ​ຄອງ​ປົກ​ປັກ​ຮັກ­ສາ​ຊັບ­ພະ­ຍາ­ກອນ​ແຮ່​ທາດ ໂດຍ​ທົ່ວ​ໄປ ແລະ ວຽກ​ງານ​ສຳ​ຫຼວດ​ຂໍ້​ມູນ​ພື້ນ­ຖານ ແລະ ປະ​ເມີນ​ປະ­ລິ­ມານ​ສະ​ສົມ.

ທ່ານ ນູລິນ ສິນ​ບັນ­ດິດ ໄດ້​ກ່າວ​ວ່າ ຈະ​ສືບ­ຕໍ່​ຊຸກ­ຍູ້​ສະ­ໜັບ­ສະ­ໜູນ​ໃນ​ການ​ປະ­ຕິ­ບັດ​ວຽກ​ງານ​ດັ່ງ­ກ່າວ​ຢ່າງ ​ຕັ້ງ­ໜ້າ ເພື່ອ​ໃຫ້​ມີ​ຜົນ­ສຳ­ເລັດ ແລະ ມີ​ປະ­ສິດ­ທິ­ພາບ​ສູງ​ຂຶ້ນ​ກ່ວ​າ​ເກົ່າ.

LAST_UPDATED2