ທ່ານເລຂາທິການໃຫຍ່ ເນັ້ນ 6 ບັນຫາ ໃຫ້ຄະນະລັດຖະບານຊຸດໃໝ່ PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນພຸດທີ່ 17 ສິງຫາ 2011 ເວລາ 11: 56

 

ຕອນ​ເຊົ້າ​ວັນ​ທີ 15 ສິງ­ຫາ 2011 ນີ້ ທ່ານ ຈູມ​ມາ­ລີ ໄຊ​ຍະ​ສອນ ເລ­ຂາ­ທິ­ການ​ໃຫຍ່​ຄະ­ນະ​ບໍ­ລິ­ຫານ​ສູນ​ກາງ​ພັກ ປະ­ທານ​ປະ­ເທດ ແຫ່ງ ສປປ ລາວ ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມ ແລະ ໂອ້​ລົມ​ຕໍ່​ກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະ­ລຶກ​ຂອງ​ຄະ­ນະ​ລັດ­ຖະ­ບານ ຊຸດ​ທີ VII ທີ່​ຫ້ອງ​ປະ­ຊຸມ​ຄະ­ນະ​ລັດ­ຖະ­ບານ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ທອງ​ສິງ ທຳ​ມະ​ວົງ ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ນາ­ຍົກ­ລັດ­ຖະ­ມົນ­ຕີ ໂດຍ​ມີ​ບັນ­ດາ​ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ວ່າ­ການ ຊ່ວຍ​ວ່າ­ການ ແລະ ຫົວ­ໜ້າ ຮອງ​ຫົວ­ໜ້າ ອົງ­ການ​ທຽບ​ເທົ່າ ເຂົ້າ​ຮ່ວມ.

ໃນ​ພິ­ທີ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຕາງ­ໜ້າ​ໃຫ້​ຄະ­ນະ​ລັດ­ຖະ­ບານ​ຊຸດ​ໃໝ່ ໄດ້​ຂຶ້ນ​ລາຍ​ງານ​ໂດຍ​ຫຍໍ້​ກ່ຽວ​ກັບ​ໜາກ​ຜົນ​ການ​ປະ­ຕິ­ບັດ​ງານ​ຂອງ​ຄະ­ນະ​ ລັດ­ຖະ­ບານ​ຊຸດ​ກ່ອນ (ຊຸດ​ທີ VI) ແລະ ໜ້າ­ທີ່​ສະ­ເພາະ​ໜ້າ​ຂອງ​ຄະ­ນະ​ລັດ­ຖະ­ບານ​ຊຸດ​ໃໝ່ ເຊິ່ງ​ເຫັນ​ວ່າ ຄະ­ນະ​ລັດ­ຖະ­ບານ​ຊຸດ​ທີ VI ຫຼັງ​ຈາກ​ໄດ້​ຮັບ​ການ​ແຕ່ງ­ຕັ້ງ​ຈາກ​ປະ­ທານ​ປະ­ເທດ ກໍ​ໄດ້​ເຄື່ອນ​ໄຫວ​ບໍ­ລິ­ຫານ​ວຽກ​ງານ​ຢ່າງ​ຕັ້ງ­ໜ້າ ເປັນ​ລະ­ບົບ​ຕະ­ຫຼອດ​ມາ ເຖິງ​ວ່າ​ສະ­ພາບ​ການ​ຂອງ​ໂລກ ແລະ ພາກ​ພື້ນ​ຈະ​ມີ​ການ​ຜັນ​ແປ​ຢ່າງ​ສັບ­ສົນ​ໄວ­ວາ ແລະ ມີ​ສິ່ງ​ທ້າ​ທາຍ​ທົດ​ສອບ​ຫຼາຍ​ປະ­ການ ແຕ່​ດ້ວຍ​ຄວາມ​ບຸກ​ບືນ​ສູ້​ຊົນ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ແລະ ບັນ­ດາ​ຊັ້ນ​ຄົນ ກໍ​ຄື​ການ​ຊີ້​ນຳ-ນຳ­ພາ​ຂອງ​ພັກ ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ​ຂອງ​ບັນ­ດາ​ກະ­ຊວງ ແລະ ອົງ­ການ​ລັດ­ຖະ­ບານ ພາຍ​ໃຕ້​ການ​ຊີ້​ນຳ​ຢ່າງ​ໃກ້­ຊິດ​ເປັນ​ປະ­ຈຳ​ຂອງ​ກົມ​ການ­ເມືອງ​ສູນ​ກາງ​ພັກ ປະ­ເທດ​ຊາດ​ຂອງ​ພວກ​ເຮົາ​ສືບ­ຕໍ່​ມີ​ສະ­ຖຽນ​ລະ​ພາບ​ທາງ​ດ້ານ​ການ­ເມືອງ​ຢ່າງ ​ໜັກ​ແໜ້ນ ມີ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ດ້ານ​ສັງ­ຄົມ ເສດ­ຖະ­ກິດ-ວັດ­ທະ­ນະ­ທຳ​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ ແລະ ບັນ­ລຸ​ຄາດ­ໝາຍ​ທີ່​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ VIII ຂອງ​ພັກ ແລະ ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ແຫ່ງ​ຊາດ ຄັ້ງ​ທີ VI ກຳ­ນົດ​ໄວ້ ບົດ­ບາດ​ອິດ​ທິ​ພົນ​ຂອງ ສປປ ລາວ ພົ້ນ​ເດັ່ນ​ຂຶ້ນ​ໃນ​ເວ­ທີ​ສາ­ກົນ.

ຄຽງ​ຄູ່​ກັບ​ຜົນ­ສຳ­ເລັດ​ທີ່​ຍາດ​ມາ​ໄດ້​ນັ້ນ ຍັງ​ມີ​ຈຸດ​ອ່ອນ​ຂໍ້­ຄົງ­ຄ້າງ​ຈຳ­ນວນ​ໜຶ່ງ ເຊິ່ງ​ມັນ​ເລັ່ງ​ທວງ​ໃຫ້​ລັດ­ຖະ­ບານ​ຊຸດ​ໃໝ່ ຕ້ອງ​ເພີ່ມ​ທະ­ວີ​ຄວາມ​ຮັບ­ຜິດ­ຊອບ​ໃນ​ການ​ປະ­ຕິ­ບັດ​ພາ­ລະ​ບົດ­ບາດ​ຂອງ​ຕົນ ​ດ້ວຍ​ຄວາມ​ບຸກ​ບືນ​ກ່ວ​າ​ເກົ່າ ເພື່ອ​ຈັດ​ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ພັກ ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ 5 ປີ ຄັ້ງ​ທີ VII ກໍ​ຄື​ການ​ສ້າງ​ບາດ­ກ້າວ​ບຸກ​ທະ­ລຸ​ທັງ 4 ດ້ານ​ທີ່​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ ໄດ້​ວາງ​ອອກ.

ກ່ຽວ​ກັບ​ໜ້າ­ທີ່​ຈຸດ​ສຸມ​ຂອງ​ຄະ­ນະ​ລັດ­ຖະ­ບານ​ຊຸດ​ໃໝ່ ລັດ­ຖະ­ບານ​ໄດ້​ວາງ​ນະ­ໂຍ­ບາຍ "ເພີ່ມ​ທະ­ວີ​ຄວາມ​ສັກ­ສິດ ແລະ ປະ​ສິດ­ທິ​ຜົນ​ໃນ​ການ​ບໍ­ລິ­ຫານ ແລະ ຄຸ້ມ​ຄອງ​ລັດ-ສັງ­ຄົມ ເພື່ອ​ເຮັດ​ແນວ­ໃດ​ຈຶ່ງ​ຈະ​ສ້າງ​ບາດ­ກ້າວ​ບຸກ​ທະ­ລຸ​ອັນ​ໜັກ​ແໜ້ນ ໃນ​ການ​ນຳ­ພາ​ປະ­ເທດ​ຊາດ ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ຖາ­ນະ​ພາບ​ຂອງ​ປະ­ເທດ​ດ້ອຍ​ພັດ­ທະ­ນາ ໃນ​ປີ 2020 ສຳ­ເລັດ​ເປົ້າ​ໝາຍ​ສະ­ຫັດ​ສະ​ວັດ​ດ້ານ​ການ​ພັດ­ທະ­ນາ ໃນ​ປີ 2015 ແລະ ເຮັດ​ແນວ­ໃດ​ຈຶ່ງ​ຈະ​ຈັດ​ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ ແຫ່ງ​ຊາດ 5 ປີ ຄັ້ງ​ທີ 7 ຢ່າງ​ມີ​ໄຊ ນີ້​ແມ່ນ​ໜ້າ­ທີ່​ສະ­ເພາະ​ໜ້າ ແລະ ຄວາມ​ຮັບ­ຜິດ­ຊອບ​ໂດຍ​ກົງ​ຂອງ​ລັດ­ຖະ­ບານ​ຊຸດ​ທີ VII ທີ່​ຈະ​ຕ້ອງ​ພ້ອມ​ກັນ​ປະ­ຕິ­ບັດ​ໃຫ້​ປະ­ກົດ​ຜົນ​ເປັນ​ຈິງ.

ເພື່ອ​ເຮັດ​ໃຫ້ 4 ຈຸດ­ໝາຍ​ລວມ​ທີ່​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ ວາງ​ອອກ ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໃຫ້​ເປັນ​ຈິງ ລັດ­ຖະ­ບານ​ໄດ້​ກຳ­ນົດ 6 ແຜນ​ງານ​ຈຸດ​ສຸມ.

ເພື່ອ​ເປັນ​ພື້ນ­ຖານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຈຸດ​ສຸມ​ໃນ 5 ປີ​ຕໍ່­ໜ້າ​ຂອງ​ຄະ­ນະ​ລັດ­ຖະ­ບານ​ຊຸດ​ໃໝ່ ໃນ​ກອງ​ປະ­ຊຸມ​ນີ້ ທ່ານ ຈູມ​ມາ­ລີ ໄຊ​ຍະ​ສອນ ຕາງ­ໜ້າ​ໃຫ້​ກົມ​ການ­ເມືອງ​ສູນ​ກາງ​ພັກ ໄດ້​ໃຫ້​ກຽດ​ໂອ້​ລົມ ໂດຍ​ທ່ານ​ໄດ້​ເນັ້ນ​ໜັກ​ຫຼາຍ​ບັນ­ຫາ ໂດຍ​ສະ­ເພາະ 6 ບັນ­ຫາ​ທີ່​ລັດ­ຖະ­ບານ​ຊຸດ​ໃໝ່ ຈະ​ຕ້ອງ​ໄດ້​ສຸມ​ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ໃຫ້​ບັນ­ລຸ​ຜົນ­ສຳ­ເລັດ​ຄື:

ໜຶ່ງ: ດ້ານ ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ ຕ້ອງ​ຊຸກ­ຍູ້​ສົ່ງ­ເສີມ​ການ​ຜະ­ລິດ​ເປັນ​ສິນ­ຄ້າ ໂດຍ​ອີງ­ໃສ່​ທ່າ­ແຮງ​ຂອງ​ແຕ່​ລະ​ທ້ອງ­ຖິ່ນ ແກ້​ໄຂ​ລະ­ບອບ​ລະ­ບຽບ​ທີ່​ເປັນ​ການ​ກົດ​ໜ່ວງ​ຂອງ​ການ​ຈໍ​ລະ​ຈອນ​ສິນ­ຄ້າ ເອົາ­ໃຈ­ໃສ່​ປັບ­ປຸງ​ເສດ­ຖະ­ກິດ​ຂອງ​ລັດ ແກ້​ໄຂ​ປະ­ກົດ​ການ​ຫຍໍ້­ທໍ້​ຢູ່​ໃນ​ຂົງ­ເຂດ​ດັ່ງ­ກ່າວ ເພີ່ມ​ທະ­ວີ​ການ​ຂົນ­ຂວາຍ​ຍາດ​ແຍ່ງ​ເອົາ​ການ​ລົງ­ທຶນ​ຈາກ​ຕ່າງ­ປະ­ເທດ​ລົງ​ ໃສ່​ຂົງ­ເຂດ​ຕ່າງໆ​ທີ່​ມີ​ທ່າ­ແຮງ​ໃຫ້​ຫຼາຍ​ຂຶ້ນ ເພື່ອ​ຫຼຸດ­ຜ່ອນ​ການ​ກູ້​ຢືມ​ເງິນ​ຈາກ​ຕ່າງ­ປະ­ເທດ

ສອງ: ດ້ານ ​ການ​ແກ້​ໄຂ​ຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ ລັດ­ຖະ­ບານ​ຕ້ອງ​ມີ​ນະ­ໂຍ­ບາຍ​ລະ­ອຽດ​ຄື: ຕ້ອງ​ສ້າງ​ຄວາມ​ຮູ້​ໃຫ້​ປະ­ຊາ­ຊົນ ຕ້ອງ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ​ເພື່ອ​ຮັບ­ປະ­ກັນ​ການ​ດຳ­ລົງ​ຊີ­ວິດ​ຂອງ​ ປະ­ຊາ­ຊົນ ສ້າງ​ເງື່ອນ­ໄຂ​ອັນ​ສະ­ດວກ​ໃຫ້​ເຂົາ­ເຈົ້າ​ມີ​ພື້ນ​ທີ່​ທຳ​ການ​ຜະ­ລິດ ຕ້ອງ​ມີ​ການ­ຈັດ­ຕັ້ງ​ນຳ­ພາ​ສົ່ງ­ເສີມ​ການ​ຜະ­ລິດ​ເປັນ​ສິນ­ຄ້າ ຈັດ​ສັນ​ແຫຼ່ງ​ທຶນ​ໃຫ້​ເໝາະ​ສົມ ຕ້ອງ​ກຳ­ນົດ​ຈຸດ​ສຸມ​ເຂດ​ພັດ­ທະ­ນາ ໂດຍ​ສຸມ​ໃສ່​ເຂດ​ຊົນ­ນະ­ບົດ ແລະ ເຂດ​ວິ­ລະ​ຊົນ ສຸມ​ໃສ່​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະ­ຊາ­ຊົນ​ຫຼາຍ​ຂຶ້ນ ປັບ­ປຸງ​ການ​ຂຸດ​ຄົ້ນ​ລາຍ​ຮັບ ແກ້​ໄຂ​ປະ­ກົດ​ການ​ຫຍໍ້­ທໍ້ ກຳ­ຈັດ​ປັດ​ເປົ່າ​ການ​ສໍ້​ໂກງ ແກ້​ໄຂ​ໜີ້​ສິນ​ຄຸມ​ເຄືອ​ຍາວ​ນານ ເຊີດ​ຊູ​ສະ­ຕິ ແລະ ຄວາມ​ເຂັ້ມ​ງວດ ຄົ້ນ​ຄ້ວ​າ​ການ​ລົງ­ທຶນ​ໃດ​ໜຶ່ງ​ໃຫ້​ຈະ­ແຈ້ງ ອັນ​ໃດ​ຢູ່​ໃນ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ສູນ​ກາງ ແລະ ທ້ອງ­ຖິ່ນ ແລະ ສັງ­ຄົມ​ມີ​ສ່ວນ​ຮ່ວມ​ຕັ້ງ­ໜ້າ​ປະ­ຕິ­ບັດ​ເສດ­ຖະ­ກິດ​ກົນ​ໄກ​ຕະ­ຫຼາດ ໃຫ້​ຢຸດ­ຕິ​ການ​ອະ­ນຸ­ຍາດ​ນັກ​ລົງ­ທຶນ​ສຳ​ປະ­ທານ​ຂຸດ​ຄົ້ນ​ແຮ່ ແລະ ການ​ສົ່ງ​ໄມ້​ທ່ອນ​ອອກ​ຕ່າງ­ປະ­ເທດ ທີ່​ມີ​ຜົນ​ກະ­ທົບ​ຕໍ່​ສິ່ງ­ແວ­ດລ້ອມ​ອັນ​ຍາວ​ນານ ພ້ອມ​ນີ້​ການ​ລົງ­ທຶນ​ໂຄງ­ການ​ປູກ​ຢາງ­ພາ­ລາ ກໍ​ຄວນ​ໂຈະ ເພາະ​ປູກ​ໄປ​ຫຼາຍ​ແລ້ວ​ຢ້ານ​ແຮງ​ງານ​ເກັບ​ກູ້​ຜົນ​ຜະ­ລິດ​ໃນ­ຕໍ່­ໜ້າ​ບໍ່​ ພຽງ­ພໍ ແລະ ບັນ­ຫາ​ໜຶ່ງ​ອີກ ມີ​ຜົນ​ກະ­ທົບ​ຕໍ່​ເນື້ອ­ທີ່​ທຳ​ການ​ຜະ­ລິດ​ຂອງ​ປະ­ຊາ­ຊົນ​ຢູ່​ແຕ່​ລະ​ ທ້ອງ­ຖິ່ນ ໃຫ້​ຫັນ​ມາ​ປູກ​ພືດ​ອັນ​ໃດ​ທີ່​ແກ້​ໄຂ​ຄວາມ­ທຸກ​ຍາກ​ໄດ້​ໄວ​ກ່ວ​າ ແລະ ໄດ້​ຫຼາຍ​ກ່ວ​າ ເປັນ­ຕົ້ນ ປູກ​ມັນ­ຕົ້ນ ສາ­ລີ ອ້ອຍ ແລະ ອື່ນໆ ອັນ​ມີ​ລາຍ​ຮັບ​ໄວ​ຕໍ່​ປະ­ຊາ­ຊົນ ສືບ­ຕໍ່​ກຳ­ຈັດ​ໄພ​ວ່າງ​ງານ ໄພ​ເງິນ​ເຟີ້ ປັບ­ປຸງ​ທະ­ນາ­ຄານ​ໃຫ້​ເຂັ້ມ­ແຂງ ເອົາ­ໃຈ­ໃສ່​ຄຸ້ມ​ຄອງ​ການ​ລົງ­ທຶນ​ຂອງ​ລັດ ແລະ ແກ້​ໄຂ​ບັນ­ຫາ​ການ​ນຳ​ເຂົ້າ​ລົດ​ມື​ສອງ​ຈາກ​ຕ່າງ­ປະ­ເທດ ຖ້າ​ເປັນ​ໄປ​ໄດ້​ໃຫ້​ຢຸດ ເພາະ​ປັດ­ຈຸ­ບັນ​ການ​ເພີ່ມ​ຂຶ້ນ​ຂອງ​ລົດ​ຢູ່​ປະ­ເທດ​ເຮົາ​ນັບ​ມື້​ຫຼາຍ​ຂຶ້ນ ອັນ​ມີ​ຜົນ​ກະ­ທົບ​ຕໍ່​ການ​ສັນ­ຈອນ ແລະ ບັນ­ຫາ​ນ້ຳ­ມັນ

ສາມ: ລັດ­ຖະ­ບານ ​ຕ້ອງ​ເອົາ­ໃຈ­ໃສ່​ພັດ­ທະ­ນາ​ວັດ­ທະ­ນະ­ທຳ-ສັງ­ຄົມ ຄຽງ​ຄູ່​ກັບ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ ສ້າງ​ສະ­ພາບ​ສັງ­ຄົມ​ໃຫ້​ມີ​ຄວາມ​ສະ­ຫງົບ​ປອດ​ໄສ ແລະ ອື່ນໆ ເພື່ອ​ຍົກ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ນັບ​ມື້​ດີ​ຂຶ້ນ ບໍ່​ໃຫ້​ມີ​ການ​ແຕກ​ໂຕນ​ຫຼາຍ​ລາຍ​ຮັບ​ລະ­ຫວ່າງ ຜູ້​ຮັ່ງ ແລະ ຜູ້​ທຸກ

ສີ່: ເພີ່ມ ​ທະ­ວີ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ເພື່ອ​ເຮັດ​ໃຫ້​ປະ­ເທດ​ເຮົາ​ມີ​ຄວາມ​ສະ­ຫງົບ ການ​ແກ້​ໄຂ​ປະ­ກົດ​ການ​ຫຍໍໍ້​ທໍ້​ໃນ​ສັງ­ຄົມ​ຕ້ອງ​ມີ​ມາດ​ຕະ­ການ​ລະ­ອຽດ ສືບ­ຕໍ່​ເຮັດ​ວຽກ​ງານ​ຮາກ​ຖານ​ເປັນ​ປະ­ຈຳ ປົກ­ກະ­ຕິ​ເພື່ອ​ບັນ­ລຸ 4 ເນື້ອ​ໃນ 4 ຄາດ­ໝາຍ ໂດຍ​ຫັນ​ເອົາ​ພະ­ນັກ­ງານ​ວິ­ຊາ​ການ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ­ມາດ​ຢູ່​ແຕ່​ລະ ​ຂະ­ແໜງ­ການ ລົງ​ໄປ​ພັດ­ທະ­ນາ​ຢູ່​ທ້ອງ­ຖິ່ນ ປັບ­ປຸງ​ກຳ­ລັງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ​ໃຫ້​ໜັກ​ແໜ້ນ​ເຂັ້ມ­ແຂງ ແລະ ເປັນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ­ຊາ­ຊົນ

ຫ້າ: ສືບ­ຕໍ່ ​ບຸກ​ບືນ​ການ​ຮ່ວມ​ມື​ກັບ​ບັນ­ດາ​ປະ­ເທດ​ພາຍ​ນອກ ໂດຍ​ສະ­ເພາະ​ໃຫ້​ເອົາ­ໃຈ­ໃສ່​ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ກັບ​ປະ­ເທດ​ເພື່ອນ​ ມິດ​ຍຸດ​ທະ​ສາດ ແລະ

ຫົກ: ລັດ­ຖະ­ບານ​ຕ້ອງ​ເອົາ­ໃຈ­ໃສ່​ ປັບ­ປຸງ​ແກ້​ໄຂ​ເອົາ​ພະ­ນັກ­ງານ​ບັນ­ຈຸ​ເຂົ້າ​ແຕ່​ລະ​ຕຳ­ແໜ່ງ​ບໍ­ລິ­ຫານ​ລັດ ​ໃຫ້​ເໝາະ​ສົມ​ກັບ​ສະ­ພາບ​ໃນ​ປັດ­ຈຸ­ບັນ ເອົາ­ໃຈ­ໃສ່​ປັບ­ປຸງ​ການ​ເຮັດ​ວຽກ​ໃຫ້​ໄປ​ຕາມ​ກົນ​ໄກ ແລະ ໃຫ້​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ການ​ບໍ­ລິ­ການ​ດ້ວຍ​ລະ­ບົບ​ປະ­ຕູ​ດຽວ ເພື່ອ​ໃຫ້­ການ​ບໍ­ລິ­ການ​ວ່ອງ­ໄວ​ທັນ​ເວ­ລາ ພ້ອມ​ກັນ​ກໍ​ຕ້ອງ​ແກ້​ໄຂ​ບັນ­ດາ​ຂອດ​ການ​ສວຍ​ໃຊ້​ໂອ­ກາດ​ໜ້າ­ທີ່​ຕຳ­ແໜ່ງ​ ເຮັດ​ແນວ​ບໍ່​ຖືກ­ຕ້ອງ.

ກ່ອນ​ໜ້າ​ນີ້ ໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ ຄະ­ນະ​ລັດ­ຖະ­ບານ​ຊຸດ​ທີ VII ນຳ​ໂດຍ​ທ່ານ ທອງ​ສິງ ທຳ​ມະ​ວົງ ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ນາ­ຍົກ­ລັດ­ຖະ­ມົນ­ຕີ ຍັງ​ໄດ້​ເຂົ້າ​ວາງ​ພວງ­ມາ­ລາ​ທີ່​ອະ­ນຸ­ສາ­ວະ­ລີ​ນັກ­ຮົບ​ນິ­ລະ­ນາມ (ດາວ​ແດງ) ຕໍ່­ໜ້າ​ເດີ່ນ​ສະ­ພາ​ແຫ່ງ​ຊາດ ເພື່ອ​ລະ­ນຶກ​ເຖິງ​ຄຸນ­ງາມ­ຄວາມ­ດີ​ຂອງ​ນັກ­ຮົບ​ປະ­ຕິ­ວັດ ຜູ້​ທີ່​ເສຍ­ສະ­ຫຼະ​ຊີ­ວິດ ແລະ ເລືອດ​ເນື້ອ ເພື່ອ​ຊາດ ເພື່ອ​ປະ­ຊາ­ຊົນ ໃນ​ການ​ຕໍ່­ສູ້​ກູ້​ຊາດ ຍາດ​ເອົາ​ເອ­ກະ­ລາດ ອະ­ທິ­ປະ​ໄຕ ມາ­ສູ່​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ.

LAST_UPDATED2