ເລີ່ມປ່ອຍນ້ຳອອກຈາກເຂື່ອນໄຟຟ້ານ້ຳງື່ມ I PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນຈັນທີ່ 22 ສິງຫາ 2011 ເວລາ 08: 28


(ຂປລ): ຍ້ອນວ່າໃນອາທິດຜ່ານມາ ແຂວງວຽງຈັນ ໄດ້ຮັບພາຍຸລົມມໍລະສຸມພັດຜ່ານ ເຮັດໃຫ້ມີຝົນຕົກໜັກຫລາຍວັນຕິດຕໍ່ກັນ, ເຮັດໃຫ້ປະລິມານນ້ຳຕາມ ສາຂາຕ່າງໆ ໄຫລລົງໃສ່ແມ່ນ້ຳງື່ມ ເພີ່ມຂຶ້ນເປັນຈຳນວນຫລວງຫລາຍ, ສະນັ້ນ ທາງເຂື່ອນໄຟຟ້ານ້ຳງື່ມ ຈຶ່ງໄດ້ທຳການປ່ອຍນ້ຳ ອອກຈາກອ່າງກັກເກັບນ້ຳ ໃນ ລະດັບ 2,40 ແມັດ, ຍົກຂຶ້ນຈາກປະຕູນ້ຳ, ປະຈຸບັນ ປະລິມານນ້ຳທີ່ໄຫລຜ່ານປະຕູນ້ຳລົ້ນ 986,5 ແມັດກ້ອນ/ວິນາທີ ແລະ ໄຫລຜ່ານກົງຫັນ 446 ແມັດ ກ້ອນ/ວິນາທີ, ສະນັ້ນ ປະລິມານນ້ຳທີ່ປ່ອຍອອກແມ່ນ 1.430 ແມັດ ກ້ອນ/ວິນາທີ, ນ້ຳໄຫລເຂົ້າອ່າງ 2.043 ແມັດກ້ອນ/ວິນາທີ, ປະລິມານນ້ຳຝົນທີ່ແທກ ໄດ້ໃນວັນທີ 20/8/2011 ແມ່ນ 433 mm ຊຶ່ງຄວາມສາມາດກັກເກັບນ້ຳ ຂອງເຂື່ອນແມ່ນຢູ່ໃນລະດັບ 7.030 ລ້ານແມັດກ້ອນ, ປະຈຸບັນ ປະລິມານນ້ຳແມ່ນ 7.150 ລ້ານແມັດກ້ອນ ຊຶ່ງປະກົດການດັ່ງກ່າວ ບໍ່ເຄີຍມີມາກ່ອນແຕ່ປີ 1.972 ເປັນຕົ້ນມາ ຊຶ່ງປ່ອນນ້ຳອອກຈາກອ່າງດັ່ງກ່າວ ແມ່ນໄດ້ເລີ່ມມາແຕ່ວັນ ທີ 17 ສິງຫາ ເປັນຕົ້ນມາ.

ຕໍ່ກັບສະພາບດັ່ງກ່າວທ່ານ ອຸດົງ ວົງສະຫວາດ, ຮອງເຈົ້າເມືອງໆແກ້ວອຸດົມ ແຂວງວຽງຈັນ ໄດ້ມີຄຳເຫັນວ່າການທີ່ມີຝົນຕົກໜັກ ໃນຫລາຍວັນຕິດຕໍ່ກັນໃນ ອາ ທິດຜ່ານມານັ້ນ ຈຶ່ງພາໃຫ້ມີປະລິມານນ້ຳຫລາຍ ຕາມຫ້ວຍຮ່ອງເພີ່ມຂຶ້ນ ໂດຍສະເພາະແມ່ນບໍລິເວນອ່າງເກັບນ້ຳໆງື່ມນີ້ ມີປະລິມານນ້ຳເພີ່ມຂຶ້ນສູງ ຊຶ່ງໃນ ສອງ-ສາມວັນມານີ້ ມີຝົນຕົກຫລາຍຈຶ່ງເຮັດໃຫ້ບາງບ່ອນທີ່ຕ່ຳມີນຳຖ້ວມ ແລະ ດິນເຈື່ອນເຮັດໃຫ້ການສັນຈອນ ໄປມາພົບກັບຄວາມຫຍຸ້ງຍາກ, ສະນັ້ນ ທາງ ເຂື່ອນໄຟຟ້ານ້ຳງື່ມຈຶ່ງມີຄວາມຈຳເປັນຕ້ອງ ໄດ້ປ່ອຍນ້ຳ ອອກຈາກອ່າງກັກເກັບນ້ຳ, ດັ່ງນັ້ນ ທ່ານຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ທີ່ຢູ່ລຽບຕາມແຄມນ້ຳງື່ມ ຈົ່ງພະຍາມຕິດຕາມການປ່ຽນແປງ ຂອງລະດັບນ້ຳຢ່າງໃກ້ຊິດ ຊຶ່ງສິງໃດ ທີ່ມີຄວາມຈຳເປັນ ພວກເຮົາຕ້ອງເອົາຂຶ້ນ ໄວ້ຢູ່ບ່ອນທີ່ປອດໄພກ່ອນ ແລະ ບໍ່ໃຫ້ພໍ່ແມ່ ປະຊາຊົນ ແຕກຕື່ນກັບສະພາບດັ່ງກ່າວ.

LAST_UPDATED2