ກອງປະຊູມປຶກສາຫາລື ເພື່ອທົບທວນການຈັດຕັ້ງປະຕິບັດ 3 ສົນທິສັນຍາສາກົນ ຮິໂອ ດ້ານສິ່ງແວດລ້ອມ... PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນພຸດທີ່ 28 ກັນຍາ 2011 ເວລາ 14: 38

ກອງ​ປະ​ຊູ​ມປຶກສາ​ຫາ​ລື ​ເພື່ອ​ທົບ​ທວນ​ການຈັດ​ຕັ້ງ​ປະຕິບັດ 3 ສົນທິສັນຍາ​ສາກົນ ຮິ​ໂອ
ດ້ານ​ສິ່ງ​ແວດ​ລ້ອມ ​ແລະ ​ເພື່ອ​ກະກຽມ​ດຳ​ເນີນ​ປະ​ເມີນ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ຖະ​ແຫຼງ​ການ
ຂອງ ຮິ​ໂອ ດ້ານ​ສິ່ງ​ແວດ​ລ້ອມ ​ແລະ ພັດທະນາ​ພາຍຫຼັງ 20 ປີ(1992-2012), ຄັ້ງ​ວັນ​ທີ 26-27 ກັນຍາ 2011

ກົມ ​ສິ່ງ­ແວ­ດລ້ອມ, ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ຈັດ​ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ທົບ​ທວນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ສົນ­ທິ­ສັນ­ຍາ ​ຣີ​ໂອ ເພື່ອ​ກຽມ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ຣີ​ໂອ ຄົບ­ຮອບ 20 ປີ ໂດຍ​ການ​ເປັນ​ປະ­ທານ​ຂອງ​ ທ່ານ ດຣ.ນາງ ວຽງ​ສະ­ຫວັນ ດວງ​ສະ­ຫວັນ ຫົວ­ໜ້າ​ກົມ​ສິ່ງ­ແວ­ດລ້ອມ, ທ່ານ​ຜູ້­ຕາງ­ໜ້າ​ຈາກ​ຫ້ອງ­ການ​ກົດ­ໝາຍ ອົງ­ການ​ສະ­ຫະ​ປະ­ຊາ​ຊາດ​ເພື່ອ​ສິ່ງ­ແວ­ດລ້ອມ, ຈາກ​ສຳ­ນັກ­ງານ, ອົງ­ການ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

 

ສຳ­ລັບ ສປປ ລາວ ພາຍ­ຫຼັງ​ລັດ­ຖະ­ບານ ໄດ້​ຮັບ­ຮອງ​ເອົາ​ແຜນ​ດຳ­ເນີນ​ງານ​ປ່າ­ໄມ້​ເຂດ​ຮ້ອນ ໃນ​ປີ 1989 ປະ­ກາດ​ໃຊ້​ລັດ​ຖະ​ທຳ​ມະ­ນູນ ໃນ​ປີ 1991 ໄດ້​ລະ­ບຸ​ວຽກ​ງານ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ ໃນ​ມາດ­ຕາ 17 ທຸກ​ພາກ­ສ່ວນ​ຕ້ອງ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ໜ້າ­ດິນ ພື້ນ​ດິນ ປ່າ­ໄມ້ ສັດ ແຫຼ່ງ​ນ້ຳ ແລະ ອາ­ກາດ.

ພາຍ­ຫຼັງ 1 ປີ ຈາກ​ກອງ​ປະ­ຊຸມ​ຣີ​ໂອ ປີ 1993 ອົງ­ການ​ວິ­ທະ­ຍາ­ສາດ ເຕັກ​ໂນ​ໂລ​ຊີ ແລະ ສິ່ງ­ແວ­ດລ້ອມ ໄດ້​ຮັບ​ການ​ສ້າງ­ຕັ້ງ​ຂຶ້ນ ເພື່ອ​ເຮັດ​ໜ້າ­ທີ່​ປະ­ສານ​ງານ ແລະ ຄຸ້ມ​ຄອງ​ມະ­ຫາ​ພາກ ພ້ອມ​ກັບ​ການ­ຈັດ­ຕັ້ງ​ຜັນ​ຂະ­ຫຍາຍ​ເນື້ອ​ໃນ​ຈິດ­ໃຈ​ຂອງ​ກອງ​ປະ­ຊຸມ​ຣີ​ໂອ ປະ­ຕິ­ບັດ​ນະ­ໂຍ­ບາຍ​ສົນ­ທິ­ສັນ­ຍາ​ຍຸດ​ທະ​ສາດ ເຂົ້າ​ຮ່ວມ​ເປັນ​ພາ­ຄີ​ບັນ­ດາ​ສົນ­ທິ­ສັນ­ຍາ​ສິ່ງ­ແວ­ດລ້ອມ​ສາ­ກົນ ໄດ້​ສຳ­ເລັດ​ການ​ປະ­ຕິ­ບັດ​ໂຄງ­ການ​ສ້າງ​ບົດ​ລາຍ​ງານ​ການ​ປະ​ເມີນ​ຜົນ​ຄວາມ​ ສາ­ມາດ​ດ້ວຍ​ຕົນ​ເອງ ໃນ​ການ­ຈັດ­ຕັ້ງ 3 ສົນ­ທິ­ສັນ­ຍາ​ສາ­ກົນ​ຣີ​ໂອ ດ້ານ​ສິ່ງ­ແວ­ດລ້ອມ ໃນ​ປີ 2009 ແລະ ກຳ­ລັງ​ດຳ­ເນີນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ເຜີຍ­ແຜ່​ບັນ­ດາ​ນິ­ຕິ​ກຳ​ ກ່ຽວ​ກັບ 3 ສົນ­ທິ­ສັນ­ຍາ​ດັ່ງ­ກ່າວ ​ໂຄງ­ການ​ຜັນ​ຂະ­ຫຍາຍ​ບົດ​ລາຍ​ງານ​ການ​ປະ​ເມີນ​ຄວາມ​ສາ­ມາດ​ການ​ປະ­ຕິ­ບັດ​ ດ້ານ​ສິ່ງ­ແວ­ດລ້ອມ​ຂອງ​ຣີ​ໂອ 2011.

ສຳ­ລັບ​ແຜນ​ໃນ­ຕໍ່­ໜ້າ ແມ່ນ​ການ​ຜັນ​ຂະ­ຫຍາຍ​ແຜນ­ການ​ປະ­ຕິ­ບັດ​ງານ​ພາກ​ພື້ນ ສຳ­ລັບ​ອາ­ຊີ-ປາ​ຊີ​ຟິກ ເພື່ອ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ 2011-2015 ໃຫ້​ເປັນ​ແຜນ​ປະ­ຕິ­ບັດ​ງານ​ແຫ່ງ​ຊາດ ພ້ອມ​ທັງ​ເອົາ­ໃຈ­ໃສ່​ສ້າງ​ຍຸດ​ທະ​ສາດ ແລະ ແຜນ​ດຳ­ເນີນ​ງານ​ວ່າ​ດ້ວຍ​ການ​ພັດ­ທະ­ນາ​ສີ­ຂຽວ ເຊິ່ງ​ຜູ້​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ໃນ​ຄັ້ງ​ນີ້ ຈະ​ໄດ້​ພ້ອມ​ກັນ​ປຶກ­ສາ​ຫາ­ລື ຄົ້ນ​ຄ້ວ​າ ກະ­ກຽມ​ຄວາມ​ພ້ອມ ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ສຸດ​ຍອດ​ໂລກ ກ່ຽວ​ກັບ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ ທີ່​ຈະ​ມີ​ຂຶ້ນ​ໃນ​ປີ 2012 ທີ່​ກຸງ​ຣີ​ໂອ ປະ­ເທດ​ບຣາ​ຊິນ.

LAST_UPDATED2