|
ຫາລືກ່ຽວກັບສານເຄມີອົງຄະທາດ ທີ່ເປັນພິດຕົກຄ້າງ |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນພະຫັດທີ່ 05 ກຸມພາ 2009 ເວລາ 08: 24 |
ໂຄງການ ສ້າງຄວາມສາມາດ ເພື່ອຄຸ້ມຄອງຄວາມສ່ຽງຕໍ່ສຸຂະພາບ ຈາກ ສານເຄມີອົງຄະທາດ ທີ່ເປັນພິດຕົກຄ້າງ POPs ໃນພາກພື້ນອາຊີ ຕາເວັນອອກ ໂດຍອີງໃສ່ ໂຄງການ ເຊິ່ງໄດ້ສ້າງແຜນດຳເນີນງານແຫ່ງຊາດ ສຳລັບສົນທິສັນຍາສະຕອກໂຮມ ວ່າດ້ວຍ ສານເຄມີ POPs ໂຄງການດັ່ງກ່າວ ແມ່ນເພື່ອເສີມຂະຫຍາຍຄວາມສາມາດ ຄວາມເຂົ້າໃຈ ແລະ ວິທີການນຳໃຊ້ພື້ນຖານ ການຄຸ້ມຄອງຄວາມສ່ຽງຈາກສານເຄມີ ທີ່ນອນໃນສານເຄມີອົງຄະທາດ ທີ່ເປັນພິດຕົກຄ້າງ ແລະ ສານເຄມີອື່ນ ໃນຂົງເຂດ ອາຊຽນ 4 ປະເທດ ທີ່ໄດ້ເຂົ້າຮ່ວມໂຄງການນີ້ ມີປະເທດກຳປູເຈຍ ໄທ ມາເລເຊຍ ແລະ ສ ປ ປ ລາວ ນອກນີ້ ກໍຍັງມີປະເທດ ສ ປ ຈີນ ອິນໂດເນເຊຍ ຍີ່ປຸ່ນ ຟີລິບປິນ ແລະ ສ ສ ຫວຽດນາມ ໄດ້ເຂົ້າຮ່ວມກິດຈະກຳ ພາຍໃຕ້ໂຄງການດັ່ງກ່າວ ເພື່ອປັບປຸງການປະສານງານໃນລະດັບພາກພື້ນ ກ່ຽວກັບການຂຶ້ນບັນຊີ ບັນດາລາຍຊື່ ຂອງບັນດາມົນລະພິດ ເຊິ່ງລວມທັງສານເຄມີອັນຕະລາຍທີ່ເປັນພິດຕົກຄ້າງ. 
ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກອົງການພັດທະນາສາກົນ ການາດາ ຜ່ານທາງທະນາ ຄານໂລກ ໄດ້ມອບໝາຍ ໃຫ້ບໍລິສັດທີ່ປຶກສາຮາດຟີວ ຈັດຕັ້ງອົງປະກອບດ້ານວິຊາການ ແລະ ກິດຈະກຳຕ່າງໆ ສ່ວນແຜນດຳເນີນງານ ແມ່ນທີ່ປຶກສາແຫ່ງຊາດ ຮ່ວມກັບພະນັກງານວິຊາການຈາກທະນາຄານໂລກ ເປັນຜູ້ຈັດຕັ້ງປະຕິບັດ. ເພື່ອເຮັດໃຫ້ວຽກງານ ໂຄງການດັ່ງກ່າວ ໄດ້ຮັບການຈັດຕັ້ງ ປະຕິບັດຢ່າງມີປະສິດທິຜົນ ໃນລະຫວ່າງວັນທີ 28-31 ມັງກອນ 2009 ທີ່ໂຮງແຮມ ເສດຖາປາຣາສ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມກ່ຽວກັບຜົນການຈັດຕັ້ງປະຕິບັດໂຄງການ ສ້າງຄວາມສາມາດ ໃນການຄຸ້ມຄອງ ຄວາມສ່ຽງຕໍ່ສຸຂະພາບ ຈາກສານເຄມີອົງຄະທາດ ທີ່ເປັນພິດຕົກຄ້າງ ອັນຕະລາຍຢູ່ ສ ປ ປ ລາວ ຂຶ້ນ ໂດຍການເປັນ ປະທານຂອງ ທ່ານ ນາງ ມອນມະນີ ຍອຍບົວກ່ອງ ຫົວໜ້າຫ້ອງການ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ພ້ອມນີ້ກໍມີບັນດາ ທ່ານຈາກ ສຳນັກງານ ຫ້ອງການ ອົງການທີ່ກ່ຽວຂ້ອງ ໃນທົ່ວປະເທດເຂົ້າຮ່ວມ. ສາມາດເບີ່ງພາບ ກິດຈະກຳເພີ້ມເຕີ້ມໄດ້ ທີ່ http://www.wrea.gov.la/pops |