|
ໂຄງການ ອະນຸລັກ ຊີວະນາໆພັນ ເຂດເຊື່ອມຕໍ່ປ່າສະຫງວນ ຫຼື ເອີ້ນສັ້ນໆວ່າ ໂຄງການ BCI ແມ່ນໂຄງການ ໜຶ່ງທີ່ຖືກສ້າງຂຶ້ນມາ ໃນຂອບຂອງ ແຜນງານຫຼັກດ້ານສິ່ງແວດລ້ອມ ຂອງ GMS ທີ່ ກອງປະຊຸມສຸດຍອດຂອງບັນດາຜູ້ນຳ GMS ຄັ້ງທີ II ທີ່ ຄຸນໝິງ, ສ ປ ຈີນ ໃນເດືອນ ກໍລະກົດ 2005 ໄດ້ຮັບຮອງເອົາເພື່ອແກ້ໄຂ ແລະ ບັນເທົາ ຜົນກະທົບທາງລົບທີ່ອາດ ຈະມີຂຶ້ນຈາກການເພີ້ມທະວີການພັດທະນາໂຄງລ່າງພື້ນຖານ ຕາມບັນດາແລວທາງເສດຖະກິດ ຂອງ ອະນຸພາກພື້ນແມ່ນ້ຳຂອງ. ການພັດທະນາເຫຼົ່ານັ້ນ ອາດຈະເຮັດໃຫ້ຊີວະນາໆພັນ ສູນເສຍໄປ ຫຼືເຮັດໃຫ້ ແລວທາງຂອງ ຊີວະນາໆພັນຖືກຕັດແຍກອອກຈາກກັນເປັນຫຼາຍໆຈຸດ ເຊິ່ງຈະເປັນການທຳລາຍລະບົບນິເວດຂອງ ອະນຸພາກພື້ນ ແລະ ທັງຈະເປັນໄພຂົ່ມຂູ່ຕໍ່ການພັດທະນາດ້ານເສດຖະກິດ-ສັງຄົມ ແລະ ຄວາມ ໝັ້ນຄົງທາງດ້ານສິ່ງແວດລ້ອມໃນ GMS.  ກອງປະຊຸມລັດຖະມົນຕີສິ່ງແວດລ້ອມ GMS, ທີ່ໄດ້ ຈັດຂື້ນຕົ້ນປີ 2008 ທີ່ວຽງຈັນ, ສປປ ລາວ
ໃນປີ 2006 ລັດຖະບານ ສປປ ລາວໄດ້ເຫັນດີອະນຸມັດ ໃຫ້ເອົາໂຄງການ BCI ດັ່ງກ່າວ ໄປທົດລອງຈັດຕັ້ງປະຕິບັດ ໃນ ສປປ ລາວ ໂດຍແມ່ນ ອົງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໃນເມື່ອກ່ອນ ເປັນອົງການປະສານງານ ແລະ ກະຊວງກະສິກຳ ແລະປ່າໄມ້ ກໍຄື ຫ້ອງການ ກະສິກຳ ແລະປ່າໄມ້ແຂວງ ໃຫ້ຄຳແນະນຳດ້ານວິຊາການ. ເນື່ອງຈາກວ່າ ເມືອງປະທຸມພອນ ເປັນເມືອງທີ່ ລັດຖະບານ ໄດ້ຈັດເປັນເມືອງ ທຸກຍາກໃນລະດັບປານກາງ ເຊິ່ງມີຫຼາຍໆບ້ານທີ່ຍັງທຸກຍາກ. ສະນັ້ນ ການຈັດຕັ້ງປະຕິບັດ ຈຸດທົດລອງຂອງໂຄງການ ແມ່ນໄດ້ກຳນົດເອົາ ແຂວງຈຳປາສັກ ແລະ ແຂວງ ອັດຕະປື ໂດຍຄັດເລືອກເອົາ 11 ບ້ານ ໃນເມືອງປະທຸມພອນ ແຂວງຈຳປາສັກ ແລະ ແຂວງ ອັດຕະປື ເປັນເປົ້າໝາຍ ດ້ວຍເຫດຜົນທີ່ວ່າ ທິວທັດປ່າດົງ ໃນບໍລິເວນ ຂອງສອງແຂວງ ດັ່ງກ່າວຢູ່ໃນ ເຂດຊາຍແດນລະຫວ່າງ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ ເປັນປ່າດົງດົກໜາ, ມີສັດຫຼາຍໆຊະນິດ ທີ່ມີຄວາມສຳຄັນໃນລະດັບໂລກ, ໂດຍສະເພາະສັດໃຫຍ່ທີ່ລ້ຽງລູກດ້ວຍນ້ຳນົມ. ອົງການກອງທຶນໂລກ ເພື່ອອະນຸລັກສັດປ່າ (WWF) ໄດ້ຊີ້ບອກວ່າ ເຂດດັ່ງກ່າວເປັນໜຶ່ງໃນ ຂົງເຂດນິເວດ ບູລິມະສິດ ຂອງໂລກຈຳນວນ 200 ແຫ່ງ ຂອງ ການອະນຸລັກ ຊີວະນາໆພັນ ແລະ ເຂດປ່າປ້ອງກັນເຊປ່ຽນ ກໍໄດ້ຖືກບັນຈຸເຂົ້າໃນບັນຊີ ຂອງ ປ່າສະຫງວນແຫ່ງຊາດ 3 ແຫ່ງ ໃນ ສປປ ລາວ ແລະຢູ່ໃນຈຳນວນ 10 ແຫ່ງ ທີ່ມີຄວາມສຳຄັນ ທາງດ້ານຊີວະນາໆພັນ ຂອງ ອາຊີຕາເວັນອອກສ່ຽງໃຕ້/ອິນດູຈີນ. ຈຸດປະສົງ ແລະ ກິດຈະກຳ ຂອງໂຄງການ: ຈຸດປະສົງລວມ ຂອງ ໂຄງການແມ່ນ: ເພື່ອປະກອບສ່ວນ ຕໍ່ການຫຼຸດຜ່ອນຄວາມທຸກຍາກ ໂດຍການປັບປຸງ ແບບການນຳໃຊ້ ຊັບພະຍາກອນທຳມະຊາດ ໃຫ້ກ້າວໄປສູ່ແບບຍືນຍົງ ແລະ ປັບປຸງ ຊີວິດການເປັນຢູ່ ຂອງປະຊາຊົນໃນເຂດຂອງໂຄງການ; ສ້າງລະບຽບການ ຄຸ້ມຄອງ ແລະ ນຳ ໃຊ້ທີ່ດີນແບບປະສົມປະສານ; ຟື້ນຟູ ແລະ ປົກປັກຮັກສາພື້ນທີ່ປ່າ ໃຫ້ເຊື່ອມຕໍ່ກັນທາງດ້ານລະບົບນິເວດວິທະຍາ; ສ້າງຄວາມສາມາດໃຫ້ແກ່ພະນັກງານແລະສາຍການ ຈັດຕັ້ງບ້ານ; ຄົ້ນຄວ້າສຶກສາ ລະບົບກົນໄກ ການຕອບແທນຄ່າທຳນຽມໃຫ້ແກ່ວຽກງານປົກປັກ ຮັກສາສິງແວດລ້ອມ. ການປະເມີນຜົນການຈັດຕັ້ງປະຕິບັດໂຄງການ ແຕ່ 2007-2008: ກອງປະຊຸມ ປະເມີນຜົນ ການຈັດຕັ້ງປະຕິບັດ ໂຄງການ BCI ໄດ້ຖືກຈັດຕັ້ງຂຶ້ນໃນໄລຍະທຸກໆ 6 ເດືອນ ຊຶງຄັ້ງນີ້ແມ່ນໄດ້ຈັດຂຶ້ນ ໃນວັນທີ 21-22 ຕຸລາ 2008 ທີ່ແຂວງຈຳປາສັກ ໂດຍການເຂົ້າຮ່ວມ ຂອງຄະນະຄຸ້ມຄອງໂຄງການຂັ້ນສູນກາງ ແລະ ຄະນະຊີ້ນຳໂຄງການ, ຄະນະຈັດຕັ້ງປະຕິບັດ ໂຄງການຂັ້ນແຂວງ ທີ່ກວມເອົາແຂວງຈຳປາສັກ ແລະ ແຂວງອັດຕະປື. ຕະຫຼອດຮອດບັນດາຜູ້ຕາງໜ້າ ຈາກອົງການ ກອງທຶນອະນຸລັກສັດປ່າ (WWF) ແລະອົງການ ສະຫະພັນສາກົນເພື່ອການອະນຸລັກ ທຳມະຊາດ (IUCN) ພ້ອມດ້ວຍຜູ້ຊ່ຽວຊານທີ່ປຶກສາ ທ້ອງຖິ່ນ ທັງໝົດຈຳນວນ 25 ທ່ານ.  ກອງປະຊຸມທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດ ຂອງ BCI ສົກປີ 2007-08, ວັນທີ 21-22 ຕຸລາ 2008 ທີ່ແຂວງຈຳປາສັກ, ສປປ ລາວ
ກອງປະຊຸມໄດ້ທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ໂຄງການ ອະນຸລັກຊີວະນາໆພັນ ເຂດເຊື່ອມຕໍ່ປ່າສະຫງວນ ດົງຫົວສາວ - ເຊປຽນ - ດົງອຳພາມ ໄລຍະ 2007- 2008: ແລະແຜນເຄື່ອນໄຫວສຳຫຼັບປີ 2009 ດັ່ງນີ້: ກຽວກັບການຈັດຕັ້ງປະຕິບັດ ໂຄງການ ອະນຸລັກຊີວະນາໆພັນ ເຂດເຊື່ອມຕໍ່ປ່າສະຫງວນ ດົງຫົວສາວ - ເຊປຽນ - ດົງອຳພາມ ໄລຍະ 2007-2008 ນັ້ນ ກອງປະຊຸມໄດ້ຕີລາຄາວ່າ ໄດ້ດີພໍສົມ ຄວນ ຄື: ສຳເລັດການຄັດເລືອກໝູ່ບ້ານເປົ້າໝາຍ 10 ບ້ານ ຕາມແລວທາງເຊື່ອມຕໍ່ປ່າສະຫງວນ ດົງຫົວສາວ- ເຊປຽນ - ດົງອຳພາມ; ສຳເລັດບາງສ່ວນໃນການປັບປຸງຂໍ້ມູນດ້ານເສດຖະກິດ-ສັງຄົມໂດຍການເຂົ້າຮ່ວມຂອງ ພະນັກງານທີ່ຜ່ານການຝຶກອົບຮົມກ່ຽວກັບການປະເມີນເສດຖະກິດ-ສັງຄົມແບບລວມໆ ແລະ ການຂຽນບົດລາຍງານ ພ້ອມທັງວິເຄາະການຕະຫຼາດ ຊຶ່ງຍັງເປັນບັນຫາທີ່ຄົງຄ້າງ ແລະກຳລັງສືບຕໍ່ດຳເນີນການ ໂດຍ IUCN. ໄດ້ສຳເລັດບາງສ່ວນການສ້າງແຜນທີ່ການປົກຫຸ້ມຂອງປ່າແລະທີ່ດິນ ໂດຍການກວດ ຄືນຈຸດທີ່ຕັ້ງຂອງບ້ານ, ກວດຄືນຂໍ້ມູນກ່ຽວຂ້ອງທີ່ມີຢູ່ແລ້ວ, ສ້າງແຜນທີ່ເຂດແດນບ້ານ, ປະເພດປ່າໄມ້ແລະອື່ນໆ ໃນເຂດປ່າຟື້ນຟູ 1456 ເຮັກຕາ. ປະຕິບັດສຳເລັດບາງສ່ວນການທົບທວນຄືນບັນດາລະບຽບການຕ່າງໆແລະນະໂຍບາຍ ທີ່ກ່ຽວຂ້ອງ ກັບການສ້າງເຂດເຊື່ອມຕໍ່ດ້ານຊີວະນາໆພັນ. ເລີ້ມຈັດຕັ້ງປະຕິບັດກິດຈະກຳຟື້ນຟູປ່າ / ປູກໄມ້ ໃນເຂດພື້ນທີ່ບູລິມະສິດ ໃນເຂດເຊື່ອມຕໍ່ ໂດຍການສ້າງສວນກ້າເບ້ຽໄມ້ 1 ແຫ່ງຢູ່ບ້ານຫ້ວຍໂກະ, ຜະຫຼິດເບ້ຽໄມ້ ໄດ້ 32546 ເບ້ຽ, ມີ 22 ຊະນິດ ພັນພື້ນເມືອງ ປູກເສີມກ້ອງປ່າໃຍເຂດບ້ານຫ້ວຍໂກະ, ບ້ານທົບສອກ, ບ້ານທ່າຮູ້ ແລະ ບ້ານທົ່ງພະ ໃນພື້ນທີ່ 21 ເຮັກຕາ. ຈັດຕັ້ງປະຕິບັດກິດຈະກຳ ປັບປຸງຊີວິດການເປັນຢູ່ຂອງຊາວບ້ານ ແລະ ວຽກງານໂຄງລ່າງ ພື້ນຖານຂະໜາດນ້ອຍ ໂດຍປັບປຸງເສັ້ນທາງເຂົ້າບ້ານຫ້ວຍໂກະ ໃນຄວາມຍາວ 100 ແມັດ; ເຈາະນ້ຳບາດານ 2 ບໍ່ ທີ່ບ້ານຫ້ວຍໂກະ ແລະ ບ້ານ ທ່າຮູ້; ສະໜອງ ເບ້ຽໄມ້ກິນໝາກ 2071 ເບ້ຽ ໃນເນື້ອທີ່ 3,7 ເຮັກຕາ, ຊາວບ້ານເຂົ້າຮ່ວມ 23 ຄອບຄົວ. ນຳພາຊາວບ້ານ ເຮັດຝຸ່ນ ບົ່ມຊີວະພາບ 5 ໂຮງໃນ 5 ບ້ານ, ເຮັດເຮືອນ ປູກພືດ ໃນລະດູຝົນ, ສ້າງວັງສະຫງວນພັນປາ ຢູ່ບ້ານທົ່ງພະ 1 ແຫ່ງ, ສາມາດປ່ອຍປາໄດ້ 3800 ໂຕ, ສືບຕໍ່ກໍ່ສ້າງຫໍສະໝຸດບ້ານກຽດໂງ້ງ 1 ຫຼັງ, ນຳພາຊາວບ້ານທົດລອງ ປູກເຂົ້າ ກີບດຽວ, ປູກເຫັດເຟືອງຢູ່ບ້ານທ່າຮູ້; ປັບປຸງໂຮງຮຽນ ຢູ່ບ້ານສົມສຸກ, ກໍ່ສ້າງຫ້ອງນ້ຳ 2 ຫ້ອງໃນ 11 ບ້ານສຳເລັດແລ້ວ 60%, ກໍ່ສ້າງຫ້ອງການ ກວດກາສຳເລັດແລ້ວຢູ່ບ້ານທ່າຮູ້; ກໍ່ສ້າງສາລາຊົມທຳມະຊາດ ຢູ່ບ້ານໜອງຫີນ; ກໍ່ສ້າງ ເຮືອນພັກແຮມຢູ່ບ້ານກຽດໂງ້ງ 1 ຫຼັງສຳເລັດແລ້ວ 60% ແລະ ສ້າງກອງທຶນພັດທະນາ ໝູ່ບ້ານສຳເລັດແລ້ວ 6 ບ້ານ. ມາຮອດປະຈຸບັນ ກິດຈະກຳທັງໝົດສຳເລັດໄປແລ້ວ 57%. ໄດ້ດຳເນີນການສຳຫຼວດຊີວະນາໆພັນ ເຊິ່ງລວມເອົາທັງການສຳຫຼວດສັດປ່າ ແລະສຳເລັດການສຳຫຼວດພືດໃນໄລຍະເດືອນ ກັນຍາ 2008. ປະຈຸບັນຜູ້ຊ່ຽວຊານ ພວມທຳການຮຽບຮຽງເປັນປຶ້ມກ່ຽວກັບສັດ ແລະ ພືດຂອງເຂດ BCI. ສຳເລັດການສ້າງແຜນພັດທະນາປະຊາສຳພັນ ກ່ຽວກັບໂຄງການ ແລະ ສືບຕໍ່ຮ່ວມມື ກັບຄະນະປ່າໄມ້ ແລະ ໜ່ວຍງານດ້ານສິ່ງແວດລ້ອມ ຂອງ ອົງການກອງທຶນໂລກ ເພື່ອການອະນຸລັກສັດປ່າ (WWF) ໃນການຈັດຕັ້ງປະຕິບັດກິດຈະກຳ. ສຳເລັດບາງສ່ວນ ໃນການກຳນັດກົນໄກ ແລະຮູບແບບຂອງການຊົດເຊີຍຄ່າທຳນຽມ ຕໍ່ການປົກປັກຮັກສາສະພາບແວດລ້ອມ ໂດຍໄດ້ຈັດກອງປະຊຸມປຶກສາຫາລື ກັບຂັ້ນແຂວງ ແລະ ຂັ້ນເມືອງ ກ່ຽວກັບການເກັບຄ່າທຳນຽມເຂົ້າຊົມ ແລະ ຂີ່ຊ້າງ ຢູ່ພູອາສາ, ບ້ານກຽດໂງ້ງ ແລະ ທາງອຳນາດການປົກຄອງ ແຂວງຈຳປາສັກ ໄດ້ຕົກລົງ ເຫັນດີ ແລະອະນຸມັດນຳໃຊ້ລະບຽບການຄຸ້ມຄອງ ບໍລິຫານກອງທຶນທ່ອງທ່ຽວ ແບບອະນຸລັກທຳມະຊາດ ຢູ່ເຂດເຊື່ອມຕໍ່ ແລະເຂດປ່າສະຫງວນ ເຊປ່ຽນ.
ກອງປະຊຸມໄດ້ປຶກສາກ່ຽວກັບຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ເຊິ່ງໜຶ່ງໃນນັ້ນແມ່ນ ບັນຫາລະດັບຄວາມຮູ້ຄວາມສາມາດ ຄວາມເຂົ້າໃຈຂອງຊາວບ້ານ ແລະຂາດຜູ້ຊຳນານງານຫຼາຍດ້ານ ໃນການນຳພາການຈັດຕັ້ງປະຕິບັດ ປະກອບກັບເຂດພື້ນທີ່ເປົ້າໝາຍ ທີ່ເປັນເຂດຫ່າງໄກສອກຫຼີກ ເຊິ່ງການໄປມາຫຍຸ້ງຍາກ. ດັ່ງນັ້ນ, ວຽກງານທີ່ທາງຄະນະຊີ້ນຳໂຄງການ ຂັ້ນສູນກາງ ແລະ ຂັ້ນແຂວງ ຈະຕ້ອງໄດ້ເອົາໃຈໃສ່ແມ່ນ ການເພີ້ມທະວີ ການພັດທະນາຄວາມສາມາດ ໃຫ້ແກ່ພະນັກງານ ແລະປະຊາຊົນ ທ້ອງຖິ່ນ ລວມທັງການຂະຫຍາຍພື້ນຖານໂຄງລ່າງພື້ນຖານຂະໜາດນ້ອຍ ລົງສູ່ບ້ານເປົ້າໝາຍ ແລະນຳເອົາບົດຮຽນ ແລະປະສົບການຕົວຈິງ ທີ່ເມືອງປະທຸມພອນ ແຂວງຈຳປາສັກ ໄປນຳໃຊ້ໃນເມືອງສະໜາມໄຊ ແຂວງອັດຕະປື. ໃນກອງປະຊຸມຄັ້ງນີ້ ຫຼາຍພາກສ່ວນໄດ້ໃຫ້ຄວາມສົນໃຈຕໍ່ກິດຈະກຳຫຼຸດຜ່ອນຄວາມທຸກຍາກ ຂອງ 11 ບ້ານ ເປົ້າໝາຍຂອງໂຄງການ, ເປັນຕົ້ນ ໂຄງການໄດ້ສະໜັບສະໜູນຊາວບ້ານດ້ວຍການປ່ອຍເງິນໃຫ້ 6 ບ້ານໆລະ ເທົ່າກັບປະມານ 30,000 ໂດລາສະຫະລັດ. ສ່ວນ 5 ບ້ານທີ່ຍັງເຫຼືອ ຈະໄດ້ຮັບເງິນດັ່ງກ່າວໃນໄລຍະຕໍ່ໄປ. ກ່ຽວກັບວຽກງານການວາງແຜນນຳໃຊ້ທີ່ດິນ ທີ່ເປັນບັນຫາຕັດສິນໃຫ້ແກ່ໂຄງການ ໃນການອະນຸລັກ ເຂດເຊື່ອມຕໍ່ປ່າສະຫງວນ. ພາຍຫຼັງທີ່ໄດ້ຮັບການຟື້ນຟູ, ກອງປະຊຸມໄດ້ເຫັນດີ ທົບທວນຂໍ້ກຳນົດກົດລະບຽບ, ຂໍ້ຕົກລົງ ແລະ ຄຳສັ່ງຕ່າງໆທີ່ມີແລ້ວໃນໄລຍະຜ່ານມາ ຊຶ່ງຕິດພັນກັບການແບ່ງດິນແບ່ງປ່າ, ການຄຸ້ມຄອງ ແລະ ນຳໃຊ້ ເຄື່ອງປ່າຂອງດົງ, ການປັບປຸງບູລະນະ ເຂດເຊື່ອມໂຊມ ແລະ ການອະນຸລັກ ແລະຟື້ນຟູປ່າໄມ້ ເພື່ອປັບປຸງ ແລະຂໍອະນຸມັດ ປະກາດໃຊ້ຢ່າງມີປະສິດທິຜົນ ແນໃສ່ເຮັດໃຫ້ການຄຸ້ມຄອງອະນຸລັກ ສອດຄ່ອງກັບຄາດໝາຍ ຂອງໂຄງການໃນການສ້າງກົນໄກ ການເງິນແບບຍືນຍົງ. (ສ້າງຕັ້ງກອງທຶນປົກປັກຮັກສາ ປ່າສະຫງວນ ແລະ ເຂດເຊື່ອມຕໍ່) ດ້ວຍການລິເລີ້ມຈາກການເກັບຄ່າທຳນຽມ ຈາກການບໍລິການ ລະບົບນິເວດດ້ານສິ່ງແວດລ້ອມ ປັນຕົ້ນ ການທ່ອງທ່ຽວແບບອະນຸລັກ ແລະ ການສຶກສາຄົ້ນຄວ້າ ຊີວະນາໆພັນ, ພືດແລະສັດ ທີ່ອາໄສໃນເຂດເຊື່ອມຕໍ່. ເພື່ອສະໜັບສະໜູນ ການພັດທະນາພື້ນຖານໂຄງລ່າງ ໃຫ້ດຳເນີນໄປຕາມແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຄຽງຄູ່ກັບການຄຸ້ມຄອງສິ່ງແວດລ້ອມ, ກອງປະຊຸມ ໄດ້ສະເໜີໃຫ້ ໂຄງການ BCI ຮ່ວມກັບອຳນາດການປົກຄອງຂັ້ນທ້ອງຖິ່ນ ທີ່ກ່ຽວຂ້ອງ ແລະ WWF ຈັດກິດຈະກຳເຜີຍແຜ່ບົດຮຽນທີ່ຖອດຖອນໄດ້ ຈາກໂຄງການ BCI ເຂດເຊື່ອມຕໍ່ປ່າສະຫງວນ ເຊປຽນ-ດົງຫົວສາວ ໃນການຟື້ນຟູເຂດເຊື່ອມຕໍ່ ຄຽງຄູ່ກັບ ການສ້າງທາງເລກ 18A ຜ່ານເຂດປ່າສະຫງວນ ແລະເຂດເຊື່ອມຕໍ່ຊີວະນາໆພັນ ຂອງ ແຂວງຈຳປາສັກ ແລະ ອັດຕະປື ຕາມແຜນການຂອງແຂວງ ໃນເວລາອັນຄວນ. |