|
ກອງປະຊຸມຄັ້ງທີ່ 14 ຂອງໜ່ວຍປະຕິບັດງານງານ ສິ່ງແວດລ້ອມ ປຶກສາຫາລື ກ່ຽວກັບ ການປ່ຽນແປງ ດິນຟ້າອາກາດ ກັບການພັດທະນາ |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນສຸກທີ່ 23 ມັງກອນ 2009 ເວລາ 09: 27 |
|
ໜ່ວຍປະຕິບັດງານສິ່ງແວດລ້ອມຂອງອະນຸພາກພື້ນແມ່ນ້ຳຂອງ ມີພັນທະທີ່ຈະຕ້ອງຕອບຮັບ ຢ່າງຕັ້ງໜ້າ ແລະ ເໝາະສົມ ຕໍ່ສິ່ງທ້າທາຍ ຈາກວິກິດການທາງດ້ານອາຫານ ແລະ ການປ່ຽນແປງ ຂອງດິນຟ້າອາກາດ ໃນປະຈຸບັນ. ນີ້ແມ່ນສ່ວນໜຶ່ງຂອງຜົນສະຫຼຸບ ຂອງກອງປະຊຸມຄັ້ງທີ່ 14 ຂອງໜ່ວຍປະຕິບັດງານດ້ານສິ່ງແວດລ້ອມ ທີ່ໄດ້ຈັດຂຶ້ນໃນວັນທີ 1-2 ກໍລະກົດ 2008 ທີ່ ນະຄອນ ຫລວງພະບາງ, ສປປ ລາວ. ໜ່ວຍປະຕິບັດງານດັ່ງກ່າວໄດ້ ລະບຸອອກ ບັນດາ ກິດຈະກຳທີ່ຈະຕ້ອງໄດ້ລົງມື ກ່ອນອື່ນໝົດ ຂອງ ແຜນງານຫຼັກດ້ານສິ່ງແວດລ້ອມ ເພື່ອຮັບມືກັບບັນຫາເຫຼົ່ານີ້. ໃນນັ້ນລວມມີ ການເພີ້ມທະວີຄວາມເຂັ້ມແຂງ ແລະ ການ ສ້າງຄວາມເຊື່ອມໂຍງ ທີ່ ກົມກ່ຽວສອດຄ່ອງກັນ ລະຫວ່າງບັນດາຂະແໜງການຕ່າງໆທີ່ກ່ຽວຂ້ອງ ຂອງ ບັນດາແຜນພັດທະນາແຫ່ງຊາດ ແລະ ອະນຸພາກພື້ນ.
ທ່ານ ສາຍສະໝອນ ຄົມທະວົງ, ຮອງເຈົ້າແຂວງ ແຂວງຫລວງພະບາງ ທັງເປັນຜູ້ແທນສະພາແຫ່ງຊາດ, ໄດ້ຍົກໃຫ້ເຫັນຄວາມສ່ຽງ ຂອງ ການນຳໃຊ້ຊັບພະຍາກອນ ທຳມະຊາດແບບບໍ່ຍືນຍົງ ຕໍ່ການດຳລົງຊີວິດຢູ່ເຂດຊົນນະບົດ, ສຸຂະພາບ ແລະ ຄວາມຜາສຸກ ຂອງປະຊາຊົນ. ທ່ານ ໄດ້ເນັ້ນໜັກເຖິງຄວາມຈຳເປັນ ທີ່ຈະຕ້ອງເລັ່ງຮິບ”ການຍົກສູງຄວາມສຳຄັນຂອງບັນຫາດ້ານສິ່ງແວດລ້ອມໃນການວາງແຜນເສດຖະກິດ - ສັງຄົມ ຜ່ານຄວາມພະຍາຍາມຮ່ວມກັນຂອງ ບັນດາປະເທດ ອະນຸພາກພື້ນແມ່ນ້ຳຂອງ”. ໃນໄລຍະກອງປະຊຸມ ທີ່ໄດ້ດຳເນີນໄປເປັນເວລາ ສອງວັນ ນັ້ນ, ບັນຫາຕ່າງໆທີ່ເປັນບູລິມະສິດຂອງ ແຜນງານຫຼັກດ້ານສິ່ງແວດລ້ອມ ກໍໄດ້ຖືກຍົກຂຶ້ນມາສົນທະນາຫາລືກັນ ແລະ ແຜນສືບຕໍ່ການປະຕິບັດງານ ສຳຫຼັບ ອະນຸພາກພື້ນ ກໍໄດ້ຮັບການຮັບຮອງເອົາຢ່າງເປັນທາງການ. ໃນຈຳນວນຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ລວມມີບັນດາຜູ້ຕາງໜ້າພາກລັດຈາກ 6 ປະເທດ GMS, ບັນດາຜູ້ຕາງໜ້າຂອງ ອົງການຈັດຕັ້ງທີ່ບໍ່ແມ່ນລັດຖະບານ ຕະຫຼອດຮອດ ຜູ້ຕາງໜ້າຈາກສະຖາບັນການສຶກສາ ແລະ ນັກຄົ້ນຄວ້າ. ກອງປະຊຸມຄັ້ງນີ້ ໄດ້ ຮັບຮູ້ວ່າ ບັນຫາການປ່ຽນແປງຂອງດິນຟ້າອາກາດ ເປັນໄພຂົ່ມຂູ່ທີ່ຮ້າຍແຮງຕໍ່ການພັດທະນາແບບຍືນຍົງ ຂອງອະນຸພາກພື້ນແມ່ນ້ຳຂອງ ແລະ ໄດ້ຕົກລົງເຫັນດີ ເອົາບາດກ້າວທີ່ເໝາະສົມ ເພື່ອຕອບຮັບຢ່າງຕັ້ງໜ້າຕໍ່ບັນຫາດັ່ງກ່າວ ໂດຍການສອດສານ ບັນຫາການປ່ຽນແປງຂອງດິນຟ້າອາກາດ ເຂົ້າໃນຂະບວນການວາງແຜນ. |