ສານຂອງ ນາຍົກລັດຖະມົນຕີ ແຫ່ງ ສ ປ ປ ລາວ ເນື່ອງໃນໂອກາດ ວັນນໍ້າໂລກ 22 ມີນາ 2010 PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນເສົາທີ່ 20 ມີນາ 2010 ເວລາ 11: 13

ສານຂອງ ທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແຫ່ງ ສ ປ ປ ລາວ

ເນື່ອງໃນໂອກາດ ວັນນໍ້າໂລກ, 22 ມີນາ 2010


ບັນດາທ່ານ ທີ່ນັບຖື, 

ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫລາຍ,

 

ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມເບີກບານ ມ່ວນຊື່ນ ສະເຫລີມສະຫລອງ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 55 ປີ, ປະຊາຊົນ ລາວ ບັນດາເຜົ່າ ຮ່ວມກັບປະຊາຄົມໂລກ ພ້ອມກັນ ສະເຫລີມ ສະຫລອງ ວັນນໍ້າໂລກ ວັນທີ 22 ມີນາ 2010 ພາຍໃຕ້ຫົວ​ຂໍ້ "ຄຸນ​ນະພາ​ບນໍ້າ" ແລະ ຄຳຂວັນທີ່​ວ່າ "ນ້ຳ​ສະອາດ​ ເພື່ອ​ໂລກ​​​ ທີ່​ສົດໃສ".

 

ຄືໄດ້ຮູ້ນໍາກັນແລ້ວວ່າ ນໍ້າ ເປັນອົງປະກອບ ພື້ນຖານ ທີ່ຂາດບໍ່ໄດ້ ຂອງສິ່ງທີ່ມີຊີວິດໃນໂລກ, ນ້ຳແມ່ນຊີວິດ, ນໍ້າ ຍັງເປັນຫນື່ງໃນຊັບພະຍາກອນ ຍຸດທະສາດ ທີ່ປະກອບສ່ວນ ອັນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ນ້ຳຍັງເປັນສິ່ງຄ້ຳປະກັນ ຕໍ່ການດຳລົງຊີວິດປະຈຳວັນ ຂອງຄົນ ແລະ ຊີວະນາໆພັນໃນໂລກ, ເປັນຕົ້ນແມ່ນນ້ຳສະອາດ ເພື່ອດື່ມ ເພື່ອໃຊ້ປະຈຳວັນ ຂອງຊີວິດຄົນ, ແຕ່ພ້ອມກັນນັ້ນ ກໍ່ເຫັນວ່າ ໃນຕະຫລອດ 50 ປີ ທີ່ຜ່າ­ມາ ບັນ­ຫາມົນລະພິດ ທາງນໍ້າ ຂອງໂລກ ໄດ້ເພີ່ມຂຶ້­ນ ຢ່າງໄວວາ, ທັງນີ້ ສາຍເຫດສ່ວນໃຫຍ່ກໍຍ້ອນ­ ການ­ຂາດລະບົບລະບາຍນນໍ້າເປື້ອນ­ ແລະ ສຸຂ­າພິບານ­ ທີ່ເໝາະສົມ, ການ­ປ່ອຍ­ນ້ຳເປື້ອນ­ ແລະ ຖິ້ມຂີ້ເຫຍື່ອ ລົງສູ່ແຫລ່ງທຳມະຊາດໂດຍກົງ ໃນຂອບເຂດ ອັນ­ກ້ວາງຂວາງ. ມົນລະພິດທາງນໍ້າ ­ສົ່ງຜົນ­ກະທົບ ໃນໄລຍະຍາວ ຕໍ່ຄຸນນ­­ະພາບຂອງນໍ້າ ຊຶ່ງກໍ່ໃຫ້ເກີດ ມີຄວາມສ່ຽງຕ່າງໆ ຕໍ່ສຸຂະພາບຂອງຄົ­ນ. ສິ່ງດັ່ງກ່າວ ໄດ້ເຮັດໃຫ້ ຄວາມສາມາດຕອບສະໜອງ ຊັບພະຍາກອນນໍ້າ ເພື່ອການນຳໃຊ້ຕ່າງໆ ຖືກຈຳກັດລົງ ຢ່າງຫລວງຫລາຍ, ຄວາມສາມາດ ໃນການ­ຟື້ນຕົວຄືນ­ ຕາມທຳມະຊາດ ຂອງຊັບພະຍາກອນນໍ້າ ໂດຍຜ່ານ­ ລະບົບນິເວດບຳບັດ ກໍຫລຸດລົງ. ຈາກການ­ສຶກສາ ໃ­ນໂລກ ຊີ້ໃຫ້ເຫັນ­ວ່າ ໂດຍທົ່ວໄປແລ້ວ ມູນ­ຄ່າໃນ­ການ­ປ້ອງກັນ­ ຜົນ­ກະທົບ ຕໍ່ຄຸນ­ນ­ະພາບນໍ້າ ແມ່­ນຕ່ຳ ກວ່າມູນ­ຄ່າ ການ­ບຳບັດ­ນ້ຳເປື້ອນ­ ໃຫ້ມີຄຸນນ­­ະພາບດີຄືເກົ່າ. ດ້ວຍເຫດຜົນ ຄືດັ່ງກ່າວ ໃນທຸກໆປີ ພວກເຮົາ ຈຶ່ງໃຫ້ຄວາມສຳຄັນເປັນພິເສດ ຕໍ່ການສະເຫລີມສະຫລອງ ວັນນໍ້າໂລກ ເພື່ອໃຫ້ເຫັນໄດ້ ບົດບາດ ແລະ ຄວາມສຳຄັນ ຂອງຊັບພະຍາກອນນໍ້າ.

ບັນດາທ່ານ ທີ່ຮັກ​ແພງ,

ສປປ ລາວ ​ເປັນ​ປ​ະ​ເທດ ທີ່ ອຸດົມສົມບູນ ດ້ວຍ​ຊັບພະຍາກອນ​ນ້ຳ. ມີສາຍນ້ຳຂອງ ໃຫລຜ່ານແຕ່ເໜືອຮອດໃຕ້, ມີບັນດາສາຂາ ທີ່ມີຕົ້ນກຳເນີດ ໃນດິນແດນ ສປປລາວ ແລະ ມີປະລິມານນ້ຳຝົນ ທີ່ອຸດົມສົມບູນ. ຄວາມ​ອຸດົມສົມບູນ  ທາງ​ດ້ານ​ຊັບພະຍາກອນ​ນ້ຳ  ​ແລະ ສະພາບ​ພູມ​ມີປະເທດ  ຂອງ ສປປ ລາວ ​ດັ່ງກ່າວ ໄດ້ເປັນປັດ​ໃຈ​ອັນ​ສຳຄັນ ​ໃນ​ການ​ພັດທະນາ ໄຟຟ້ານ້ຳຕົກ  ຊຶ່ງເປັນການປະກອບ ສ່ວນອັນສຳຄັນ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ. ພ້ອມກັນນັ້ນ ຊັບພະຍາກອນນ້ຳ ຍັງເປັນປັດໄຈ ທີ່ສຳຄັນ ຮັບໃຊ້ໃຫ້ແກ່ ການພັດທະນາ ໃນຂະແໜງການຕ່າງໆ ເຊັ່ນ: ຊົນລະປະທານ, ການສະໜອງນ້ຳ ໃນຕົວເມືອງ ແລະ ຊົນນະບົດ, ການປະມົງ, ການທ່ອງທ່ຽວ, ອຸດສະຫະກຳ, ການຂົນສົ່ງ ແລະ ອື່ນໆ. ເຖີງຢ່າງໃດກໍຕາມ, ເນື່ອງຈາກຜົນກະທົບລວມ ຈາກການປ່ຽນແປງ ຂອງສະພາບດິນຟ້າອາກາດໂລກ, ສະພາບ​ການ​ຂາດ​ເຂີນ​ນ້ຳ​ໃນໂລກ ມີ​ທ່າ​ອ່ຽງ​ເພີ້​ມຂື້ນ ຊຶ່ງ​ກາຍ​ເປັນ​ບັນຫາ​ທ້າທາຍ ຕໍ່​ການ​ດຳ​ລົງ​ຄົງ​ຕົວ​ ຂອງ​ມະນຸດ​ຊາດ​ໃນ​ທົ່ວ​ໂລກ. ຢູ່​ໃນ ສປປ ລາວ, ປີ​ນີ້ ກໍ່​ໄດ້​ປະ​ເຊີນໜ້າ​ກັບ ​ບັນຫາ​ສະພາບ ນ້ຳຂອງບົກແຫ້ງ ທີ່ບໍ່ເຄີຍມີມາກ່ອນ ເນື່ອງຈາກລະດູຝົນ ໃນປີຜ່ານມາ ສີ້ນສຸດໄວກວ່າປົກກະຕິ, ມີປະລິມານນ້ຳຝົນໜ້ອຍ ແລະ ອາກາດຮ້ອນຜິດປົກກະຕິ ຊຶ່ງເຮັດໃຫ້ມີອັດຕາ ການລະເຫີຍສູງ, ທັງໝົດນີ້ ໄດ້ເປັນໄພຂົ່ມຂູ່ ຕໍ່ການດຳລົງຊີວິດການເປັນຢູ່ ແລະ ການຜະລິດທຸລະກິດ ຂອງປະຊາຊົນພວກເຮົາ. ຕໍ່ບັນຫາດັ່ງກ່າວ ລັດຖະບານ ກໍ່ໄດ້ເອົາໃຈໃສ່ຕິດຕາມ ຢ່າງໃກ້ຊິດ ແລະ ມີມາດຕະການແກ້ໄຂ ສຳລັບສະເພາະໜ້າ ແລະ ຍາວນານ ຢ່າງທັນເວລາ.

ອີງໃສ່ ຫົວຂໍ້ ຂອງ ວັນນໍ້າໂລກ ໃນປີນີ້ ທີ່ມີຄຳຂວັນວ່າ "ນ້ຳ​ສະອາດ​ເພື່ອ​ໂລກ​​ ທີ່ສົດໃສ", ຂ້າພະເຈົ້າ ເຫັນວ່າ ​ການ​ຮ່ວມ​ມື ເພື່ອພັດທະນາ ອ່າງແມ່ນໍ້າຂອງ ແບບຍືນຍົງ ແມ່ນສຳຄັນຫລາຍ, ດັ່ງນັ້ນ, ມັນຮຽກຮ້ອງໃຫ້ທຸກປະເທດ ແລະ ອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງ ຈົ່ງປະກອບສ່ວນເຂົ້າຮ່ວມ ໃນການປົກ-ປັກຮັກສາ ແລະ ຄຸ້ມຄອງ ແຫລ່ງກຳເນີດ ຂອງນ້ຳ ແລະ ຊັບພະຍາກອນທຳມະຊາດ ອັນອຸດົມສົມບູນ ໃນອ່າງນ້ຳຂອງ ແນໃສ່ເຮັດໃຫ້ສາຍນ້ຳຂອງ ເປັນສາຍນ້ຳທີ່ສະອາດ, ສົດໃສ, ມີຄຸນນະພາບ ອັນອຸດົມສົມບູນ ແລະ  ມີຄວາມຍືນຍົງ ຕະຫລອດໄປ. ຍ້ອນເຫັນໄດ້ ຄວາມສຳຄັນຄືດັ່ງກ່າວ, ໃນປີ 1995 ລັດຖະບານ ຂອງ ສີ່ປະເທດ ທີ່ນອນຢູ່ໃນອ່າງແມ່ນໍ້າຂອງຕອນລຸ່ມ ຄື: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ລາຊະອານາຈັກ ໄທ, ລາຊະອານາຈັກ ກຳປູເຈຍ ແລະ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ຕົກລົງ ກັນ ສ້າງຕັ້ງຄະນະກຳມາທິການແມ່ນໍ້າຂອງສາກົນ ຂຶ້ນ ເພື່ອເຮັດບົດບາດ ໃນການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນນໍ້າ ໃນອ່າງແມ່ນໍ້າຂອງ ໃຫ້ມີຄວາມກົມກຽວ ແລະ ຍືນຍົງ ກໍຄືການສ້າງ ຄວາມເຂັ້ມແຂງ ດ້ານບຸກຄະລາກອນ, ການຈັດຕັ້ງ ແລະ ລະບຽບການ ໃຫ້ບັນດາປະເທດພາຄີ. ພ້ອມນີ້ ສອງ ປະເທດ ທີ່ນອນຢູ່ອ່າງແມ່ນໍ້າຂອງຕອນເທິງ ຄື ສາທາລະນະລັດ ປະຊາຊົນ ຈີນ ແລະ ສະຫະພາບ ມຽນມາ ກໍໄດ້ເຂົ້າຮ່ວມ ເປັນຄູ່ເຈລະຈາ ໃນປີ 1996 ເປັນຕົ້ນມາ ແລະ ມີການຮ່ວມມືກັນ ນັບມື້ແໜ້ນແຟ້ນ ຍິ່ງໆຂຶ້ນ.

ເພື່ອຮັບປະກັນ ການພັດທະນາ ຊັບພະຍາກອນນໍ້າ ຢູ່ພາຍໃນປະເທດ ໃຫ້ມີ ປະສິດທິຜົນ ແລະ ຍືນຍົງ, ສປປ ລາວ ໄດ້ດຳເນີນການຄຸ້ມຄອງຊັບພະຍາກອນນໍ້າ ແບບປະສົມປະສານ ໂດຍມີ ການເຂົ້າຮ່ວມ ຂອງທຸກພາກສ່ວນ ທີ່ກ່ຽວຂ້ອງ ໃນຂອບເຂດອ່າງແມ່ນໍ້າ ໂດຍ-ໄດ້ໃຫ້ຄວາມສຳຄັນ ເປັນ ພິເສດ ຕໍ່ການປົກປັກຮັກສາຍອດນໍ້າ ໃນຂອບເຂດ ຂອງການຟື້ນຟູ ແລະປູກປ່າ ໃຫ້ໄດ້ 70 ສ່ວນຮ້ອຍ ຂອງເນື້ອທີ່ທົ່ວປະເທດ ໃນປີ 2020. ຄຽງຄູ່ກັນນີ້ ພວກເຮົາກໍໄດ້ເອົາໃຈໃສ່ ໃນການປັບປຸງ ລະບົບ ຂໍ້ມູນ-ຂ່າວສານ ອຸຕຸນິຍົມ ແລະ ອຸທົກກະສາດ ເພື່ອເປັນພື້ນຖານ ໃຫ້ແກ່ການວາງແຜນພັດທະນາ ເສດຖະກິດ-ສັງຄົມ ກໍຄື ການສ້າງລະບົບ ເຕືອນໄພພິບັດ ທີ່ເກີດຈາກນໍ້າ. ການບັນລຸ   ເປົ້າໝາຍ ເຫລົ່ານັ້ນ ຈະເປັນການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສະໜອງ ຄວາມຕ້ອງການ ຂັ້ນພື້ນຖານ ຂອງ ປະຊາຊົນ ແລະ ການຫລຸດຜ່ອນຄວາມທຸກຍາກ ຂອງປະເທດ ລົງເທື່ອລະກ້າວ ​ປະກອບສ່ວນ ​ເຂົ້າ​ໃນ​ການ​ບັນລຸເປົ້າໝາຍ​ ຂອງສະຫັດສະວັດ ດ້ານ​ການ​ພັດທະນາ​​ ທີ່​ໄດ້​ວາງ​ອອກ ຄື: ​​ເພີ່ມຈຳນວນ​ປະຊາກອນ​ ທີ່​ມີ​ນ້ຳສະອາດ​​ໃຊ້ ໃຫ້​ໄດ້ 80% ​ແລະ ສຸຂະ​ອະນາ​ໄມ​ຂັ້ນພື້ນຖານ​​ໃຫ້​ໄດ້​ 70%​ ​​ໃນ​ປີ 2015 ແລະ ຮັບປະກັນ​ໃຫ້​ໝົດ​ທຸກ​ຄົນ​ມີ ນ້ຳສະອາດ ​ແລະ ສຸຂະ​ອະນາ​ໄມ​ຂັ້ນພື້ນຖານ​ ໃນປີ 2025.

ບັນດາທ່ານ ທີ່ນັບຖື,

ເນື່ອງໃນໂອກາດ ວັນສະເຫລີມສະຫລອງ ວັນນໍ້າໂລກ ທີ່ໄດ້ໝູນວຽນມາຮອດ ອີກວາລະໜຶ່ງ, ໃນນາມ ລັດຖະບານ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງ ປະຊາຊົນ ລາວບັນດາເຜົ່າ, ຂະແໜງການ ທີ່ກ່ຽວຂ້ອງ, ອຳນາດການປົກຄອງ ທ້ອງຖິ່ນ, ຫົວໜ່ວຍທຸລະກິດ ແລະ ທຸກພາກສ່ວນ ໃນສັງຄົມ, ລວມທັງ ອົງການຈັດຕັ້ງສາກົນ ແລະ ບັນດາປະເທດ ເພື່ອນມິດ ໂດຍສະ ເພາະແມ່ນ ບັນດາປະເທດ ທີ່ນອນຢູ່ໃນ ອ່າງແມ່ນໍ້າຂອງ, ທີ່ໄດ້ພ້ອມກັນ ອອກແຮງສູ້ຊົນ ແລະ ປະສານສົມທົບ ໃນການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນນໍ້າ ຮ່ວມກັນ, ແນ່ໃສ່ ເຮັດໃຫ້ ສປປ ລາວເຮົາ ກໍຄື ຂົງເຂດອ່າງແມ່ນໍ້າຂອງ ມີສັນຕິພາບ, ສະເຖຍລະພາບ ແລະ ວັດທະນະຖາວອນ, ປະຊາຊົນ ມີ​ຄວາມ​ສົມບູນ​ພູນ​ສຸກ​ຕະຫຼອດ​ໄປ.

ທ້າຍສຸດນີ້  ຂ້າພະເຈົ້າ ຂໍຮຽກຮ້ອງ ມາຍັງປວງຊົນລາວ ທັງຊາດ ຈົ່ງເພີ່ມທະວີ ຄວາມສາມັກຄີ ເປັນເອກກະພາບ ສືບຕໍ່ເຂົ້າຮ່ວມ ຂະບວນການສ້າງປະເທດລາວ ໃຫ້ເປັນປະເທດສີຂຽວ, ສະອາດ ແລະ ງາມຕາ ເພື່ອປະກອບສ່ວນ ເຂົ້າໃນການຍົກສູງ ຄຸນນະພາບຊີວິດ ຂອງ ປວງຊົນທັງຊາດ ພ້ອມທັງ ປົກປັກຮັກສາ ສິ່ງແວດລ້ອມ ໃຫ້ມີຄວາມປອດໃສ ຕະຫລອດໄປ. ຂ້າພະເຈົ້າ ຂໍອວຍພອນ ໃຫ້ການ ສະເຫລີມສະຫລອງ ວັນນໍ້າໂລກ ທີ່ຕິດພັນ ກັບຂະບວນການຕ່າງໆ ຈົ່ງໄດ້ ຮັບຜົນສຳເລັດ ຕາມລະດັບ ຄາດໝາຍ ທີ່ວາງໄວ້.


ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ບົວສອນ  ບຸບຜາວັນ

LAST_UPDATED2