|
ສານຂອງພະນະທ່ານ ບົວສອນ ບຸບຜາວັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
(ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2010)

ບັນດາທ່ານ ທີ່ນັບຖື !
ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ
ມື້ນີ້ ລັດຖະບານ ແຫ່ງ ສປປ ລາວ ກໍຄືປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຮູ້ສຶກພາກພູມໃຈ ເປັນຢ່າງຍິ່ງທີ່ໄດ້ຮ່ວມກັບ ປະຊາຊາດ ໃນທົ່ວໂລກ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2010 ພາຍໃຕ້ຄຳຂວັນ "ຫຼາກຫຼາຍຊະນິດພັນໃນໂລກໜ່ວຍດຽວກັນ ແລະ ມີອະນາຄົດຮ່ວມ ກັນ (Many Species One Planet One Future).
ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ເຫັນວ່າ ສປປ ລາວ ເປັນປະເທດໜຶ່ງ ທີ່ຍັງມີຄວາມອຸດົມສົມບູນ ທາງທຳມະຊາດ ແລະ ຊີວະນາໆພັນ ເຊິ່ງ ໃນນັ້ນກໍລວມທັງ ພັນພືດ-ພັນສັດທີ່ຫາຍາກ ນອກນັ້ນປະເທດເຮົາ ຍັງຖືກຮັບຮູ້ວ່າແມ່ນສູນກາງ ຂອງຖິ່ນກຳເນີດຂອງແນວພັນເຂົ້າໜຽວດັ້ງເດີມ ທີ່ປະກອບ ມີ ເຂົ້ານາ ເຂົ້າໄຮ່ ແລະ ເຂົ້າປ່າຊະນິດຕ່າງໆ ຊຶ່ງປະຊາຊົນລາວບັນດາເຜົ່າ ໄດ້ຜະລິດ ແລະ ບໍລິໂພກສືບຕໍ່ກັນມາແຕ່ບູຮານນະການ ຊີວະນາໆພັນ ເຫຼົ່ານີ້ ໄດ້ເປັນແຫຼ່ງກຳເນີດຂອງສິ່ງມີຊີວິດຫຼາຍຮ້ອຍຫຼາຍພັນຊະນິດ ທີ່ກາຍເປັນແຫຼ່ງອາຫານ ແລະ ລາຍຮັບຕົ້ນຕໍຂອງປະຊາຊົນຢູ່ຊົນນະບົດ.
ແຕ່ເຖິງຢ່າງໃດກໍຕາມ ປັດຈຸບັນຊີວະນາໆພັນທີ່ເປັນແຫຼ່ງຫຼໍ່ລ້ຽງຊີວິດຂອງມະນຸດເຫຼົ່ານັ້ນ ກຳລັງຖືກຄຸກຄາມຈາກການກະທຳຂອງມະນຸດເອງ ສິ່ງທີ່ມີຊີ ວິດຫຼາຍພັນຊະນິດກຳລັງຕົກຢູ່ໃນສະພາວະທີ່ມີຄວາມສ່ຽງຕໍ່ການສູນພັນ ມະນຸດເຮົາໄດ້ທຳລາຍສະພາບແວດລ້ອມ ສ້າງມົນລະພິດ ແລະ ປ່ຽນແປງສິ່ງ ທີ່ມີຊີວິດ ແລະ ລະບົບນິເວດ ເຊິ່ງເປັນສາເຫດສຳຄັນຂອງການປ່ຽນແປງດິນຟ້າອາກາດ ແລະ ການເກີດໄພພິບັດທາງທຳມະຊາດນັບມື້ນັບເພີ່ມຂຶ້ນ ສູ່ ມື້ນີ້ບັນຫາການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດ ໄດ້ກາຍເປັນບັນຫາໃຈກາງທີ່ລັດຖະບານຂອງນາໆປະເທດ ແລະ ບັນດາອົງ ການຈັດຕັ້ງສາກົນໄດ້ສົນທະນາ ປຶກສາຫາລື ແລະ ທຸ້ມເທທຶນຮອນອັນມະຫາສານ ເພື່ອຫາທາງແກ້ໄຂ.
ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ !
ເພື່ອຮັບປະກັນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ໝັ້ນຄົງ ແລະ ຍືນຍົງ ລັດຖະບານ ແຫ່ງ ສປປ ລາວ ໄດ້ຖືເອົາການປົກປັກຮັກສາ ແລະ ບູລະນະຟື້ນຟູສິ່ງແວດລ້ອມ ເປັນວຽກງານຕົ້ນຕໍ ໂດຍໄດ້ກຳນົດນະໂຍບາຍຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ແບບຍືນຍົງ ແລະ ມີການເຂົ້າຮ່ວມ ຂອງປະຊາຊົນ ໃນນັ້ນລັດຖະບານໄດ້ຈັດແບ່ງລະບົບປ່າອອກເປັນ 3 ປະເພດຄື: ລະບົບປ່າປ້ອງກັນ ລະບົບປ່າສະຫງວນ ແລະ ລະບົບປ່າຜະລິດ ການຈັດສັນປ່າໄມ້ແມ່ນແນໃສ່ປົກປັກຮັກສາຟື້ນຟູຄືນພື້ນທີ່ປ່າໄມ້ທີ່ເສື່ອມໂຊມ ປ່າປອກໂລ້ນ ແລະ ປູກປ່າຄືນໃໝ່ ເພື່ອເພີ່ມເນື້ອທີ່ປົກຫຸ້ມໃຫ້ໄດ້ 65% ໃນປີ 2015 ແລະ 70% ໃນປີ 2020 ການຈັດສັນດັ່ງກ່າວນີ້ ແມ່ນຕິດພັນກັບການຈັດສັນທີ່ຢູ່ອາໄສ ບ່ອນທຳມາຫາກິນທີ່ໝັ້ນຄົງຍືນຍົງ ແລະ ການ ສ້າງລາຍຮັບໃຫ້ແກ່ປະຊາຊົນ ກໍຄືຊຸມຊົນໃນທ້ອງຖິ່ນຕ່າງໆໃຫ້ນັບມື້ນັບດີຂຶ້ນ.
ພ້ອມກັນນີ້ ລັດຖະບານກໍໄດ້ເອົາໃຈໃສ່ຄຸ້ມຄອງລະບົບປ່າສະຫງວນແຫ່ງຊາດ ຂະຫຍາຍເນື້ອທີ່ປ່າສະຫງວນ ໂດຍໃຫ້ຄວາມສຳຄັນຕໍ່ການອະນຸລັກຊີວະ ນາໆພັນ ສັດປ່າ ແລະ ສັດນ້ຳ ຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດໃຫ້ອຸດົມສົມບູນ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເຄື່ອນ ຍ້າຍສາຍພັນຕາມທຳມະຊາດ ແລະ ສົ່ງເສີມການອະນຸລັກແຫຼ່ງພັນທຸກຳໃນຖິ່ນ ແລະ ນອກຖິ່ນກຳເນີດ ເພີ່ມທະວີການສະກັດກັ້ນ ແລະ ການຄຸ້ມຄອງ ໄຟປ່າ ປົກປັກຮັກສາແຫຼ່ງຍອດນ້ຳ ອ່າງໂຕ່ງ ແລະ ອື່ນໆ.
ໃນຖານະທີ່ ສປປ ລາວ ເປັນພາຄີຂອງສົນທິສັນຍາສາກົນດ້ານສິ່ງແວດລ້ອມ ເປັນຕົ້ນ ສົນທິສັນຍາວ່າດ້ວຍຊີວະນາໆພັນ ແລະ ອານຸສັນຍາທີ່ກ່ຽວ ຂ້ອງ ພວກເຮົາໄດ້ປະກອບສ່ວນກັບປະຊາຄົມໂລກ ເພື່ອປົກປັກຮັກສາ ແລະ ບູລະນະຟື້ນຟູຄວາມຫຼາກຫຼາຍຂອງຊີວະນາໆພັນຢູ່ໃນປະເທດເຮົາ ໂດຍ ສົມທົບການຈັດຕັ້ງປະຕິບັດພັນທະລະດັບຊາດ ລະດັບພາກພື້ນ ແລະ ລະດັບສາກົນ.
ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ !
ເນື່ອງໃນໂອກາດການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2010 ທີ່ໝູນວຽນມາອີກວາລະໜຶ່ງ ແລະ ຕອບຮັບຕໍ່ການຮຽກຮ້ອງໃຫ້ປີ ນີ້ເປັນປີສາກົນຂອງຊີວະນາໆພັນ ເພື່ອຢຸດການສູນພັນ ແລະ ປູກຈິດສຳນຶກກ່ຽວກັບຄວາມສຳຄັນຂອງສິ່ງທີ່ມີຊີວິດຫຼາຍລ້ານຊະນິດທີ່ອາໄສຢູ່ໃນດິນ ໃນ ປ່າ ໃນມະຫາສະໝຸດ ໃນເກາະດອນກາງນ້ຳ ໃນພູຜາປ່າດົງ ແລະ ໃນໂລກທີ່ພວກເຮົາອາໄສຢູ່ ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກອົງການຈັດຕັ້ງຂອງ ລັດ ອຳນາດການປົກຄອງທຸກຂັ້ນ ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ບັນດາອົງການຈັດຕັ້ງສາກົນ ບັນດາປະເທດເພື່ອນມິດ ແລະ ຫົວໜ່ວຍທຸລະກິດຕ່າງໆ ຕະຫຼອດເຖິງພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນຈັດຕັ້ງປະຕິບັດພັນທະຂອງຕົນໃນການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ໄປຄຽງຄູ່ກັບສ້າງປະເທດລາວ ໃຫ້ເປັນສີຂຽວສະອາດ ແລະ ງາມຕາ ພ້ອມກັນເຄົາລົບ ແລະ ປະຕິບັດລະບຽບກົດໝາຍ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ອະນຸຮັກຊີວະນາໆພັນ ແລະ ລະບຽບກົດໝາຍອື່ນໆຢ່າງເຂັ້ມງວດ ເພື່ອ "ນຳໃຊ້ຊັບພະຍາກອນທຳມະຊາດໃຫ້ ສົມເຫດສົມຜົນ ແລະ ມີປະສິດທິຜົນ ຮັບປະກັນໃຫ້ການພັດທະນາເສດຖະກິດ-ສັງຄົມ ໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາ ກອນທຳມະຊາດ ໃຫ້ຍືນຍົງ ທັງຮັບປະກັນໃຫ້ປະຊາຊົນລາວບັນເຜົ່າດຳລົງຊີວິດໃນສິ່ງແວດລ້ອມທີ່ປອດໄພ ປາສະຈາກມົນລະພິດ ສາມາດປັບຕົວເຂົ້າ ກັບສະພາບການປ່ຽນແປງດິນຟ້າອາກາດ ໄປພ້ອມໆກັບການຂະຫຍາຍເສດຖະກິດຂຽວທີ່ຮັບປະກັນການປ່ອຍອາຍກາກບອນຕ່ຳ ທັງໝົດນີ້ກໍເພື່ອເປັນ ການອະນຸຮັກ ແລະ ປົກປັກຮັກສາຊີວະນາໆພັນທີ່ເປັນມໍລະດົກຂອງປວງຊົນລາວທັງຊາດ ໃຫ້ມີຄວາມຍືນຍົງຕະຫຼອດໄປ.
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ບົວສອນ ບຸບຜາວັນ |