|
ຄະນະກໍາມາທິການແມ່ນໍ້າຂອງສາກົນ (MRC), ລັດຖະບານຂອງ ສປປ ລາວ, ລັດຖະບານຂອງລາ ຊະອານາຈັກກໍາປູເຈຍ ແລະ ຫ້ອງການທະນາຄານໂລກ ກໍາລັງກະກຽມໂຄງການຄຸ້ມຄອງຊັບພະຍາກອນນໍ້າ ແບບປະສົມປະສານໃນອ່າງແມ່ນໍ້າຂອງ ຊຶ່ງຈະຖືກ ຈັດຕັ້ງປະຕິບັດ ພາຍໃນໄລຍະເວລາ 5 ປີ ໂດຍເລີ່ມແຕ່ປີ 2011-2015.
ຈຸດປະສົງຫຼັກຂອງໂຄງການ ແມ່ນເພື່ອສ້າງໂຄງການຕົວແບບ ໃນ ການຄຸ້ມຄອງຊັບພະຍາກອນນໍ້າແບບປະສົມປະສານ ຢູ່ໃນຂົງເຂດ ອ່າງແມ່ນໍ້າຂອງຕອນລຸ່ມ ຢູ່ໃນລະ ດັບພາກພື້ນ, ປະເທດ ແລະ ຂັ້ນແຂວງ, ຊຶ່ງຈະເປັນການປະກອບສ່ວນທີ່ສໍາຄັນ ເຂົ້າໃນການພັດທະນາ ໃນເຂດແມ່ນໍ້າຂອງຕອນລຸ່ມ.
ເພື່ອບັນລຸໄດ້ຈຸດປະສົງ ທີ່ກ່າວມາຂ້າງເທິງນັ້ນ, ໂຄງການໄດ້ມີການ ອອກແບບເພື່ອ:
i) ຊຸກຍູ້ການນໍາໃຊ້ເຄື່ອງມື ແລະ ທົດລອງການຈັດຕັ້ງປະ ຕິບັດກິດຈະກໍາທີ່ແນໃສ່ ການຄຸ້ມຄອງຊັບພະຍາກອນນໍ້າແບບປະສົມປະສານ ແລະ ການຄຸ້ມຄອງໄພພິບັດໃນອ່າງໂຕ່ງແມ່ນໍ້າ ຂອງ ຕອນລຸ່ມ, ແລະ ປັບປຸງການສື່ສານ ແລະ ການປຶກສາຫາລື;
ii) ປັບປຸງຄວາມອາດສາມາດ ຂອງສະຖາບັນເພື່ອຄຸ້ມຄອງຢູ່ປະເທດທີ່ກ່ຽວຂ້ອງ ລວມທັງ ການປັບປຸງລະບົບສະຖານີອຸທົກກະສາດ; ແລະ
iii) ປັບປຸງການການຄຸ້ມຄອງເຂດນໍ້າຖ້ວມ ແລະ ສັດນໍ້າຈືດໃນເຂດທີ່ມີທ່າອ່ຽງ ແລະ ມີຄວາມ ສໍາຄັນ ດ້ານນິເວດ ວິທະຍາໃນລະດັບ ພາກພື້ນ, ແລະ ປັບປຸງລະດັບຊີວິດການເປັນຢູ່ຂອງປະຊາຊົນ ທີ່ ຢູ່ເຂດຫ່າງໄກສອກຫຼີກ ໃນເຂດທີ່ໄດ້ມີການທົດລອງ ຈັດຕັ້ງປະຕິບັດ ໂຄງການ.
ອີງຕາມ ນະໂຍບາຍ ປ້ອງກັນດ້ານສິ່ງແວດລ້ອມ ແລະ ສັງຄົມຂອງທະນາຄານໂລກ, ອົງການ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ ໄດ້ຈັດຕັ້ງປະຕິບັດ ການປະເມີນຜົນກະທົບທີ່ອາດຈະເກີດຂຶ້ນ ທາງດ້ານ ສິ່ງແວດລ້ອມ ແລະ ສັງຄົມ ເບື້ອງຕົ້ນ (ສະບັບສົມບູນ) ໂດຍຜ່ານການທົບທວນຄືນເອກະສານທີ່ກ່ຽວຂ້ອງ, ການລົງ ເກັບກຳຂໍ້ມູນພາກສະຫນາມໃນເຂດໂຄງການ ແລະ ປຶກສາຫາລືກັບອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ຊຶ່ງຜົນຂອງການປະເມີນແມ່ນໄດ້ຖຶກສັງລວມໄວ້ໃນບົດລາຍງານການປະເມີນຜົນກະທົບສິ່ງແວດລ້ອມ ແລະ ສັງຄົມ ເບຶ້ອງຕົ້ນ.
ຜ່ານການປະເມີນຂັ້ນຕົ້ນເຫັນວ່າ ໂຄງການດັ່ງກ່າວ ແມ່ນອາດຈະພາໃຫ້ເກີດມີຜົນກະທົບທາງດ້ານສິ່ງ ແວດລ້ອມ ແລະ ສັງຄົມ ບໍ່ຫຼາຍ, ເນື່ອງຈາກວ່າ ອົງປະກອບທີ 1 ແລະ 2 ແມ່ນຈະເນັ້ນໜັກໃສ່ການ ຊ່ວຍເຫຼືອດ້ານເຕັກນິກ, ການສ້າງຄວາມອາດສາມາດ ແລະ ການຝຶກອົບຮົມ. ມີພຽງແຕ່ອົງປະກອບ ທີ 3 ທີ່ອາດຈະພາໃຫ້ເກີດມີຜົນກະທົບທາງລົບດ້ານສິ່ງແວດລ້ອມ ແລະ ສັງຄົມ ພຽງເລັກນ້ອຍ ອັນ ເນື່ອງມາຈາກ ການສ້ອມແປງປະຕູນໍ້າ, ລະບົບຊົນລະປະທານ ແລະ ສະຖານີລ້ຽງປາຢູ່ບາງແຂວງ ເປົ້າໝາຍ. ເພື່ອຊ່ວຍຫຼຸດຜ່ອນຜົນກະທົບທາງລົບ ທີ່ອາດເກີດຂື້ນຈາກກິດຈະກໍາດັ່ງກ່າວ, ອົງການ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ ໄດ້ມີການກະກຽມກອບການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ (ESMF), ກອບນະໂຍບາຍການຊົດເຊີຍ ແລະ ຍົກຍ້າຍຈັດສັນ (RPF) ແລະ ກອບການພັດທະນາ ຊົນເຜົ່າ (EGDF) ເພື່ອຊ່ວຍເປັນທິດທາງ ໃຫ້ແກ່ການຈັດຕັ້ງປະຕິບັດໂຄງການ ໃນໄລຍະຕໍ່ໄປ. ການ ປະເມີນຜົນກະທົບ ດ້ານສິ່ງແວດລ້ອມ ແລະ ສັງຄົມ ທີ່ລະອຽດແມ່ນຈະໄດ້ມີການກະກຽມເພີ່ມເຕີມ ເປັນກໍລະນີຕ່າງຫາກ ໃນໄລຍະຈັດຕັ້ງປະຕິບັດໂຄງການ ຖ້າມີຄວາມຈໍາເປັນ.
ດາວໂຫລດເອົາເອກະສານທີ່ກ່ຽວຂ້ອງ
1.M-IWRM-DRAFT ESMF Lao PDR Lao 13082010.pdf
2.M-IWRMP Draft Lao EGDF Lao 13082010.pdf
3.MIWRM CRFP 13082010 - Lao Language.pdf |