|
ຊາດລາວ ແລະ ມູນເຊື້ອ 2 ທັນວາ
(ວຽງຈັນໃຫມ່) ຊາດລາວເຮົາ ເປັນຊາດໜຶ່ງທີ່ມີປະຫວັດສາດອັນສະຫງ່າງາມ ແຫ່ງການກໍ່ຕັ້ງ ແລະ ປົກປັກຮັກສາປະເທດ ເປັນພັນໆປີມາແລ້ວ ນັບຕັ້ງແຕ່ປະເທດຊາດຂອງພວກເຮົາ ໄດ້ທ້ອນໂຮມບັນດາຫົວເມືອງຕ່າງໆ ເຂົ້າເປັນອານາຈັກລ້ານຊ້າງ (ປີ 1353) ພາຍໃຕ້ການນຳພາຂອງ ເຈົ້າຟ້າງຸ່ມ ປະເທດລາວ ໄດ້ມີອະນາເຂດອັນກ້ວາງໃຫຍ່ໄພສານ ແລະ ຊາດລາວ ໄດ້ຢູ່ໃນຍຸກແຫ່ງຄວາມເຂັ້ມແຂງຮຸ່ງເຮືອງ ໄລຍະຕໍ່ມາ ປະຊາຊົນລາວ ໄດ້ດຳເນີນສົງຄາມປົກປັກຮັກສາປິຕຸພູມ ແລະ ລຸກຮື້ຂຶ້ນຕໍ່ສູ້ຕ້ານການຮຸກຮານ ແລະ ການຄອບຄອງຂອງ ບັນດາກຸ່ມສັກດີນາ ສະຫຍາມ ພະມ້າ ເພື່ອກອບກູ້ເອົາອະທິປະໄຕແຫ່ງຊາດ ຕັ້ງຫຼາຍຄັ້ງຕໍ່ເນື່ອງກັນ ອັນພົ້ນເດັ່ນແມ່ນ ການຕໍ່ສູ້ພາຍໃຕ້ການນຳພາຂອງ ເຈົ້າໂພທິສະລາດ ເຈົ້າໄຊຍະເສດຖາທິລາດ.
ນັບແຕ່ສະຕະວັດທີ 18 ເປັນຕົ້ນມາ ຍ້ອນຄວາມແຕກແຍກ ພາຍໃນຂອງສັກດີນາ ໄດ້ເຮັດໃຫ້ອານາຈັກລ້ານຊ້າງ ເສື່ອມໂຊມລົງ ປະເທດຊາດຖືກຕັດແບ່ງ ແລະ ຖືກສັກດີນາສະຫຍາມ ເຂົ້າຮຸກຮານ ແລະ ຄອບຄອງ ແຕ່ປະຊາຊົນລາວ ກໍຍັງສາມັກຄີກັນລຸກຮື້ຂຶ້ນ ຕໍ່ສູ້ຢ່າງເດັດດ່ຽວອາດຫານ ອັນພົ້ນເດັ່ນແມ່ນ ຂະບວນການລຸກຮື້ຂຶ້ນ ໃນທົ່ວປະເທດ ໂດຍແມ່ນເຈົ້າອະນຸວົງ ເປັນຜູ້ນຳພາ (1827-1828).
ໃນທ້າຍສະຕະວັດທີ 19 ພວກລ່າເມືອງຂຶ້ນຝຣັ່ງ ໄດ້ເຂົ້າມາຮຸກຮານ ແລະ ວາງແອກເມືອງຂຶ້ນ ຄອບຄອງປະເທດລາວເຮົາ ໂດຍບໍ່ຍອມເປັນຂ້ອຍຂ້າມ້າຕ່າງ ຂອງພວກລ່າເມືອງຂຶ້ນ ປະຊາຊົນລາວບັນດາເຜົ່າ ໄດ້ລຸກຮື້ຂຶ້ນ ຕ້ານພວກລ່າເມືອງຂຶ້ນຝຣັ່ງ ຢ່າງເນື່ອງນິດລຽນຕິດ ເຊັ່ນ: ຂະບວນການຕໍ່ສູ້ຂອງປະຊາຊົນ ພາກກາງ ພາກໃຕ້ ການນຳພາຂອງພໍ່ກະດວດ (ປີ 1901-1903) ການລຸກຮື້ຂຶ້ນດ້ວຍອາວຸດ ຂອງປະຊາຊົນພາກໃຕ້ ທີ່ຍືດເຍື້ອເປັນເວລາ 36 ປີ (ປີ 1901-1937) ພາຍໃຕ້ການນຳພາຂອງອົງແກ້ວ ແລະ ອົງກົມມະດຳ ຂະບວນການຕໍ່ສູ້ຂອງເຜົ່າມົ້ງ ຢູ່ບັນດາແຂວງພາກເໜືອ ພາຍໃຕ້ການນຳພາຂອງເຈົ້າຟ້າປັດໃຈ (ປີ 1918-1922) ຂະບວນການຕໍ່ສູ້ດັ່ງກ່າວນັ້ນ ສຸດທ້າຍກໍຖືກປະລາໄຊ ຍ້ອນວ່າບໍ່ມັນມີແນວທາງປະຕິວັດທີ່ຖືກຕ້ອງ ແລະ ວິທະຍາສາດ ແຕ່ເຖິງຢ່າງໃດກໍຕາມ ມັນກໍສ້າງມູນເຊື້ອຕໍ່ສູ້ຮັກຊາດອັນອົງອາດ ບໍ່ຍອມຈຳນົນໃຫ້ແກ່ປະຊາຊົນເຮົາ ເຊິ່ງໄລຍະຕໍ່ມາ ພັກເຮົາກໍໄດ້ຂຸດຄົ້ນ ແລະ ເສີມຂະຫຍາຍການຕໍ່ສູ້ ຢ່າງເນື່ອງນິດລຽນຕິດ ຕະຫຼອດໄລຍະເກືອບໜຶ່ງສະຕະວັດນັ້ນ ແມ່ນໄລຍະທີ່ດຸເດືອດຂ້ຽວຂາດ ຫຍຸ້ງຍາກລຳບາກ ແລະ ສະຫງ່າອົງອາດທີ່ສຸດ ແມ່ນໄລຍະຕໍ່ສູ້ ຕ້ານຈັກກະພັດລ່າເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່ ເປັນເວລາ 30 ປີ ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ປີຊາສາມາດຂອງ ພັກປະຊາຊົນປະຕິວັດລາວ.
ການຕໍ່ສູ້ປົດປ່ອຍຊາດ ພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ ໄດ້ຜ່ານໄລຍະອັນລະອິດລະອ້ຽວ ແລະ ມີໄຊຕໍ່ເນື່ອງເປັນກ້າວໆ ຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ ຈົນເຖິງໄຊຊະນະອັນສົມບູນ ໃນວັນທີ 2 ທັນວາ ປີ 1975 ເຊິ່ງມີໄລຍະການຕໍ່ສູ້ດັ່ງນີ້:
+ ໄລຍະແຕ່ປີ 1945-1954: ແມ່ນໄລຍະຕໍ່ສູ້ຕ້ານແອກປົກຄອງຂອງ ຈັກກະພັດລ່າເມືອງຂຶ້ນຝຣັ່ງ ພາຍໃຕ້ແນວທາງການຕໍ່ສູ້ ອັນຍືດເຍື້ອຍາວນານທົ່ວປວງຊົນ ແມ່ນໄລຍະການຮັກສາ ແລະ ການສ້າງກຳລັງປະຕິວັດ ສ້າງຖານທີ່ໝັ້ນ ປຸກລຸກຂົນຂວາຍປະຊາຊົນ ເຮັດການປະຕິວັດ ດຳເນີນສົງຄາມກອງຫຼອນກໍ່ສ້າງ ກໍ່ສ້າງ ແລະ ບຳລຸງພະນັກງານ ສ້າງຕັ້ງກອງທັບລາວອິດສະຫຼະ (ກອງທັບປະຊາຊົນລາວໃນປັດຈຸບັນ) ໃນວັນທີ 20 ມັງກອນ 1949 ສ້າງຕັ້ງກ້ອນກຳລັງມະຫາສາມັກຄີ ບັນດາຊັ້ນຄົນທີ່ຮັກຊາດ (ສ້າງຕັ້ງແນວລາວອິດສະຫຼະ 1950) ສ້າງຕັ້ງແນວພັນທະພາບ ລາວ-ຫວຽດ-ຂະແມ ຂຶ້ນໃນປີ 1951 ການຕໍ່ສູ້ຂອງປະຊາຊົນສາມຊາດ ໄດ້ກາຍເປັນກະແສຟອງປະຕິວັດ ຢູ່ອິນດູຈີນ ຕີພວກລ່າເມືອງຂຶ້ນແບບເກົ່າ ໃຫ້ຍອມເຊັນສັນຍາເຊີແນວ ໃນປີ 1954 ກ່ຽວກັບອິນດູຈີນ ຍອມຮັບຮູ້ເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ 3 ປະເທດ ຮັບຮູ້ຖານະອັນຖືກຕ້ອງຕາມກົດໝາຍ ຂອງບັນດາກຳລັງປະຕິວັດລາວ ແລະ ສອງແຂວງເຕົ້າໂຮມ (ຫົວພັນ ຜົ້ງສາລີ) ເປັນເຂດຄຸ້ມຄອງໂດຍກົງ ຂອງກຳລັງປະຕິວັດລາວ.
+ ໄລຍະປີ 1955-1963: ເປັນໄລຍະທີ່ຈັກກະພັດອາເມລິກາ ແລະ ລູກມື ປະຕິບັດຍຸດທະສາດ ສົງຄາມຮຸກຮານລ່າເມືອງຂຶ້ນແບບໃໝ່ ພວກມັນໄດ້ພະຍາຍາມ ເຮັດໃຫ້ອຳນາດການປົກຄອງວຽງຈັນ ຂຶ້ນກັບອາເມລິກາ ຢ່າງສິ້ນເຊີງ ຫຼັງຈາກນັ້ນ ກໍລະດົມກຳລັງທະຫານຫຸ່ນ ເຂົ້າບຸກໂຈມຕີ 2 ແຂວງເຕົ້າໂຮມ (ຜົ້ງສາລີ ແລະ ຫົວພັນ) ແລະ ດຳເນີນການທຳລາຍປາບປາມ ຂະບວນການຕໍ່ສູ້ຂອງປະຊາຊົນລາວ ຢູ່ເຂດຄວບຄຸມຂອງເຂົາ.
ຕໍ່ໜ້າສະພາບການດັ່ງກ່າວ ພັກໄດ້ຍົກສູງຄັນທຸງສັນຕິພາບເປັນກາງ ຄວາມຖືກຕ້ອງປອງດອງຊາດ ເປີດກ້ວາງແນວໂຮມເອກກະພາບແຫ່ງຊາດ ສ້າງຕັ້ງແນວລາວຮັກຊາດ ໃນວັນທີ 6 ມັງກອນ 1956 ໂຮມເອົາທຸກທ່າອ່ຽງຮັກຊາດ ມັກຄວາມເປັນກາງ ແລະ ກ້າວໜ້າກໍ່ສ້າງກຳລັງປະກອບອາວຸດ ນຳພາກອງທັບ ແລະ ປະຊາຊົນ ປ້ອງກັນ 2 ແຂວງ ເຕົ້າໂຮມໄວ້ໄດ້ຢ່າງໝັ້ນຄົງ ເຮັດໃຫ້ຈັກກະພັດອາເມລິກາ ຍອມເຊັນສັນຍາວຽງຈັນ ປີ 1957.
ຈາກນັ້ນມາ ຈັກກະພັດອາເມລິກາ ພັດໃຊ້ຄວາມຮຸນແຮງ ດ້ວຍກຳລັງອາວຸດ ມ້າງເພລັດຖະບານປະສົມ ຈີກສັນຍາວຽງຈັນ ຈັບປະຊາຊົນຜູ້ຮັກຊາດ ປິດລ້ອມ ແລະ ຫວັງດັບສູນສອງກອງພັນຂອງກຳລັງຮັກຊາດ ທີ່ເຂົ້າລວມລາວ ຈັບກຸມບັນດາທ່ານຜູ້ນຳ ຂອງແນວລາວຮັກຊາດ.
ໄລຍະນັ້ນ ພັກໄດ້ຊີ້ນຳ-ນຳພາ ຫັນການຕໍ່ສູ້ດ້ວຍການເມືອງ ສົມທົບການຕໍ່ສູ້ດ້ວຍອາວຸດ ຍົກສູງຄັນທຸງແຫ່ງຄວາມເປັນທຳ ປົກປັກຮັກສາສັນຕິພາບ ເປັນກາງ ແລະ ຄວາມຖືກຕ້ອງປອງດອງຂອງຊາດ ເຮັດໃຫ້ກອງພັນທີສອງ ຂອງຝ່າຍປະເທດລາວ ຜ່າວົງປິດລ້ອມຂອງພວກທະຫານ ລາຊະອານາຈັກ ອອກໄປສູ່ຖານທີ່ໝັ້ນ ຂອງການປະຕິວັດ ຢ່າງພິລະອາດຫານ ໃນວັນທີ 17 ພຶດສະພາ 1959 ແລະ ຜູ້ນຳແນວລາວຮັກຊາດທີ່ຖືກຈັບ ກໍສາມາດແຫກຄຸກໄດ້ຢ່າງປອດໄພ ໃນເດືອນພຶດສະພາ ປີ 1960 ພ້ອມນັ້ນ ເຂດປົດປ່ອຍ ກໍໄດ້ຂະຫຍາຍ ກ້ວາງອອກ ແຕ່ເໜືອຮອດໃຕ້ ກວມເນື້ອທີ່ 2/3 ຂອງດິນແດນ ມີພົນລະເມືອງ 1/2 ຂອງທົ່ວປະເທດ ຈຳໃຫ້ຈັກກະພັດອາເມລິກາ ແລະ ລູກມື ຕ້ອງຍອມເຊັນສັນຍາເຊີແນວ ປີ 1962 ກ່ຽວກັບລາວ.
+ ໄລຍະປີ 1964-1973: ຈັກກະພັດອາເມລິກາ ໄດ້ດຳເນີນສົງຄາມພິເສດ ຕາມທິດສະດີຂອງຈອນເຊິນ ແລະ ຍຸດທະສາດສົງຄາມພິເສດ ເພີ່ມທະວີຕາມທິດສະດີຂອງນິກເຊິນ ພວກເຂົາໄດ້ລະດົມກຳລັງທະຫານ ຢ່າງຫຼວງຫຼາຍ ເປີດບັ້ນຮົບຂະໜາດໃຫຍ່ຫຼາຍຄັ້ງ ຊຶ່ງມີບາງບັ້ນຮົບໃຊ້ກຳລັງເຖິງ 50 ກອງພັນ ບຸກໂຈມຕີບຽດຢຶດເຂດປົດປ່ອຍ ແຕ່ເໜືອຮອດໃຕ້ ຫວັງດັບສູນກຳລັງປະຕິວັດ ພັກ ປະຊາຊົນ ປະຕິວັດລາວ ໄດ້ຢືນຢັນເຖິງຄວາມຕັດສິນໃຈວ່າ ຕ້ອງຕີເອົາຊະນະໃຫ້ໄດ້ ພັກໄດ້ປຸກລະດົມທົ່ວກອງທັບ ແລະ ທົ່ວປວງຊົນ ສາມັກຄີກັນ ຕໍ່ສູ້ຜ່ານຜ່າ ຄວາມຫຍຸ້ງຍາກນາໆປະການ ທັບມ້າງ ແລະ ຕີເອົາຊະນະທຸກໆບັ້ນຮົບ ທີ່ຈັກກະພັດອາເມລິກາສ້າງຂຶ້ນ ເຂດປົດປ່ອຍຂອງພວກເຮົາ ໄດ້ເປີດກ້ວາງອອກ ກວມເນື້ອທີ່ 4/5 ຂອງດິນແດນ ມີພົນລະເມືອງກ່ວາເຄິ່ງໜຶ່ງ ບັງຄັບໃຫ້ອາເມລິກາ ຕ້ອງເຊັນສັນຍາວຽງຈັນ ກ່ຽວກັບການຟື້ນຟູສັນຕິພາບ ແລະ ປະຕິບັດຄວາມປອງດອງຊາດ ໃນເດືອນກຸມພາ ປີ 1973.
+ ໄລຍະປີ 1973-1975: ແມ່ນໄລຍະຕໍ່ສູ້ປະຕິບັດສັນຍາວຽງຈັນ ກຳແໜ້ນ ແລະ ໝູນໃຊ້ກາລະໂອກາດ ຢຶດອຳນາດດ້ວຍສັນຕິວິທີ.
ມາເຖິງເດືອນເມສາ ປີ 1975 ສະພາວະການຂອງການປະຕິວັດໄດ້ສຸກງອມ ໂດຍກຳແໜ້ນກາລະໂອກາດ ພັນປີມີເທື່ອໜຶ່ງ ທີ່ເກີດມາຈາກສະພາບລວມພາຍໃນປະເທດ ແລະ ໄຊຊະນະອັນເປັນປະຫວັດສາດ ຂອງປະຊາຊົນຫວຽດນາມ ແລະ ກຳປູເຈຍ ພັກເຮົາໄດ້ໝູນໃຊ້ 3 ບາດຄ້ອນຍຸດທະສາດ (ການລຸກຮື້ຂຶ້ນຂອງມະຫາຊົນ ການໜູນໜີບຂອງ ກຳລັງປະກອບອາວຸດປະຕິວັດ ແລະ ການແຍກຕົວຂອງທະຫານສັດຕູ ສົມທົບກັບການຕໍ່ສູ້ ຢ່າງແຫຼມຄົມທາງດ້ານກົດໝາຍ) ທັບມ້າງກຳລັງ ແລະ ກົງຈັກປະຕິການທັງໝົດ ຍາດເອົາອຳນາດມາມືຂອງປະຊາຊົນ.
ວັນທີ 2 ທັນວາ 1975: ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ທີ່ນະຄອນຫຼວງວຽງຈັນ ໄດ້ເປັນເອກະສັນກັນ ຮັບຮອງເອົາມະຕິປະຫວັດສາດ ລົບລ້າງລະບອບລາຊາທິປະໄຕ ຢ່າງສິ້ນເຊີງ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ດ້ວຍສັນຕິວິທີແບບ ບົວບໍ່ຊ້ຳ ນ້ຳບໍ່ຂຸ່ນ.
ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ໄດ້ເຮັດໃຫ້ການຕໍ່ສູ້ ອັນສະຫງ່າອົງອາດກ່ວາໝູ່ ໃນປະຫວັດສາດຂອງຊາດລາວເຮົາ ສິ້ນສຸດລົງດ້ວຍໄຊຊະນະອັນຍິ່ງໃຫຍ່ ປະທານ ໄກສອນ ພົມວິຫານ ໄດ້ຕີລາຄາເຫດການປະຫວັດສາດ ອັນອັດສະຈັນດັ່ງກ່າວນັ້ນ ເປັນຂີດໝາຍແຫ່ງການສິ້ນສຸດລົງ ຢ່າງມີໄຊສົມບູນ ຂອງການປະຕິວັດຊາດປະຊາທິປະໄຕ ໃນປະເທດຂອງເຮົາ ແລະ ໄຂໄລຍະຂະຫຍາຍຕົວໃໝ່ ທີ່ຮຸ່ງເຮືອງສົດໃສທີ່ສຸດ ໃນປະຫວັດສາດຂອງຊາດເຮົາ ໄລຍະທີ່ປະຊາຊົນ ບັນດາຊົນຊາດເຮົາ ເປັນເຈົ້າປະເທດຊາດ ເປັນເຈົ້າຊະຕາກຳຂອງຕົນຢ່າງແທ້ຈິງ ກ້າວຂຶ້ນສູ່ເສັ້ນທາງອັນສະຫວ່າງສະໄຫວ ຂອງລັດທິສັງຄົມນິຍົມ ພາຍໃຕ້ການນຳພາຂອງພັກເຮົາ ແລະ ທ່ານໄດ້ຕີລາຄາໄຊຊະນະດັ່ງກ່າວວ່າ: ບໍ່ທັນມີເວລາໃດ ທີ່ປະຊາຊົນເຮົາ ເຊິ່ງເປັນຜູ້ສ້າງປະຫວັດສາດຂອງຊາດນັ້ນ ໄດ້ຍາດເອົາໄຊຊະນະອັນສົມບູນເຖິງຖອງ ແລະ ບໍລິບູນມາໄດ້ ຢ່າງສະຫງ່າລາສີຄືແນວນີ້ຈັກເທື່ອ ໄຊຊະນະນັ້ນ ບໍ່ສະເພາະແຕ່ໄດ້ຟື້ນຄວາມເປັນເອກະລາດ ຂອງປະເທດເຮົາ ທີ່ຖືກຢຽບຢ່ຳຍ່ຳຍີ ໄດ້ສອງສະຕະວັດກ່ວາມາແລ້ວ ຫາກຍັງເປັນຄັ້ງທຳອິດ ທີ່ປະຊາຊົນບັນດາຊົນຊາດເຮົາ ເຄີຍດຳລົງຊີວິດເປັນທາດ ໄດ້ຜ່ານພາວະທຸກຍາກຫຼ້າຫຼັງ ເຈັບໄຂ້ໄດ້ປ່ວຍ ຈົມຢູ່ໃນຄວາມມືດມົນອົນທະການ ກາຍມາເປັນເຈົ້າຂອງແທ້ຈິງຂອງຊາດໜຶ່ງ ທີ່ມີເອກະລາດ ມີອິດສະຫຼະພາບຢ່າງສົມບູນ ແລະ ພວມກ້າວຂຶ້ນສັງຄົມນິຍົມ ເຮັດໃຫ້ຄວາມມຸ້ງຫວັງອັນແຮງກ້າ ຂອງປະຊາຊົນລາວ ກໍຄືຂອງມວນມະນຸດ ປະກົດເປັນຈິງ ຢູ່ບົນຜືນແຜ່ນດິນ ທີ່ແສນຮັກຂອງພວກເຮົາ.
ໄຊຊະນະອັນຍິ່ງໃຫຍ່ດັ່ງກ່າວ ໄດ້ມາຍ້ອນປັດໄຈຫຼາຍຢ່າງ ແຕ່ອັນສຳຄັນຕັດສິນນັ້ນ ຄື:
1. ຍ້ອນມີແນວທາງອັນຖືກຕ້ອງ ແລະ ການນຳພາອັນສະຫຼາດສ່ອງໃສຂອງພັກເຮົາ ເຊິ່ງເປັນພັກມາກ-ເລນິນ ທີ່ແທ້ຈິງ ທີ່ໄດ້ໝູນໃຊ້ ລັດທິມາກ-ເລນິນ ເຂົ້າໃສ່ເງື່ອນໄຂຕົວຈິງຂອງປະເທດເຮົາ ຢ່າງປະດິດສ້າງ.
2. ຍ້ອນສະມາຊິກພັກ ພະນັກງານ ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຍອມເສຍສະຫຼະ ແລະ ອຸທິດຕົນ ຢ່າງບໍ່ມີຂອບເຂດ ເພື່ອຜົນປະໂຫຍດ ຂອງປະເທດຊາດ ຂອງປະຊາຊົນຜູ້ອອກແຮງງານ ແລະ ຂອງຊາດລາວທັງໝົດ.
3. ຍ້ອນຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ຂອງປວງຊົນລາວທັງຊາດ ຄວາມເປັນອັນໜຶ່ງອັນດຽວກັນຂອງກອງທັບ ແລະ ປະຊາຊົນເຮົາ ໄດ້ເຊີດຊູ ຈິດໃຈຮັກຊາດ ແລະ ລັດທິວິລະຊົນປະຕິວັດ ຕັດສິນໃຈເດັດດ່ຽວ ຕີເອົາຊະນະສັດຕູຜູ້ຮຸກຮານ.
4. ຍ້ອນຄວາມສາມັກຄີຮ່ວມສຳພັນສູ້ຮົບ ລະຫວ່າງປະຊາຊົນເຮົາ ກັບປະຊາຊົນຫວຽດນາມ ແລະ ກຳປູເຈຍ ອ້າຍນ້ອງ ຄວາມສາມັກຄີທີ່ເກີດຂຶ້ນ ບົນພື້ນຖານ ລັດທິຮັກຊາດອັນດູດດື່ມ ສົມທົບກັບລັດທິສາກົນກຳມະຊີບ ອັນແທ້ຈິງ.
5. ຍ້ອນການສະໜັບສະໜູນ ແລະ ການຊ່ວຍເຫຼືອຢ່າງກ້ວາງຂວາງ ຂອງຂະບວນການປະຕິວັດ ແລະ ກ້າວໜ້າໃນໂລກ ແກ່ພາລະກິດ ຕໍ່ສູ້ກູ້ຊາດຂອງປະຊາຊົນເຮົາ ກັບກະແສຟອງປະຕິວັດແຫ່ງຍຸກສະໄໝ ຕ້ານລັດທິຈັກກະພັດ ຢ່າງເນື່ອງນິດລຽນຕິດ ຈາກທຸກທິດ.
ນໍ້າໃຈວັນຊາດ ທີ 2 ທັນວາ ຫມັ້ນຍືນ
|