|
ມີພັກ ຊາດລາວເຮົາຈຶ່ງມີວັນນີ້ ... |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນພະຫັດທີ່ 18 ພະຈິກ 2010 ເວລາ 09: 14 |
|
ມີພັກ ຊາດລາວເຮົາຈຶ່ງມີວັນນີ້ ...
(ວຽງຈັນໃຫມ່) ນັບແຕ່ນີ້ໄປ ມີແຕ່ບຸນກັບບຸນ ເຊິ່ງແຕ່ລະບຸນ ແຕ່ລະງານສະຫຼອງ ລ້ວນແຕ່ຍິ່ງໃຫຍ່ທັງນັ້ນ ເປັນຕົ້ນແມ່ນບຸນກະຖິນ ຄັນເວົ້າທາງສາດສະໜານໍ ? ຫາກເວົ້າທາງໂລກແລ້ວ ຢູ່ນະຄອນຫຼວງເຮົາ ບຸນຍິ່ງໃຫຍ່ ກໍແມ່ນບຸນສະຫຼອງ ນະຄອນຫຼວງ ຄົບຮອບ 450 ປີ ເຊິ່ງເປີດສາກດ້ວຍພິທີປະດິດສະຖານ ແລະ ສະຫຼອງອະນຸສາວະລີ ເຈົ້າອະນຸວົງ ... ວັນທີ 19 ແມ່ນມື້ເປີດ ສະຫຼອງ 450 ປີ ຊຶ່ງຈັດຢູ່ສະໜາມກີລາແຫ່ງຊາດ ຫຼັກ 16 ວັນທີ 21 ພະຈິກ ມື້ຕັກບາດບຸນທາດຫຼວງ ... ແລະ ກ້າວໄປສູ່ ສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 35 ປີ.
ຊາວນະຄອນຫຼວງວຽງຈັນເຮົາ ເປັນເຈົ້າພາບໃຫຍ່ ແຂກຄົນຈາກພາຍໃນ ແລະ ຕ່າງປະເທດ ຈະຫຼັ່ງໄຫຼເຂົ້າສູ່ນະຄອນຫຼວງ ແຕ່ນີ້ໄປຈົນເຖິງປີໜ້າ (2011) ສະນັ້ນ ຂະບວນ 6 ສ ຈະຕ້ອງໄດ້ປະຕິບັດກັນ ຢ່າງເປັນຂະບວນຟົດຟື້ນ ... ວັນເສົາ ທີ 13 ຈະເຖິງນີ້ ຈະແມ່ນວັນເສົາແດງ ທີ່ມີຄວາມໝາຍທີ່ສຸດ ເພາະເປັນວັນກ່ອນມື້ບຸນ ຈຶ່ງຂໍເຊີນຊວນໝົດທຸກທ່ານ ລົງສູ່ທ້ອງຖະໜົນ ເພື່ອຮ່ວມກັນອະນາໄມ ... ປະດັບປະດາ ພ້ອມກັນນັ້ນ ກໍຢ່າລືມປະດັບປະດາສຳນັກງານ ອົງການ ໜ້າເຮືອນໜ້າຊານໃຫ້ສວຍງາມ ສະອາດສະອາງ ໃຫ້ສົມກັບວ່າ ຄົນນະຄອນຫຼວງ ຂອງຊາດລາວວິລະຊົນ.
ເພື່ອເຮັດໃຫ້ການສະຫຼອງ ນະຄອນຫຼວງມ່ວນຊື່ນ ຮັບປະກັນຄວາມສະຫງົບປອດໄພນັ້ນ ທາງການຈັດຕັ້ງ ເພິ່ນກໍວາງແຜນ ແລະ ກຳນົດວຽກຢ່າງຮັດກຸມ ໃນແຕ່ລະຂະແໜງການ ແລະ ໜ່ວຍງານສຳຄັນ ສະນັ້ນ ຈຶ່ງຂໍຮຽກຮ້ອງເຖິງພໍ່ແມ່ພີ່ນ້ອງ ປະຊາຊົນບັນດາເຜົ່າທຸກໆທ່ານ ທີ່ດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ ບໍ່ວາຊາວຕ່າງດ້າວ ຄົນຕ່າງປະເທດ ຕ້ອງຮ່ວມແຮງຮ່ວມໃຈກັນ ຢືນຄຽງຂ້າງການຈັດຕັ້ງ ສູ້ຊົນໃຫ້ສຳເລັດ ທຸກໜ້າທີ່ວຽກງານ ເພື່ອໃຫ້ແຜນການສະຫຼອງ ສຳເລັດຜົນຢ່າງຈົບງາມ.
ຫາກເພື່ອນມີໂອກາດ ເລາະຕາມຖະໜົນສາຍສຳຄັນ ຢູ່ນະຄອນຫຼວງ ຈະເຫັນວ່າມີຄວາມສວຍງາມ ແລະ ຕ່າງເກົ່າ ໂດຍສະເພາະຍາມກາງຄືນ ຈະເຫັນໄຟປະດັບ ຄຳຂວັນໄຟ ຕ່າງກໍແຂ່ງຂັນກັນເປັ່ງແສງ ເຫຼື້ອມລະຍິບລະຍັບໄປທົ່ວ ...
ນັບແຕ່ມື້ສ້າງຕັ້ງເປັນນະຄອນຫຼວງ ມາຮອດປີນີ້ ຄົບ 450 ປີ ຈຶ່ງມີການສະຫຼອງ ແລະ ສະຫຼອງຢ່າງຍິ່ງໃຫຍ່ ... ສະຫຼອງຢູ່ພາຍໃຕ້ລະບອບໃໝ່ ທີ່ມີອາຍຸ 35 ປີ ... ລະບອບໃໝ່ໃສຮອງໆເອີຍ !.. ຈັ່ງແມ່ນເຈົ້າວິເສດວິໂສ ແລະ ສະຫງ່າງາມແທ້ໆ ... ມີແຕ່ລະບອບໃໝ່ທໍ່ນັ້ນ ຊາດລາວຈຶ່ງມີກຽດສະຫງ່າ ໃນເວທີໂລກ ໄດ້ຢືນຢູ່ຄຽງຂ້າງ ຂອງທຸກປະເທດໃນໂລກ ຢ່າງສະເໝີພາບ ໃນຖານະລັດເອກະລາດໜຶ່ງໃນໂລກ.
ທັງໝົດນັ້ນ ແມ່ນຜົນງານ ແລະ ພາຍໃຕ້ການນຳພາ ທີ່ສະຫຼາດສ່ອງໃສ ຂອງພັກປະຊາຊົນ ປະຕິວັດລາວ ມີພັກ ຊາດລາວເຮົາຈຶ່ງມີວັນນີ້.
ນໍ້າໃຈວັນຊາດ ທີ 2 ທັນວາ ຫມັ້ນຍືນ |
|
LAST_UPDATED2 |