ສານ​ຂອງ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນພຸດທີ່ 23 ມີນາ 2011 ເວລາ 13: 56

ສານ​ຂອງ​ທ່ານ ທອງ​ສິງ ທຳ​ມະ​ວົງ
ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ

ເນື່ອງ​ໃນ​ໂອກາດ​ວັນນ້ຳ​ໂລກ, ວັນ​ທີ 22 ມີນາ 2011

ບັນດາທ່ານທີ່ນັບຖື,

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ,
ໃນທ່າມກາງທີ່ທົ່ວພັກ ທົ່ວກອງທັບ ທົ່ວປວງຊົນລາວ ກຳລັງຫ້າວຫັນຟົດຟື້ນສ້າງຂະບວນການ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວບັນດາເຜົ່າຮ່ວມກັບປະຊາຄົມໂລກ ໄດ້ພ້ອມກັນ ສະເຫລີມສະຫລອງວັນນ້ຳໂລກ ວັນທີ 22 ມີນາ ພາຍໃຕ້ຄຳຂວັນ: “ນ້ຳສຳລັບຕົວເມືອງ: ການແກ້ໄຂບັນຫາທີ່ທ້າທາຍໃນຕົວເມືອງ”.
ປະຈຸບັນໃນຂອບເຂດທົ່ວໂລກ ມີປະຊາຊົນຈຳນວນເຄິ່ງໜຶ່ງດຳລົງຊີວິດຢູ່ໃນຕົວເມືອງ. ຕົວເມືອງໃນທົ່ວໂລກ ໄດ້ມີການເຕີບໃຫຍ່ ຂະຫຍາຍຕົວຢ່າງໄວວາ ແລະ ຕໍ່ເນື່ອງຊຶ່ງເກີດມາຈາກການເພີ່ມຂຶ້ນຂອງປະຊາກອນ, ການຍົກຍ້າຍ ຈາກເຂດຊົນ ນະບົດເຂົ້າມາຕົວເມືອງ ແລະ ການຈັດສັນຄືນໃໝ່ເຂດຊົນນະບົດໃຫ້ກາຍມາເປັນຕົວເມືອງ. ການຂະຫຍາຍຕົວຂອງຕົວເມືອງປະມານ 93% ແມ່ນຢູ່ໃນບັນດາປະເທດທຸກຍາກ ແລະ ປະເທດທີ່ກຳລັງພັດທະນາ, ໃນນັ້ນ 40% ແມ່ນການຂະຫຍາຍຕົວ ຂອງຊຸມຊົນທີ່ອາໄສຢູ່ສະລຳ. ໃນໄລຍະ 1990-2001 ຊຸມຊົນທີ່ອາໄສຢູ່ໃນສະລຳໃນທົ່ວໂລກ ໄດ້ເພີ່ມຂຶ້ນໃນອັດຕາ 18 ລ້ານຄົນຕໍ່ປີ ແລະ ຄາດຄະເນວ່າຈະເພີ່ມຂຶ້ນເປັນ 27 ລ້ານຄົນຕໍ່ປີໃນຊ່ວງປີ 2005-2020. ໃນຂະນະດຽວກັນການລົງທຶນ ເຂົ້າໃສ່ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການບໍລິການນ້ຳສະອາດ ແລະ ສຸຂະອະນາໄມ ຍັງບໍ່ທັນສອດຄ່ອງ ກັບຈັງຫວະ ການຂະຫຍາຍຕົວຂອງປະຊາກອນ ໃນຕົວເມືອງ ອັນໄດ້ສະແດງອອກໃນອັດຕາສ່ວນເນື້ອທີ່ ການປົກຫຸ້ມການບໍລິການນ້ຳສະອາດຫລຸດລົງ, ຊຸມຊົນບໍ່ໄດ້ເຂົ້າເຖິງການບໍລິການທີ່ຈຳເປັນ ແລະ ຕ້ອງໄດ້ຈ່າຍຄ່ານ້ຳໃນລາຄາທີ່ສູງ. ເວົ້າລວມແລ້ວບັນຫາໃຈກາງ ຂອງຕົວເມືອງ ທີ່ຈະຕ້ອງໄດ້ແກ້ໄຂ ແມ່ນບັນຫາການສະໜອງນ້ຳສະອາດ ແລະ ສຸຂະອະນາໄມລວມທັງບັນຫາຄຸ້ມຄອງນ້ຳເປື້ອນ ແລະ ສິ່ງເສດເຫລືອ.

ເປັນທີ່ຮັບຮູ້ກັນແລ້ວວ່າການປ່ຽນແປງດິນຟ້າອາກາດເປັນສາຍເຫດໜຶ່ງທີ່ກໍ່ໃຫ້ເກີດມີໄພພິບັດທຳມະຊາດຮ້າຍແຮງ ແລະ ຖີ່ຂຶ້ນໂດຍສະເພາະແມ່ນໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ ຊຶ່ງສົ່ງຜົນກະທົບໂດຍກົງຕໍ່ຊັບພະຍາກອນນ້ຳທັງທາງດ້ານປະລິມານ ແລະ ຄຸນນະພາບ. ພ້ອມກັນນີ້ກໍ່ສ້າງບັນຫາຄວາມຫຍຸ້ງຍາກໃຫ້ແກ່ການສ້າງ ແລະ ປັບປຸງຕາໜ່າງການສະໜອງນ້ຳ ແລະ
ສຸຂະອະນາໄມ ຊຶ່ງມີຜົນສະທ້ອນຕໍ່ການດຳລົງຊີວິດຂອງປະຊາຊົນຢູ່ໃນເຂດຊົນນະບົດອັນເປັນສາເຫດຕົ້ນຕໍເຮັດໃຫ້ມີການຍົກຍ້າຍເຂົ້າສູ່ຕົວເມືອງຫລາຍຂຶ້ນ.

ບັນດາທ່ານທີ່ນັບຖື ແລະ ຮັກແພງ,

ການພັດທະນາຕົວເມືອງຢູ່ ສປປ ລາວ ເຮົາບໍ່ສາມາດຕັດແຍກອອກຈາກການພັດທະນາຂອງໂລກໄດ້. ອັດຕາການເພີ່ມ ຂຶ້ນຂອງການຫັນເປັນຕົວເມືອງແມ່ນມີອັດຕາທີ່ສູງພໍສົມຄວນ, ຕາມການຄາດຄະເນ ຕົວເມືອງໄດ້ມີການຂະຫຍາຍຕົວໃນອັດຕາ 4% ຕໍ່ປີ ໂດຍສະເລ່ຍ ແລະ ປະຊາກອນທີ່ອາໄສໃນຕົວເມືອງມີປະມານ 1.8-2.0 ລ້ານຄົນ. ການຂະຫຍາຍຕົວໃນຕົວຈິງແລ້ວ ອາດຈະສູງກວ່ານີ້ຫລາຍເທົ່າ ໂດຍສະເພາະໃນກໍລະນີຕົວເມືອງໃຫຍ່ເຊັ່ນ: ນະຄອນຫລວງວຽງຈັນ ແລະ 4 ຕົວເມືອງອັນດັບ ສອງເຊັ່ນ: ຫລວງພະບາງ, ທ່າແຂກ, ເມືອງໄກສອນພົມວິຫານ ແລະ ປາກເຊ. ເມືອງເຫລົ່ານີ້ ຮຽກຮ້ອງ ໃຫ້ມີການສະໜອງການ ບໍລິການພື້ນຖານທີ່ຈຳເປັນ ເປັນຕົ້ນ: ນ້ຳສະອາດ ແລະ ສຸຂະອະນາໄມ.

ໃນໄລຍະຫລັງມານີ້ເປັນທີ່ສັງເກດເຫັນວ່າໄປຄຽງຄູ່ກັບຜົນສຳເລັດ ໃນການພັດທະນາຕົວເມືອງ ແລະ ການສະໜອງນ້ຳ ສະອາດ ແລະ ສຸຂະອະນາໄມ ພວກເຮົາຍັງມີຂໍ້ຫຍຸ້ງຍາກ ແລະ ບັນຫາຄ້າງຄາ ຈຳນວນໜຶ່ງຊຶ່ງຈະຕ້ອງໄດ້ມີການແກ້ໄຂຢ່າງ ຂາດຕົວ ເພື່ອຮັບປະກັນຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າເປັນຕົ້ນແມ່ນ: ບັນຫານ້ຳເປື້ອນ ແລະ ບັນ າຂີ້ເຫຍື້ອ ຊຶ່ງ ນັບມື້ນັບຫລາຍຂຶ້ນໃນນີ້ແມ່ນການນຳໃຊ້ ແລະ ຖິ້ມຖົງຢາງປລາສະຕິກຢ່າງຊະຊາຍ. ໃນຕົວເມືອງໃຫຍ່ເຊັ່ນ: ນະຄອນຫລວງ ວຽງຈັນ ຍັງມີປະຊາຊົນ ທີ່ຍັງບໍ່ທັນສາມາດເຂົ້າເຖິງນ້ຳປະປາຫລາຍກວ່າ 30%, ເມືອງໃຫຍ່ອັນດັບສອງ ກໍ່ມີຄວາມຕ້ອງການ
ຂະຫຍາຍບໍລິມາດການຜະລິດ ແລະ ຕາໜ່າງການບໍລິການນ້ຳປະປາ ໃນລະດັບເຖິງ 2 ເທົ່າ ຂອງລະບົບທີ່ມີຢູ່ໃນປະຈຸບັນ. ນອກຈາກນັ້ນບັນດາຕົວເມືອງເອກຂອງແຂວງກໍ່ປະເຊີນໜ້າກັບບັນຫານີ້ເຊັ່ນດຽວກັນ.

ອີງໃສ່ຫົວຂໍ້ຂອງການສະເຫລີມສະຫລອງວັນນ້ຳໂລກ ໃນປີນີ້ທີ່ມີຄຳຂວັນວ່າ “ນ້ຳສຳລັບຕົວເມືອງ: ການແກ້ໄຂບັນຫາທີ່ ທ້າທາຍໃນຕົວເມືອງ”  ຂ້າພະເຈົ້າ ເຫັນວ່າກິດຈະກຳ ຂອງການສະເຫລີມ ສະຫລອ ງວັນດັ່ງກ່າວແມ່ນມີເປົ້າໝາຍເພື່ອກະຕຸກຊຸກຍູ້ ແລະ ສົ່ງເສີມໃຫ້ທຸກພາກສ່ວນຂອງສັງຄົມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ໄຂບັນຫາທ້າທາຍ ໃນຕົວເມືອງຊຶ່ງຕິດພັນ ກັບການເພີ່ມຂຶ້ນ ຢ່າງໄວວາຂອງປະຊາກອນໃນຕົວເມືອງ, ການຂະຫຍາຍການຜະລິດ ແລະ ບໍລິການໃນຕົວເມືອງກໍ່ຄືຜົນກະທົບ ຈາກການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທຳມະຊາດ ເປັນຕົ້ນ: ບັນຫານ້ຳສະອາດ ແລະ ສຸຂະອະນາໄມ, ບັນຫາເຂດ ຂຽວໃນຕົວເມືອງຕະຫລອດຮອດບັນຫາຂີ້ເຫຍື້ອ ແລະ ນ້ຳເປື້ອນ ຊຶ່ງລ້ວນແລ້ວແຕ່ເປັນວຽກທີ່ນອນຢູ່ໃນຂະບວນການກະກຽມສ້າງ ຜົນງານເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ, ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 56 ປີ ແລະ ວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VII. ດັ່ງນັ້ນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທຸກກະຊວງ ແລະ ອົງການຂອງ ລັດຖະບານ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ, ອົງການແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ຊາວໜຸ່ມ, ແມ່ຍິງ, ກຳມະບານ ຕະຫລອດຮອດອົງການຈັດຕັ້ງຂອງເອກະຊົນ ແລະ ສັງຄົມຈົ່ງໄດ້ຕັ້ງໜ້າປະກອບສ່ວນ ແລະ ເຂົ້າຮ່ວມໃນ ຂະບວນການຮັກຊາດ ແລະ ພັດທະນາເພື່ອສ້າງບ້ານເມືອງໃຫ້ເປັນສີຂຽວ, ສະອາດ, ງາມຕາ.

ເພື່ອບັນລຸຈຸດປະສົງດັ່ງກ່າວ, ກ່ອນອື່ນໝົດອົງການຈັດຕັ້ງຂອງລັດ ແລະ ມະຫາຊົນ, ອຳນາດການປົກຄອງທຸກຂັ້ນຕ້ອງໄດ້ ອອກແຮງຢ່າງຕັ້ງໜ້າສຸມໃສ່ໂຄສະນາ, ເຜີຍແຜ່ ແລະ ຍົກລະດັບຈິດສຳນຶກ ກ່ຽວກັບຄວາມສຳຄັນຂອງສະພາບແວດລ້ອມ ທີ່ປອດ ໃສຕິດພັນກັບຄຸນນະພາບຊີວິດຂອງປະຊາຊົນ ໃຫ້ແກ່ມວນຊົນທຸກຂັ້ນຢ່າງກ້ວາງຂວາງ ເພື່ອເຮັດໃຫ້ເຂົາເຈົ້າມີຄວາມເຂັ້າໃຈ ແລະ ຮັບຮູ້ໄດ້ເຖິງຜົນຮ້າຍ ແລະ ຜົນກະທົບຕ່າງໆທີ່ອາດຈະເກີດຂຶ້ນຈາກການກະທຳຂອງເຂົາເຈົ້າເອງ ແລະ ເພື່ອເຮັດໃຫ້ເຂົາເຈົ້າ ສາມາດເຂົ້າຮ່ວມໃນກິດຈະກຳຕ່າງໆຂອງການຄຸ້ມຄອງນ້ຳເປື້ອນ ແລະ ຂີ້ເຫຍື້ອຢ່າງ ເໝາະສົມໃນທຸກຂັ້ນຕອນ ຢ່າງເປັນເຈົ້າການ. ໃນຕໍ່ໜ້າພວກເຮົາຄວນພິຈາລະນາການສ້າງກົນໄກອັນເໝາະສົມ ເພື່ອຮັບປະກັນເຮັດໃຫ້ວຽກງານດັ່ງກ່າວສາມາດສືບຕໍ່ດຳເນີນການ ໄດ້ເປັນປົກກະຕິຢ່າງຕໍ່ເນື່ອງ ໂດຍການເຂົ້າຮ່ວມ ແລະ ເປັນເຈົ້າການຂອງຊຸມຊົນ.

ພ້ອມກັນນີ້, ຂ້າພະເຈົ້າ ກໍ່ຂໍຮຽກຮ້ອງມາຍັງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຈົ່ງໄດ້ສືບຕໍ່ໃຫ້ການສະໜັບ ສະໜູນຕໍ່ ສປປ ລາວ ໃນວຽກງານການແກ້ໄຂນ້ຳ ແລະ ສຸຂະອະນາໄມ ສຳລັບຕົວເມືອງ ແລະ ການແກ້ໄຂບັນຫາທີ່ທ້າທາຍ ໃນການພັດທະນາຕົວເມືອງ ເພື່ອປະກອບສ່ວນຍົກສູງຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າ ແລະ ປະຕິບັດຄາດໝາຍການ ພັດທະນາສະຫັດສະວັດ.

ບັນດາທ່ານທີ່ນັບຖື ແລະ ຮັກແພງ,

ເນື່ອງໃນໂອກາດການສະເຫລີມສະຫລອງວັນນ້ຳໂລກ ທີ່ໄດ້ໝູນວຽນມາຮອດອີກວາລະໜຶ່ງ, ໃນນາມລັດຖະບານ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງປະຊາຊົນລາວບັນດາເຜົ່າ, ຂະແໜງການທີ່ກ່ຽວຂ້ອງ, ອຳນາດ ການປົກຄອງທ້ອງຖິ່ນທຸກຂັ້ນ, ອົງການແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ ຕະຫລອດຮອດບັນດາຫົວ ໜ່ວຍທຸລະກິດ ແລະ ທຸກພາກສ່ວນ ໃນສັງຄົມທີ່ໄດ້ພ້ອມກັນອອກແຮງສູ້ຊົນ ແລະ ປະກອບສ່ວນເຂົ້າໃນການພັດທະນາຕົວເມືອງ ຮ່ວມກັນເພື່ອແນໃສ່ເຮັດໃຫ້ປະຊາຊົນທີ່ອາໄສຢູ່ໃນຕົວເມືອງມີຄຸນນະພາບຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ. ພ້ອມກັນນີ້ຂ້າພະເຈົ້າ ກໍ່ຂໍສົ່ງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນສາກົນ ຕະຫລອດຮອດບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫລືອ ສປປ ລາວ ໃນວຽກງານດັ່ງກ່າວ.

ທ້າຍສຸດນີ້ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງປວງຊົນລາວທັງຊາດ ຈົ່ງເພີ່ມທະວີຄວາມສາມັກຄີເປັນເອກະພາບສືບຕໍ່ເຂົ້າຮ່ວມ ໃນຂະບວນການຮັກຊາດ ແລະ ພັດທະນາ ເພື່ອສ້າງປະເທດລາວ ໃຫ້ເປັນປະເທດສີຂຽວສະອາດ ແລະ ງາມຕາປະກອບສ່ວນ ເຂົ້າໃນການຍົກສູງຄຸນນະພາບຊີວິດຂອງປວງຊົນທັງຊາດ ພ້ອມທັງປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມປອດໃສຕະຫລອດໄປ. ຂ້າພະເຈົ້າ ຂໍອວຍພອນ ໃຫ້ການສະເຫລີມສະຫລອງ ວັນນ້ຳໂລກ ທີ່ຕິດພັນກັບຂະບວນການຕ່າງໆ ຈົ່ງໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

LAST_UPDATED2