|
ທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ ປະທານອົງກວດກາລັດຖະບານ ປະທານຄະນະກຳມະການສິ່ງແວດລ້ອມແຫ່ງຊາດ ໄດ້ກ່າວວ່າ:
ໃນທ່າມກາງບັນຍາກາດທີ່ທົ່ວພັກ ທົ່ວກອງທັບ ແລະ ທົ່ວປວງຊົນ ພ້ອມພາກັນເບີກບານມ່ວນຊື່ນຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ IXຂອງພັກປະຊາຊົນປະຕິວັດລາວ ປະຊາຊົນລາວບັນດາເຜົ່າ ຮ່ວມກັບປະຊາຄົມໂລກ ໄດ້ພ້ອມພາກັນສະຫຼອງວັນອຸຕຸນິຍົມໂລກ ຄົບຮອບ 61 ປີ (23/3/1950-23/3/2011) ຊຶ່ງປີນີ້ ອົງການອຸຕຸນິຍົມໂລກ ໄດ້ປະກາດສະຫຼອງພາຍໃຕ້ຫົວຂໍ້ "ພູມອາກາດ ເພື່ອຮັບໃຊ້ມວນມະນຸດ".
ດັ່ງທີ່ຮູ້ ແລະ ເຂົ້າໃຈທົ່ວກັນດີແລ້ວວ່າ ພູມອາກາດໃນໂລກນີ້ມີສະພາບຜັນແປປ່ຽນແປງໄປຕາມການເວລາ ຫຼື ຕາມລະດູການ ຊຶ່ງມີຜົນສະທ້ອນ ທັງທາງບວກ ແລະ ທາງລົບ ຕໍ່ການດຳລົງຊີວິດຂອງມວນມະນຸດ ເຫັນໄດ້ຈາກຫຼາຍເຫດການໄພພິບັດຜ່ານມາ.
ເຊັ່ນ: ລົມພາຍຸທໍນາໂດ ແລະ ນ້ຳຖ້ວມຮ້າຍແຮງທີ່ສະຫະລັດອາເມລິກາ ພາຍຸທະເລຊາຍຢ່າງຮ້າຍແຮງທີ່ມົງໂກລີ ແລະ ສປ ຈີນ ສະພາບໄພແຫ້ງແລ້ງ ໃນບາງປະເທດເຂດອາຟຣິກກາ ແລະ ບາງປະເທດເຂດຕາເວັນອອກກາງ ກະທົບຢ່າງຮ້າຍແຮງຕໍ່ການຜະລິດສະບຽງອາຫານ ແລະ ພະຍາດລະບາດພາຍຸໃຕ້ຝຸ່ນ ແລະ ລົມມໍລະສຸມ ຊຶ່ງເປັນຕົ້ນເຫດໄພພິບັດນ້ຳຖ້ວມຢ່າງຮ້າຍແຮງທີ່ຟີລິບປິນ ສປ ຈີນ ສ.ສ ຫວຽດນາມ ມຽນມາ ແລະ ໝູ່ເກາະມະຫາສະໝຸດອິນເດຍ ແລະ ອື່ນໆ...ແຜ່ນດິນໄຫວ ແລະ ພູໄຟລະເບີດທີ່ອິນໂດເນເຊຍ ແຜ່ນດິນໄຫວ ແລະ ຄື້ນຊຸນາມິ ມະຫາໄພພິບັດທີ່ປະທດຍີ່ປຸ່ນ ຢູ່ ສປປ ລາວ ເຖິງແມ່ນບໍ່ຕິດກັບທະເລ ຫຼື ມະຫາສະໝຸດ ແຕ່ກໍບໍ່ອາດຫຼີກເວັ້ນຈາກຜົນກະທົບຂອງການປ່ຽນແປງພູມອາກາດ ຊຶ່ງໄດ້ສະແດງອອກດ້ວຍຫຼາຍຮູບແບບ ເຊັ່ນ: ໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ ອາກາດໜາວເຢັນຜິດປົກກະຕິຢູ່ເຂດພູສູງ ແລະ ພູພຽງ ແລະ ອາກາດຮ້ອນຢູ່ບາງແຂວງທົ່ງພຽງ ເປັນຜົນກະທົບຕໍ່ການພັດທະນາເສດຖະກິດຂອງຊາດ ເຊັ່ນ: ຕໍ່ການປູກຝັງ-ລ້ຽງສັດ ແລະ ພະຍາດລະບາດແຜ່ນດິນໄຫວ ກໍເປັນໄພທຳມະຊາດ ທີ່ມີຄວາມສ່ຽງສູງຢູ່ໃນ ສປປ ລາວ ແລະ ໄດ້ເກີດຂຶ້ນຫຼາຍຄັ້ງໃນຊຸມປີຜ່ານມາ.
ສຳລັບ ສປປ ລາວ ພັກ ແລະ ລັດຖະບານ ຍາມໃດກໍມີຄວາມເປັນຫ່ວງເປັນໄຍ ເພື່ອປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນບັນດາເຜົ່າ ໃນສະພາບການທີ່ທົ່ວໂລກມີການປັ່ນປ່ວນທາງດ້ານພູມອາກາດ ຈາກການປ່ຽນແປງດິນຟ້າອາກາດທີ່ນຳໄປເຖິງການເກີດໄພພິບັດທຳມະ ຊາດ ນັບມື້ຮ້າຍແຮງ ແລະ ມີຄວາມຖີ່ເພີ່ມຂຶ້ນ ສປປ ລາວ ໄດ້ສົມທົບກັບປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ອອກແຮງສ້າງຍຸດທະສາດ ຄຸ້ມຄອງໄພພິບັດແຫ່ງຊາດ ພ້ອມດ້ວຍແຜນດຳເນີນງານ ແລະ ໂຄງການລະອຽດ ເພື່ອຮັບມື ແລະ ຕອບໂຕ້ກັບສະພາບໄພພິບັດດັ່ງກ່າວ ອັນພົ້ນເດັ່ນແມ່ນໄດ້ມີທິດທາງແຜນການສ້າງຕັ້ງລະບົບເຕືອນໄພ ລ່ວງໜ້າແຫ່ງຊາດ ເພື່ອເຮັດໜ້າທີ່ ພະຍາກອນໄພນ້ຳຖ້ວມ ໄພແຫ້ງແລ້ງ ແລະ ແຈ້ງເຕືອນໄພທຳມະຊາດຢ່າງມີປະສິດທິຜົນ ໂດຍຕິດພັນກັບການປັບປຸງ ແລະ ຍົກລະດັບຕາໜ່າງສະຖານີອຸຕຸນິຍົມ ແລະ ອຸທົກກະສາດ ແລະ ສະຖານີແຜ່ນດິນໄຫວໃນຂອບເຂດທົ່ວປະເທດ ລວມທັງປັບປຸງຕາໜ່າງສະຖານີອຸຕຸການບິນ ເພື່ອຮັບມືກັບໄພພິບັດດ້ານຄົມມະນາຄົມທາງອາກາດ ພ້ອມກັນນັ້ນກໍມີແຜນການຟື້ນຟູປັບປຸງຕາໜ່າງສະຖານີອຸຕຸ ກະເສດ ໃນຂອບເຂດທົ່ວປະເທດ ຊຶ່ງເປັນກຸນແຈສຳຄັນ ເພື່ອຮັບໃຊ້ການຜະລິດກະສິກຳ ຫັນເປັນສິນຄ້າ ແລະ ແຜນງານຄ້ຳປະກັນສະບຽງອາຫານ ຕາມທິດຫັນໄປສູ່ທັນສະໄໝເທື່ອລະກ້າວ ພ້ອມກັນນີ້ ສປປ ລາວ ຈະສືບຕໍ່ຮ່ວມກັບປະຊາຄົມໂລກດຳເນີນມາດຕະການຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງຕົນ ເພື່ອຮັບມືກັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ເປັນຕົ້ນ ໃນວຽກງານຄຸ້ມຄອງຊັບພະຍາກອນນ້ຳແບບປະສົມປະສານ ນຳໃຊ້ຊັບພະຍາກອນທຳມະຊາດອັນອຸດົມຮັ່ງມີຂອງຊາດໃຫ້ມີຄວາມ ຍືນຍົງ ແລະ ປົກປັກຮັກສາປ່າໄມ້ ຕິດພັນກັບການປູກປ່າໃຫ້ບັນລຸຄາດໝາຍ ການປົກຫຸ້ມກວມເຖິງ 70% ຮອດປີ 2020 ຢາກບັນລຸເປົ້າໝາຍດັ່ງກ່າວ ບັນຫາໃຈກາງແມ່ນການສ້າງຊັບພະຍາກອນມະນຸດ ແລະ ປັບປຸງກົງຈັກການຈັດຕັ້ງແຕ່ສູນກາງຮອດທ້ອງຖິ່ນ ໃຫ້ມີຄວາມຮັບປະກັນ ແລະ ຄວາມສາມາດສູງ ເພື່ອເຮັດຫຼ້ອນໜ້າທີ່ ພະຍາກອນອາກາດ ພະຍາກອນນ້ຳ ແລະ ແຈ້ງເຕືອນໄພພິບັດ ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນແມ່ນການຜະລິດ ແລະ ການທຳມາຫາກິນຂອງປະຊາຊົນບັນດາເຜົ່າ.
ໃນໂອກາດວັນອຸຕຸນິຍົມໂລກ ປີ 2011 ນີ້ ໃນນາມລັດຖະບານ ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍມາຍັງຄະນະກຳມະການຄຸ້ມຄອງໄພພິບັດແຫ່ງ ຊາດ ພ້ອມທັງບັນດາຂະແໜງການທີ່ກ່ຽວຂ້ອງ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ຕະຫຼອດຮອດບັນດາຫົວໜ່ວຍທຸລະກິດ ແລະ ທຸກພາກສ່ວນໃນສັງຄົມ ທີ່ໄດ້ພ້ອມກັນອອກແຮງສູ້ຊົນ ແລະ ປະກອບສ່ວນເຂົ້າໃນວຽກງານຫຼຸດຜ່ອນຄວາມສ່ຽງ ແລະ ແກ້ໄຂຜົນຮ້າຍຈາກໄພທຳມະຊາດ ເປັນຕົ້ນ ຜົນງານພົ້ນເດັ່ນໃນການຮັບມືກັບນ້ຳຖ້ວມໃຫຍ່ ປີ 2008 ແລະ ຜົນກະທົບຈາກພາຍຸເກດສະໜາ ໃນ 3 ແຂວງພາກໃຕ້ ໃນປີ 2009 ພ້ອມກັນນີ້ ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງບັນດາອົງການຈັດຕັ້ງສາກົນ ສະຖາບັນການເງິນສາກົນ ຕະຫຼອດຮອດອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ພິເສດ ຂອບໃຈມາຍັງອົງການອຸຕຸນິຍົມໂລກ ທີ່ໄດ້ປະກອບສ່ວນສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການສະໜັບສະໜູນຊ່ວຍເຫຼືອແກ່ວຽກງານດັ່ງກ່າວໃນ ອະນາຄົດ. |