|
ກອງປະຊຸມ ພາຄີ ຕໍ່ ອະນຸສັນຍາ ມົງ ເຣອານ ຄັ້ງທີ 22 |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນອັງຄານທີ່ 30 ພະຈິກ 2010 ເວລາ 07: 13 |
|

(GMS) ໃນລະຫວ່າງ ວັນທີ 8–12 ພະຈິກ 2010 ກອງປະຊຸມພາຄີຕໍ່ອະນຸສັນຍາ ມົງເຣອານຄັ້ງທີ 22 ໄດ້ຈັດຂື້ນທີ່ບາງກອກ,ປະເທດໄທ ໂດຍການເຂົ້າຮ່ວມ ຂອງບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ພະນັກງານຂັ້ນກົມ ແລະ ອາວຸໂສຂອງບັນດາປະເທດພາຄີ ຕໍ່ອະນຸສັນຍາ ມົງເຣອານ.
|
|
LAST_UPDATED2 |
|
ອ່ານເພິ່ມເຕິມ...
|
|
ກອງປະຊຸມພົບປະຂອງລັດຖະມົນຕີແມ່ນ້ຳຂອງ+ອາເມລິກາ |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນພຸດທີ່ 03 ພະຈິກ 2010 ເວລາ 12: 48 |
|

(ວຽງຈັນໃຫມ່) ວັນທີ 30 ຕຸລາ 2010 ໄດ້ມີກອງປະຊຸມອາຫານເຊົ້າ ແບບເຮັດວຽກບໍ່ເປັນທາງການ ຂອງລັດຖະມົນຕີແມ່ນ້ຳຂອງ ຕອນລຸ່ມ+ອາເມລິກາ ໃນໂອກາດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 17 ຢູ່ຮ່າໂນ້ຍ ສ.ສ ຫວຽດນາມ ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປພາຍໃຕ້ ການເປັນປະທານຮ່ວມຂອງ ທ່ານ ນ.ຮີນລາຣີ ຄຼິນຕັນ ລັດຖະມົນຕີວ່າການກະຊວງ ການຕ່າງປະເທດຂອງສະຫະລັດອາເມລິກາ ແລະ ທ່ານ ຟາມຢາຄຽມ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສ.ສ ຫວຽດນາມ ໂດຍມີ ການເຂົ້າຮ່ວມຂອງທ່ານ ດຣ.ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ວ່າການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ບັນດາລັດຖະມົນຕີຕ່າງ ປະເທດ ຂອງກຳປູເຈຍ ແລະ ໄທ.
|
|
LAST_UPDATED2 |
|
ອ່ານເພິ່ມເຕິມ...
|
|
|
GMS ministers endorse key cooperation documents |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນພະຫັດທີ່ 26 ສິງຫາ 2010 ເວລາ 10: 55 |
|
ຂໍອະໄພ ບໍ່ມີຂ່າວເປັນພາສາລາວ |
|
LAST_UPDATED2 |
|
ອ່ານເພິ່ມເຕິມ...
|
|
ກອງປະຊຸມ ລັດພາຄີ ສົນທິສັນຍາ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 15 |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນສຸກທີ່ 01 ມັງກອນ 2010 ເວລາ 00: 00 |
|

ໃນຕອນແລງ ຂອງວັນທີ່ 17 ທັນວາ 2009, ທ່ານ ອາຊາງ ລາວລີ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສິ່ງແວດລ້ອມ ແຫ່ງຊາດ ຫົວໜ້າຄະນະຜູ້ແທນ ຂອງ ສປປ ລາວ ໄດ້ຂຶ້ນກ່າວຄຳປາໄສ ຢູ່ກອງປະຊຸມລັດພາຄີສົນທິສັນຍາວ່າດ້ວຍ ການປ່ຽນແປງດິນຟ້າອາກາດຄັ້ງທີ 15 ແລະ ກອງປະ ຊຸມລັດພາຄີອະນຸສັນຍາກຽວໂຕ ວ່າດ້ວຍການຄວບຄຸມອາຍພິດເຮືອນແກ້ວ ຄັ້ງທີ່ 5 ເຊິ່ງໄດ້ຈັດຂື້ນ ແຕ່ວັນທີ 7-18 ທັນວາ 2009 ທີ່ ນະຄອນຫລວງໂກເປັນຮາກ, ປະເທດເດັນມາກ.
|
|
ອ່ານເພິ່ມເຕິມ...
|
|
ກອງປະຊຸມສະພາມົນຕີ ຄມສ ຄັ້ງທີ 16 |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນພຸດທີ່ 30 ທັນວາ 2009 ເວລາ 15: 04 |
|

ກອງປະຊຸມສະພາມົນຕີ ຄະນະກຳມາທິການແມ່ນ້ຳຂອງສາກົນ ຄັ້ງທີ 16 ໄດ້ຖຶກຈັດຂຶ້ນທີ່ ເມຶອງຫົວຫີນ, ປະເທດໄທ ລະຫວ່າງວັນທີ 26–27 ພະຈິກ 2009 ໂດຍການເປັນ ປະທານຂອງ ທ່ານ ສຸວິດ ຄຸນກິຕິ, ລັດຖະມົນຕີວ່າການ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ປະທານຄະນະກຳມະການແມ່ນ້ຳຂອງແຫ່ງຊາດໄທ ທັງເປັນປະທານ ສະພາມົນຕີຄະນະກຳມາທິການແມ່ນ້ຳຂອງສາກົນ ສົກປີ 2009-2010, ກອງປະຊຸມດັ່ງກ່າວແມ່ນມີ ຄະນະຜູ້ແທນຈາກ 4 ປະເທດສະມາຊິກ ຄະນະກຳມາທິການແມ່ນ້ຳຂອງສາກົນເຂົ້າຮ່ວມ (ກຳປູເຈຽ, ສປປ ລາວ, ໄທ, ແລະ ຫວຽດນາມ), ສຳຫຼັບ ຄະນະຜູ້ແທນ ສປປ ລາວ ແມ່ນນຳໂດຍ ທ່ານ ນາງ ເຂັມແພງ ພົນເສນາ,ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ຫົວຫນ້າອົງການຊັບພະຍາກອນນ້ຳແລະສິ່ງແວດລ້ອມ, ປະທານ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ທັງເປັນສະມາຊິກສະພາມົນຕີ ຄະນະກຳມາທິການແມ່ນ້ຳຂອງສາກົນ ຂອງ ສປປ ລາວ.
|
|
ອ່ານເພິ່ມເຕິມ...
|
|
Asean-US leaders take steps to strengthen ties |
|
|
|
|
ຂໍອະໄພ ບໍ່ມີຂ່າວເປັນພາສາລາວ |
|
ອ່ານເພິ່ມເຕິມ...
|
|
Japan-Mekong countries step towards further cooperation |
|
|
|
|
ຂໍອະໄພ ບໍ່ມີຂ່າວເປັນພາສາລາວ |
|
ອ່ານເພິ່ມເຕິມ...
|
|
ມອບໃບປະກາສະນີຍະບັດໃຫ້ນັກຮຽນອຸຕຸນິຍົມ ແລະ ອຸທົກກະສາດຊັ້ນກາງຊຸດທີ III |
|
|
|
|
ຂຽນໂດຍ ໜັງສືພິມ ປະຊາຊົນ
|
|
ວັນພຸດທີ່ 30 ກັນຍາ 2009 ເວລາ 11: 33 |
|

ວັນທີ 25/9/2009 ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຈັດພິທີປິດສະຫລຸບ ແລະ ມອບໃບປະກາສະນີຍະບັດໃຫ້ແກ່ນັກຮຽນອຸຕຸນິຍົມ ແລະ ອຸທົກກະສາດ ຊັ້ນກາງຊຸດ ທີ III ຂຶ້ນ ທີ່ສະໂມສອນ ກອງພັນໃຫຍ່ 703. ໂດຍການເປັນປະທານ ຂອງ ທ່ານ ນາງ ເຂັມແພງ ພົນເສນາ ລັດຖະມົນຕີ ປະຈຳ ສຳນັກງານນາຍົກລັດຖະມົນຕີ ຫົວຫນ້າອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ, ພ້ອມດ້ວຍຫົວຫນ້າກົມ, ຮອງ ກົມອ້ອມຂ້າງອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ແລະ ແຂກທີ່ຖືກເຊີນ ພ້ອມພະນັກງານກົມອຸຕຸນິຍົມ ແລະ ອຸທົກກະສາດເຂົ້າຮ່ວມ ຢ່າງພ້ອມພຽງ. |
|
ອ່ານເພິ່ມເຕິມ...
|
|
|
|
|
<< ເລີ່ມຕົ້ນ < ຖອຍຫຼັງ 1 2 ຕໍ່ໄປ > ສຸດທ້າຍ >>
|
|
Page 1 of 2 |