ກອງປະຊຸມສະພາມົນຕີ ຄມສ ຄັ້ງທີ 16 PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນພຸດທີ່ 30 ທັນວາ 2009 ເວລາ 15: 04

ກອງ​ປະຊຸມ​ສະພາ​ມົນຕີ ຄະນະ​ກຳມາ​ທິການ​ແມ່ນ້ຳຂອງ​ສາກົນ ຄັ້ງທີ 16 ​ໄດ້​ຖຶກຈັດ​ຂຶ້ນທີ່ ​ເມຶ​ອງຫົວ​ຫີນ,  ປະ​ເທດ​ໄທ ລະຫວ່າງ​ວັນ​ທີ 26–27 ພະຈິກ 2009 ​ໂດຍ​ການ​ເປັນ​ ປະທານ​ຂອງ ​ທ່ານ ສຸ​ວິດ ຄຸນ​ກິ​ຕິ, ລັດຖະມົນຕີ​ວ່າການ​ ກະຊວງ​ ຊັບພະຍາກອນ​ທຳ​ມະ​ຊາດ​ ແລະ ​ສິ່ງ​ແວດ​ລ້ອມ, ປະທານ​ຄະນະ​ກຳມະການ​ແມ່ນ້ຳຂອງ​ແຫ່ງ​ຊາດ​ໄທ ​ທັງ​ເປັນ​ປະທານ ສະພາ​ມົນຕີ​ຄະນະ​ກຳມາ​ທິການ​ແມ່ນ້ຳຂອງ​ສາກົນ ສົກ​ປີ 2009-2010, ​ກອງ​ປະຊຸມ​ດັ່ງກ່າວ​ແມ່ນ​ມີ ຄະນະ​ຜູ້​ແທນ​ຈາກ 4 ປະ​ເທດ​ສະມາຊິກ ຄະນະ​ກຳມາ​ທິການ​ແມ່ນ້ຳຂອງ​ສາກົນ​ເຂົ້າຮ່ວມ ​(ກຳປູ​ເຈຽ, ສປປ ລາວ, ​ໄທ, ​ແລະ ຫວຽດນາມ), ສຳ​ຫຼັບ ຄະນະ​ຜູ້​ແທນ ສປປ ລາວ ​ແມ່ນ​ນຳ​ໂດຍ ທ່ານ ນາງ ​ເຂັມ​ແພງ ພົນ​ເສນາ,ລັດຖະມົນຕີ​ປະຈຳ​ສຳນັກງານ​ນາ​ຍົກລັດຖະມົນຕີ, ຫົວຫນ້າ​ອົງການ​ຊັບພະຍາກອນ​ນ້ຳ​ແລະ​ສິ່ງ​ແວດ​ລ້ອມ, ປະ​ທານ ຄະນະ​ກຳມະການ​ແມ່ນ້ຳຂອງ​ແຫ່ງ​ຊາດ​ລາວ ທັງ​ເປັນ​ສະມາ​ຊິກ​ສະພາ​ມົນຕີ ຄະນະ​ກຳມາ​ທິການ​ແມ່ນ້ຳຂອງ​ສາກົນ ຂອງ ສປປ ລາວ.

 


 

ສະພາ​ມົນຕີ ຄະນະ​ກຳມາ​ທິການ​ແມ່ນ້ຳຂອງ​ສາກົນ ​ແມ່ນ​ມີ​ບົດ​ບາດ ​​ໃນ​ການ​ຕັດສິນ​ໃນ​ລະດັບ​ນະ​ໂຍບາຍ ​ແລະ ​ໃຫ້​ທິດ​ຊີ້ນຳ​ໃນ​ການ​ສົ່ງ​ເສີມ, ສະຫນັບສະຫນຸນ, ຮ່ວມ​ມື, ປະສານ​ງານ ກິດຈະກຳ​ແລະ​ແຜ​ນງານ​ຮ່ວມ​ກັນ ​ເພື່ອ​ຈັດຕັ້ງປະຕິບັດ ສັນຍາ ປີ 1995 ວ່າ​ດ້ວຍ​ການ​ຮ່ວມ​ມື​ເພື່ືອການ​ພັດທະນາ​ແບບ​ຢືນ​ຍົງ ​ໃນ​ອ່າງ​ແມ່ນ້ຳຂອງ ​ແລະ​ການ​ຄຸ້ມ​ຄອງ ຄະນະ​ກຳມາ​ທິການ​ແມ່ນ້ຳຂອງ​ສາກົນ. ສັນຍາ​ແມ່ນ້ຳຂອງທີ່ເຊັນໃນ ປີ 1995 ລະຫວ່າງ ລັດຖະບານ ກຳປູ​ເຈຽ, ສປປ ລາວ , ​ໄທ, ​ແລະ ສສ ຫວຽດນາມ ​ແມ່ນ ​ເກິ​ດຂຶ້ນຈາກ​ທັດສະນະ​ຮ່ວມ​ກັນ​ຂອງ​ທັງ ສີ່​ປະ​ເທດ ​ໃນ​ການ​ຄຸ້ມ​ຄອງ​ຈັດການ​ຊັບພະຍາກອນ​ນ້ຳ​ແລະ​ພັດທະນາ​ທ່າ​ແຮງ​ທາງ​ເສດຖະກິດ​ໃນ​​ຂົງ​ເຂດແມ່ນ້ຳຂອງ.

ກອງປະຊຸມ ດັ່ງກ່າວໄດ້ ແບ່ງອອກ ເປັນ 3 ວັນ ດັ່ງ​ລາຍ​ລະອຽດຕໍ່​ໄປ​ນີ້:

  1. ກອງປະຊຸມສະພາມົນຕີ ເຊິ່ງເປັນກອງປະຊຸມພາຍໃນສະເພາະ ຄະນະຜູ້ແທນຈາກ ບັນດາປະເທດພາຄີ, ໃນວັນທີ 26 ພະຈິກ 2009.
  2. ກອງປະຊຸມຮ່ວມກັບກຸ່ມຜູ້ໃຫ້ທຶນ ແລະ ປະເທດຄູ່ເຈລະຈາ, ໃນວັນທີ 27 ພະຈິກ 2009.
  3. ການຮັບຮອງເອົາບົດບັນທຶກກອງປະຊຸມ, ໃນວັນທີ 27 ພະຈິກ 2009.

ໃນບົດປາໃສ ທ່ານ ນາງ ເຂັມແພງ ພົນເສນາ, ໃນນາມປະທານສະພາມົນຕີ ສົກປີ 2008/2009, ໄດ້ກ່າວເຖິງຜົນສຳເລັດ ຂອງ ຄະນະກຳມາທິການແມ່ນ້ຳຂອງສາກົນ ໃນໄລຍະໜຶ່ງປີຜ່ານມາ, ເປັນຕົ້ນວ່າການສະໜອງຕອບ ຢ່າງທັນການ ຕໍ່ ໄພນ້ຳຖ້ວມ ໃນປີ 2008, ການລິເລີ່ມ ປັບຕົວ ຕໍ່ ການປ່ຽນແປງດິນຟ້າອາກາດ, ການເພີ່ມທະວີ ການຮ່ວມມືທາງດ້ານວິຊາການ ກັບ ສປ ຈີນ ໃນການ ປະເມີນຜົນສິ່ງແວດລ້ອມແບບຍຸດທະສາດ ໃນບັນດາເຂື່ອນໄຟຟ້າ ຕາມລຳແມ່ນ້ຳຂອງ, ການສ້າງຂະບວນການມີສ່ວນ ຮ່ວມ ຂອງ ພາກສ່ວນກ່ຽວຂ້ອງ ໃນຂະບວນການຕັດສິນບັນຫາ ໂດຍສະເພາະ ແມ່ນການຮ່າງນະໂຍບາຍການມີ ສ່ວນຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງ, ແລະ ອີກຜົນສຳເລັດໜຶ່ງ ກໍຄືການອະນຸມັດ ຍຸດທະສາດການຊື່ສານ ແລະ ນະໂຍບາຍການເປີດເຜີຍຂໍ້ມູນ ເຊິ່ງຈະມີບົດບາດສຳຄັນ ໃນການເຮັດໃຫ້ ຄະນະກຳມາທິການແມ່ນ້ຳຂອງສາກົນ ເປັນ ອົງການຈັດຕັ້ງທີ່ເປີດເຜີຍ ແລະ ມີຄວາມໂປ່ງໃສຍິ່ງຂຶ້ນ.ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຮອງເອົາ ວິທີການ ແລະ ກອບເວລາ ໃນການສ້າງແຜນຍຸດທະສາດ ປີ 2011-2015. ແຜນຍຸດທະສາດຄັ້ງນີ້ ຈະສ້າງຂື້ນ ໂດຍ ການເປັນເຈົ້າການ ຂອງ ບັນດາປະເທດພາຄີ ໂດຍຈະມີການປະສົມປະສານ ລະຫວ່າງ ບົດຮຽນທີ່ຖອດຖອນໄດ້ ໃນ ການຈັດຕັ້ງປະຕິບັດແຜນຍຸດທະສາດຜ່ານມາ ແລະ ການທົບທວນເຄີ່ງພາກ ຂອງແຜນຍຸດທະສາດ 2006-2010, ການປຶກສາຫາລືໃນວົງກ້ວາງ ກັບ ພາກສ່ວນກ່ຽວຂ້ອງຕ່າງໆ, ແລະ ລະບົບການຄຸ້ມຄອງຜົນງານ ຂອງ ຄະນະກຳມາທິການແມ່ນ້ຳຂອງສາກົນ. ​ໃນ​ກອງ​ປະຊຸມ ສະພາ​ມົນຕີ ຄັ້ງທີ 16 ນີ້, ກອງ​ປະຊຸມ ​ໄດ້ ອະ​ນຸມັດ ງົບປະມານ​ບໍລິຫານ ກອງ​ເລຂາ ຄະນະ​ກຳມາ​ທິການ​ແມ່ນ້ຳຂອງ​ສາກົນ​ແລະ ​ແຜ​ນງານ ສົກ​ປີ 2009/2010, ກອງ​ປະຊຸມ​ຍັງ​ໄດ້​ອະນຸມັດ​ຮັບ​ເອົາ​​ໂຄງການ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ​ແບບ​ປະ​ສົມປະສານ​ໃນ​ຂົງ​ເຂດ​ແມ່ນ້ຳຂອງ ຊຶ່ງ​ຈະ​ຊ່ວຍ​ສ້າງ​ກອບສຳ​ຫຼັບພາກພຶ້ນ ​ໃນ​ການວາງ​ແຜນ ​ແລະ ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ​ແບບ​ປະສົມ​ປປະສານ, ສ້າງ​ເຄືອງ​ມື​ຄຸ້ມ​ຄອງ, ລະບຽບການ, ຂະ​ບວນການ​ແລະ​ການ​ສ້າງ​ຄວາມ​ອາດສາມາດ ​ເພື່ອ​ຈັດຕັ້ງປະຕິບັດ ສັນຍາ​ແມ່ນ້ຳຂອງ​ປີ 1995. ພິ​ເສດ, ກອງ​ປະຊຸມ​ຄັ້ງດັ່ງກ່າວ​ນີ້ຍັງ​​ສາມາດ​ບັນລຸ​ຂໍ້​ຕົກລົງກັນໄດ້ ກ່ຽວກັບ​ບັນຫາ​ທີ່​ຕັ້ງຖາວອນ ຂອງ​ສຳນັກງານ ກອງ​ເລຂາ ຄະນະ​ກຳມາ​ທິການ​ແມ່ນ້ຳຂອງ​ສາກົນ; ​ແທນ​ທີ່​ຈະ​ຕ້ອງ​ຫມູນວຽນທີ່​ຕັ້ງລະຫວ່າງ ວຽງຈັນ ແລະ ພະນົມເປັນ ທຸກໆ​ 5 ປີ, ສຳນັກງານ​ກອງ​ເລຂາ ຄະນະ​ກຳມາ​ທິການ​ແມ່ນ້ຳຂອງ​ສາກົນ ຈະ​ໄດ້​ມີ​ 2 ທີ່​ຕັ້ງຮ່ວມ​ແບບ​ຖາ​ວອນ​ ​ຢູ່​ ນະຄອນຫຼວງວຽງຈັນ ຂອງ ສປປ ລາວ ​ແລະ ນະຄອນຫຼວງພະນົມ​ເປັນ ຂອງ ກຳປູ​ເຈຽ

ພາຍ​ໃນ​ເດຶອ​ນ ມິຖຸນາ 2009, ຈຳນວນ​ພະ​ແນ​ກ​ ແລະ ​ແຜນ​ງານ​ ຈະ​ໄດ້​ມີ​ການ​ແຈກ​ຍາຍ ​ໄປ​ໄວ້​ໃນ 2 ທີ່​ຕັ້ງ ບົນ​ພຶ້ນຖານ​ຄວາມ​ສະ​ເຫມີ​ພາກ​ ແລະ ​ຄວາມ​ເຫມາະ​ສົມ ​ທາງ​ດ້ານ​ພູມ​ສາດ,​ ໃນ​ຂະນະ​ທີ່​ບັນ​ດາ​ຫ້ອງການ​ບໍລິຫານ ​ແລະ ປະສານ​ງານ ​ແລະ​ ຫນ່ວຍ​ງານ​ຄຸ້ມ​ຄອງ​ ຈະຕັ້ງຢູ່ ນະຄອນຫຼວງວຽງຈັນ​ແບບ​ຖາວອນ.

ຜົນຂອງກອງປະຊຸມສະພາມົນຕີ ຄະນະກຳມາທິການແມ່ນ້ຳຂອງສາກົນ ຄັ້ງທີ 16 ນີ້ແມ່ນຖຶວ່າ ໄດ້ຮັບ ຜົນສຳເລັດເປັນຢ່າງຍິ່ງ, ອັນເປັນການສ່ອງແສງເຖີງ ມິດຕະພາບ ແລະ ຄວາມເປັນເອກະພາບ ຂອງບັນດາປະເທດພາຄີ ທີ່ພ້ອມກັນຍຶດໝັ້ນ ໃນຫລັກການຮ່ວມມື ເພື່ອການພັດທະນາແບບຍືນຍົງ ໃນອ່າງແມ່ນ້ຳຂອງຕອນລຸ່ມ; ຊື່ງໄດ້ຮັບການຊົມເຊີຍຈາກສາກົນ.