ກອງປະຊຸມ ລັດພາຄີ ສົນທິສັນຍາ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 15 PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນສຸກທີ່ 01 ມັງກອນ 2010 ເວລາ 00: 00

ໃນຕອນແລງ ຂອງວັນທີ່ 17 ທັນວາ 2009, ທ່ານ ອາຊາງ ລາວລີ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສິ່ງແວດລ້ອມ ແຫ່ງຊາດ ຫົວໜ້າຄະນະຜູ້ແທນ ຂອງ ສປປ ລາວ  ໄດ້ຂຶ້ນກ່າວຄຳປາໄສ ຢູ່ກອງປະຊຸມລັດພາຄີສົນທິສັນຍາວ່າດ້ວຍ ການປ່ຽນແປງດິນຟ້າອາກາດຄັ້ງທີ 15 ແລະ ກອງປະ ຊຸມລັດພາຄີອະນຸສັນຍາກຽວໂຕ ວ່າດ້ວຍການຄວບຄຸມອາຍພິດເຮືອນແກ້ວ ຄັ້ງທີ່ 5 ເຊິ່ງໄດ້ຈັດຂື້ນ ແຕ່ວັນທີ 7-18 ທັນວາ 2009 ທີ່ ນະຄອນຫລວງໂກເປັນຮາກ, ປະເທດເດັນມາກ.

 

ຈຸດປະສົງ ຫຼັກກອງປະຊຸມຄັ້ງນີ້  ເພື່ອຄົ້ນຄວ້າພິຈາລະນາຮັບຮອງເອົາຂໍ້ຕົກລົງທີ່ເປັນຂໍ້ຜູກມັດສາກົນ ກ່ຽວກັບການດຳເນີນວຽກງານການປ່ຽນແປງດິນຟ້າອາກາດເປັນຕົ້ນ: ໃນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ພາຍຫລັງຈະສິ້ນສຸດໄລຍະທີ່ 1 ແຫ່ງການ ປະຕິບັດພັນທະພາຍໃຕ້ອະນຸສັນຍາກຽວໂຕ ວ່າດ້ວຍການຄວບຄຸມ ການປ່ອຍອາຍພິດເຮືອນແກ້ວ ໃນປີ 2012 ຊຶ່ງອີງຕາມການຢັ້ງຢືນດ້ານວິທະຍາສາດ ຕາມຜົນຂອງການສຶກສາ-ຄົ້ນຄ້ວາ ຂອງຊ່ຽວຊານ ນາໆຊາດ ວ່າດ້ວຍການປ່ຽນແປງ ດິນຟ້າອາກາດ ສະບັບທີ 4 (IPCC AR4) ທີ່ໄດ້ຊີ້ໃຫ້ເຫັນ ວ່າ ຕ້ອງຮັກສາບໍ່ໃຫ້ອຸນ ຫະພູມສະເລັ່ຍ ຂອງໂລກເພີ່ມຂຶ້ນເກີນ 2 ອົງສາເຊ ແລະ ຮັກສາຄວາມເຂັ້ມຂຸ້ນ ຄິດໄລ່ເປັນທາດກາກໂບ ນິກ ໃນຊັ້ນບັນຍາກາດບໍ່ໃຫ້ເກີນ 450ppm ເພື່ອປົກປ້ອງມວນມະນຸດ ໃນທົ່ວໂລກໃຫ້ຫຼຸດພົ້ນ ຈາກຜົນກະ ທົບຂອງການປ່ຽນແປງດິນຟ້າອາກາດ: ຢາກເຮັດໄດ້ແນວນີ້ ມັນມີຄວາມຈຳເປັນ ທີ່ຈະຕ້ອງຫຼຸດຜ່ອນ ການປ່ອຍອາຍພິດເຮືອນແກ້ວ ໃຫ້ໄດ້ 40-45% ໃນປີ 2020 ແລະ 80% ໃນປີ 2050 ໂດຍເອົາລະດັບ ການປ່ອຍອາຍພິດ ເຮືອນແກ້ວ ໃນປີ 1990 ເປັນພື້ນຖານ ພ້ອມທັງກ້າວໄປເຖິງລະດັບການປ່ອຍສູງສຸດ ໃນປີ 2015 ແລ້ວຈຶ່ງຜ່ອນລົງ. ພ້ອມກັນນີ້, ກໍ່ມີຄວາມຈຳເປັນ ທີ່ຈະຕ້ອງປະກອບທຶນຮອນ ຈາກປະເທດທີ່ພັດທະນາແລ້ວ ໄປໃຫ້ປະເທດກຳລັງ ພັດທະນາ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດມາດຕະການ ຫຼຸດຜ່ອນ ການປ່ອຍອາຍພິດເຮືອນແກ້ວ ແລະມາດຕະການປັບຕົວເຂົ້າກັບສະພາບການປ່ຽນແປງດິນຟ້າອາກາດ, ການພັດທະນາຄວາມສາມາດ, ການພັດທະນາ ແລະ ການຖ່າຍທອດເຕັກໂນໂລຊີ.

ໃນກອງປະຊຸມຄັ້ງນີ້ ໄດ້ມີຜູ້ເຂົ້າຮ່ວມ ຈາກບັນດາປະເທດຕ່າງໆ ທີ່ເປັນລັດພາຄີສົນທິສັນຍາ ດັ່ງ ກ່າວ ທັງໝົດ 191 ປະເທດ ແລະ 3 ປະເທດ ໃນນາມເປັນປະເທດສັງເກດການ, ນອກນັ້ນ, ກໍ່ຍັງມີຕົວ ແທນ ຈາກກອງເລຂາ ຂອງສົນທິສັນຍາ ກ່ຽວກັບ ສິ່ງແວດລ້ອມອື່ນໆ, ອົງການຈັດຕັ້ງສາກົນ, ອົງການຈັດ ຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ພາກສ່ວນທຸລະກິດ ລວມທັງບັນດານັກສື່ຂ່າວ ຈຳນວນທັງໝົດ 33.064 ຄົນ. ກອງປະຊຸມຄັ້ງນີ້ ມີຜູ້ນຳໃນລະດັບປະທານປະເທດ ແລະ ນາຍົກລັດຖະມົນຕີ ເຖິງ 100 ກວ່າທ່ານ.

ໃນບົດປາໄສ, ທ່ານ ຮອງນາຍົກ ອາຊາງ ລາວລີ ໄດ້ຢໍ້າໃຫ້ເຫັນວ່າ ບັນຫາການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທຳມະຊາດ ທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ສົ່ງຜົນກະທົບໄປທົ່ວທຸກມູມໂລກ ໄດ້ກາຍເປັນສິ່ງທ້າທາຍລວມ ຂອງມວນມະນຸດ.

ສະນັ້ນ, ມັນຮຽກຮ້ອງໃຫ້ມີການຮ່ວມມືຢ່າງຈິງຈັງ ຈາກທຸກພາກສ່ວນ ທັງປະເທດພັດທະນາແລ້ວ ແລະ ປະເທດກຳລັງພັດທະນາ ເພື່ອແກ້ໄຂບັນຫາດັ່ງກ່າວ. ໃນຊຸມປີ ທີ່ຜ່ານມານີ້, ສປປ ລາວ ກໍ່ໄດ້ປະເຊີນກັບ ສະພາບການປ່ຽນດິນຟ້າອາກາດ ທີ່ເພີ້ມຂຶ້ນຢ່າງເຫັນໄດ້ຊັດເຈນ ແລະ ນຳຜົນເສຍຫາຍຢ່າງຫຼວງຫຼາຍມາສູ່ຊີວິດ ແລະ ຊັບສິນຂອງຊາດ. ຕາມການຄາດຄະເນທາງວິທະຍາສາດ, ສະພາບຂອງໄພທຳມະຊາດດັ່ງກ່າວ ຍິ່ງຈະຮ້າຍແຮງຂຶ້ນກວ່າເກົ່ານີ້. ສະນັ້ນ, ມັນມີຄວາມຈຳເປັນ ຮີບດ່ວນ ທີ່ປະຊາຄົມໂລກ ຈະຕ້ອງໄດ້ກຳນົດວິໄສທັດອັນຈະແຈ້ງຮ່ວມກັນ ແລະ ດຳເນີນມາດຕະການຢ່າງທັນການທີ່ເປັນລະບົບ ໃນທຸກລະດັບ ແນໃສ່ເພື່ອແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ ກໍ່ຄື ບັນຫາໂລກຮ້ອນ. ເພື່ອເຮັດໃຫ້ສິ່ງ ດັ່ງກ່າວປະສົບຜົນເປັນຈິງ, ພວກເຮົາບໍ່ມີທາງເລືອກອື່ນ ນອກຈາກການຮັບຮອງເອົາກອບການ ແກ້ໄຂ ບັນຫາ ທີ່ມີຜົນສັກສິດ ທາງດ້ານກົດໝາຍ ບົນພື້ນຖານຫຼັກການຂອງສົນທິສັນຍາ ວ່າດ້ວຍການປ່ຽນແປງດິນຟ້າອາກາດ, ອະນຸສັນຍາກຽວໂຕ ແລະ ແຜນດຳເນີນງານ ບາຫຼີ. ດ້ວຍເຫດນີ້, ຂ້າພະເຈົ້າ ເຫັນດີເຫັນພ້ອມຕໍ່ຖະແຫຼງການ ຂອງປະເທດຊູດານ ໃນນາມ ກຸ່ມ 77 ແລະ ສປ ຈີນ ແລະ ເລໂສໂຕ ໃນນາມປະເທດດ້ອຍພັດທະນາ.

ທ່ານ ຍັງໄດ້ ຮຽກຮ້ອງ ໄປຍັງບັນດາປະເທດໃນກຸ່ມ ເອກະສານ ຄັດຕິດ 1 ໃຫ້ປະຕິບັດຄຳໝັ້ນໝາຍຂອງຕົນ ໃນການສະໜອງທຶນຊ່ວຍເຫລືອ ໃຫ້ແກ່ປະເທດກຳລັງພັດທະ ນາ ໂດຍສະເພາະປະເທດດ້ອຍພັດທະນາ ໃນການຈັດຕັ້ງປະຕິບັດມາດຕະການຫຼຸດຜ່ອນ ແລະ ປັບຕົວເຂົ້າກັບ ສະພາບການປ່ຽນແປງດິນຟ້າອາກາດ; ການພັດທະນາ ແລະ ການຖ່າຍທອດເຕັກໂນໂລຊີ, ການນຳໃຊ້ພະລັງງານທີ່ມີກາກບອນຕຳ່. ການປະຕິບັດຄຳໝັ້ນໝາຍດັ່ງກ່າວ ຄວນສະແດງອອກໃນການປະກອບສ່ວນ ເພີ່ມກອງທຶນ ໄປພ້ອມ ກັບ ການປັບປຸງ ໂຄງສ້າງທາງດ້ານການເງິນ.

ພ້ອມດຽວກັນນີ້, ການຕອບສະໜອງທຶນ ກໍ່ຄວນກວມເອົາການໃຊ້ຈ່າຍທັງໝົດ ຕາມທີ່ລະບຸໄວ້ໃນ ສົນທິສັນຍາ ແລະ ເຮັດໃຫ້ບັນດາປະເທດກຳລັງພັດທະນາ ໂດຍສະເພາະ ແມ່ນບັນດາປະເທດດ້ອຍພັດທະນາສາມາດໄດ້ຮັບທຶນນັ້ນງ່າຍຂຶ້ນ ແລະ ທັງເປັນ ການເພີ່ມໃສ່ທຶນການຊ່ວຍເຫຼືອທາງການ ເພື່ອການພັດທະນາ ທີ່ມີຢູ່ແລ້ວນັ້ນ.ນອກຈາກນີ້ ທ່ານ ຍັງໄດ້ຊີ້ ໃຫ້ເຫັນເຖິງ ບັນດາມາດຕະການ ແລະ ຄວາມພະຍາຍາມ ຂອງລັດ ຖະບານລາວ ໃນການແກ້ໄຂບັນຫາໂລກຮ້ອນ ເຊັ່ນ: ສປປ ລາວ ໄດ້ສຳເລັດ ບົດປະເມີນ ຄວາມຕ້ອງການ ດ້ານຄວາມສາມາດດ້ວຍຕົນເອງ , ແຜນດຳເນີນງານແຫ່ງຊາດ ໃນການປັບຕົວເຂົ້າກັບສະພາບການປ່ຽນແປງດິນຟ້າອາກາດ ແລະ ໄດ້ເລີ່ມຕົ້ນສ້າງ ບົດສື່ສານສະບັບທີສອງ ລວມທັງສ້າງຄວາມສາມາດ ໃນການ ຈັດຕັ້ງປະຕິບັດ ແລະ ສົ່ງເສີມໂຄງການກົນໄກພັດທະນາສະອາດ ແລະ ການກະກຽມວຽກງານການຫຼຸດ ຜ່ອນການປ່ອຍອາຍພິດເຮືອນແກ້ວ ຈາກການທຳລາຍ ແລະ ການເຊື່ອມໂຊມຂອງປ່າໄມ່ (ຂໍ້ລິເລີ່ມແຣັດ). ພ້ອມດຽວກັນນີ້, ກໍ່ໄດ້ສ້າງຕັ້ງຄະນະກຳມະການລະດັບສູງ ເພື່ອຊີ້ນຳໃນການສ້າງຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດ ກ່ຽວກັບ ການປ່ຽນແປງດິນຟ້າອາກາດ ຊື່ງຈະໄດ້ເຊື່ອມໂຍງເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 7 (2011-2015).

ສປປ ລາວ ຍັງໄດ້ກຳນົດບັນດາວຽກງານບູລິມາສິດ ກ່ຽວກັບ ການຫຼຸດຜ່ອນຜົນກະທົບ ຈາກການ ປ່ຽນແປງດິນຟ້າອາກາດ ຕາມຕິດໃຈຂອງແຜນດຳເນີນງານບາຫຼີ, ເປັນຕົ້ນແມ່ນການພັດທະນາສີຂຽວ ທີ່ຜະລິດກາກບອນຕາໍ່ເຊັ່ນ: ການພັດທະນາ ຊັບພະຍາກອນນຳ້, ດິນ ແລະ ປ່າໄມ້ແບບຍືນຍົງ ໂດຍໄດ້ວາງເປົ້າໝາຍ ໃຫ້ບັນລຸການຂະຫຍາຍເນື້ອທີ່ປົກຫຸ້ມ ຂອງປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ ໃນປີ 2020. ນອກຈາກນີ້ ກໍ່ແມ່ນການພັດທະນາພະລັງງານໄຟຟ້ານໍ້າຕົກ ແລະ ພະລັງງານ ທົດແທນຮູບແບບອື່ນໆ ແນໃສ່ຫຼຸດຜ່ອນການປ່ອຍທາດອາຍພິດເຮືອນແກ້ວ, ຍົກສູງປະສິດທິພາບການນຳໃຊ້ພະລັງງານ ແລະ ການຈັດຕັ້ງລະບົບການຂົນສົ່ງມວນຊົນ ໃນຕົວເມືອງ ແບບປ່ອຍອາຍກາກບອນຕຳ່.ສປປ ລາວ ສະໜັບສະໜູນ ກົນໄກ ສາກົນ ເພື່ອຫຼຸດຜ່ອນ ການປ່ອຍອາຍພິດເຮືອນແກ້ວ ຈາກການທຳລາຍ ແລະ ການເຊື່ອມໂຊມຂອງປ່າໄມ້ ພາຍໃຕ້ສົນທິສັນຍາ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ, ເພາະວ່າ ປ່າໄມ້ ມີບົດບາດສຳຄັນທີ່ສຸດ ໃນການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ການດັດປັບການປ່ຽນແປງດິນຟ້າອາກາດ.

ສະນັ້ນ ຈຶ່ງຢາກໃຫ້ປະຊາຄົມໂລກ ມີຂໍ້ຕົກລົງໃດໜື່ງ ກ່ຽວກັບປ່າໄມ້ ທີ່ເປັນຂໍ້ຜູກມັດໃນລະດັບສາກົນ. ຂ້າພະເຈົ້າ ເຂົ້າໃຈວ່າ ການປົກປັກຮັກສາ ແລະ ຟື້ນຟູບູລະນະປ່າໄມ້ແບບຍືນຍົງ ຢູ່ໃນປະເທດຕ່າງໆ ອາດຈະເປັນວຽກທີ່ທ້າທາຍ ແລະ ຮຽກຮ້ອງໃຫ້ມີການໃຊ້ຈ່າຍຫຼາຍພໍສົມຄວນ, ແຕ່ອັນນັ້ນບໍ່ຄວນຈະເປັນເງື່ອນໄຂ ໃຫ້ພວກເຮົາຕ້ອງຖືເບົາ, ກົງກັນຂ້າມພວກເຮົາຍິ່ງຕ້ອງເອົາໃຈໃສ່ຫຼາຍກວ່າເກົ່າຕໍ່ການພັດທະນາປ່າໄມ້ ເພື່ອຕ້ານກັບສະພາວະໂລກ ຮ້ອນ ທີ່ເປັນໄພຂົ່ມຂູ່ ຕໍ່ການຄົງຕົວຂອງມະນຸດ ຊາດຂອງຄົນເຮົາ. ນອກນີ້, ທາງຄະນະຜູ້ແທນ ຂອງ ສປປ ລາວ ກໍ່ຍັງໄດ້ພົບປະກັບ ຄະນະຜູ້ແທນຈາກປະເທດອື່ນໆ ແລະ ອົງການຈັດຕັ້ງສາກົນອີກຈຳນວນໜຶ່ງເຊັ່ນ: ຄະນະຜູ້ແທນຈາກປະເທດລຸກຊຳບວກ, ຝະລັ່ງ, ແຟງລັງ ແລະ ອົງການ ສປຊ ເພື່ອການພັດທະນາ, ອົງການ ສປຊ ເພື່ອສິ່ງແວດລ້ອມ, ທະນາຄານພັດທະນາອາຊີ ເພື່ອເປັນການຍາດແຍ່ງລະດົມທຶນມາຈັດຕັ້ງປະຕິບັດວຽກງານການປ່ຽນແປງດິນຟ້າອາກາດ ຢູ່ ສປປ ລາວ.