ກອງປະຊຸມພົບປະຂອງລັດຖະມົນຕີແມ່ນ້ຳຂອງ+ອາເມລິກາ PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນພຸດທີ່ 03 ພະຈິກ 2010 ເວລາ 12: 48

(ວຽງຈັນໃຫມ່) ວັນທີ 30 ຕຸລາ 2010 ໄດ້ມີກອງປະຊຸມອາຫານເຊົ້າ ແບບເຮັດວຽກບໍ່ເປັນທາງການ  ຂອງລັດຖະມົນຕີແມ່ນ້ຳຂອງ ຕອນລຸ່ມ+ອາເມລິກາ ໃນໂອກາດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 17 ຢູ່ຮ່າໂນ້ຍ ສ.ສ ຫວຽດນາມ ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປພາຍໃຕ້ ການເປັນປະທານຮ່ວມຂອງ ທ່ານ ນ.ຮີນລາຣີ ຄຼິນຕັນ ລັດຖະມົນຕີວ່າການກະຊວງ ການຕ່າງປະເທດຂອງສະຫະລັດອາເມລິກາ ແລະ ທ່ານ ຟາມຢາຄຽມ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສ.ສ ຫວຽດນາມ ໂດຍມີ ການເຂົ້າຮ່ວມຂອງທ່ານ ດຣ.ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ວ່າການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ບັນດາລັດຖະມົນຕີຕ່າງ ປະເທດ ຂອງກຳປູເຈຍ ແລະ ໄທ.

 

 

ກອງປະຊຸມຕີລາຄາສູງ ຜົນການຈັດຕັ້ງປະຕິບັດ ຂອບການຮ່ວມມື ແມ່ນ້ຳຂອງ ຕອນລຸ່ມ+ອາເມລິກາ ໃນໄລຍະຜ່ານມາ ໂດຍສະເພາະການ ຈັດເຝິກອົບຮົມ ແລະ ທັດສະນະສຶກສາ ຂອງຊ່ຽວຊານ ດ້ານສາທາລະນະສຸກ ກະສິກຳ-ປ່າໄມ້ ແລະ ສິ່ງແວດລ້ອມ ຈາກບັນດາ ປະເທດແມ່ນ້ຳຂອງ ຕອນລຸ່ມ ຢູ່ສະຫະລັດ ອາເມລິກາ ການເລີ່ມຕົ້ນລົງເກັບກຳຂໍ້ມູນກ່ຽວກັບລະດັບການຂຶ້ນ-ລົງຂອງນ້ຳ ແລະ ແຫຼ່ງທີ່ມາຂອງນ້ຳຢູ່ອ່າງແມ່ນ້ຳຂອງ ແລະ ການສະໜອງ ທຶນສຶກສາ ໄລຍະສັ້ນ ແລະ ໄລຍະຍາວ ຈຳນວນໜຶ່ງ ຢູ່ສະຫະລັດອາເມລິກາ.

ທ່ານຮອງນາຍົກ ລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ປະກອບຄຳຄິດຄຳເຫັນ ໃນກອງປະຊຸມຄັ້ງນີ້ ຢ່າງເອົາໃຈໃສ່ ແລະ ເປັນເຈົ້າການ ໂດຍໄດ້ຕີລາຄາສູງ ຜົນການຈັດຕັ້ງປະຕິບັດຂ ອບການຮ່ວມມືແມ່ນ້ຳຂອງຕອນລຸ່ມ+ອາເມລິກາ ຜ່ານມາໄດ້ສະເໜີ ໃຫ້ທຸກພາກສ່ວນຊຸກ ຍູ້ຂະແໜງການທີ່ກ່ຽວຂ້ອງຂອງຕົນ ເລັ່ງລັດຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງ ທີ່ໄດ້ຮັບຮອງເອົານຳກັນ ໃຫ້ເປັນຮູບປະທຳ ເທື່ອລະກ້າວ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ ຊ່ວຍເຫຼືອເຂົ້າ ໃນຂະແໜງການໂຄງລ່າງຊົນນະບົດ ແລະ ການປ້ອງກັນ ຮັບມື ແລະ ແກ້ໄຂຜົນກະທົບ ຈາກການປ່ຽນແປງຂອງດິນ ຟ້າອາກາດ ລວມທັງໄພພິບັດທາງທຳມະຊາດ ຕ່າງໆ ດ້ວຍການສະໜອງທັງທາງດ້ານທຶນຮອນເ ຕັກນິກວິຊາການ ແລະ ການຖ່າຍໂອນເຕັກໂນໂລຊີ ທີ່ຈຳເປັນຂອບການຮ່ວມມືແມ່ນ້ຳຂອງຕອນລຸ່ມ+ອາເມລິກາ ປະກອບ ດ້ວຍ 4 ປະເທດແມ່ນ້ຳຂອງຕອນລຸ່ມ(ສປປ ລາວ ກຳປູເຈຍ ໄທ ແລະ ຫວຽດນາມ)+ອາເມລິກາ ກອງປະຊຸມລະດັບລັດຖະມົນຕີແມ່ນ້ຳຂອງຕອນລຸ່ມ+ອາເມລິກາ ຈັດຂຶ້ນ ທຸກປີ ແລະ ຄັ້ງທີ 3 ຄັ້ງຕໍ່ໄປຈະຈັດຂຶ້ນໃນປີ 2011.

LAST_UPDATED2