ກອງປະຊຸມ ພາຄີ ຕໍ່ ອະນຸສັນຍາ ມົງ ເຣອານ ຄັ້ງທີ 22 PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນອັງຄານທີ່ 30 ພະຈິກ 2010 ເວລາ 07: 13

 

(GMS) ໃນລະຫວ່າງ ວັນ​ທີ 8–12 ພະຈິກ 2010 ກອງປະຊຸມພາຄີ​ຕໍ່​ອະນຸສັນຍາ ມົງ​ເຣອານຄັ້ງທີ 22 ໄດ້ຈັດຂື້ນທີ່ບາງກອກ,ປະເທດໄທ ໂດຍການເຂົ້າຮ່ວມ ຂອງບັນດາລັດຖະມົນຕີ,      ຮອງລັດຖະມົນຕີ, ພະນັກງານຂັ້ນກົມ ແລະ ອາວຸໂສຂອງບັນດາປະເທດພາຄີ ຕໍ່ອະນຸສັນຍາ ມົງເຣອານ.

 

ນອກນັ້ນຍັງມີບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນທີ່ກ່ຽວ ຂ້ອງ, ອົງການ NGOs, ກອງເລຂາໂອໂຊນ, ກອງທຶນຫລາຍຝ່າຍ,  ພາກສວ່ນອຸດສະຫະກຳ ແລະ ກະສິກຳ, ສະຖາບັນ ມະຫາວິທະຍາໄລ, ບັນດາຊ່ຽວຊານ ດ້ານເຕັກໂນໂລຊີ ເສດຖະກິດ ແລະ ວິທະຍາສາດ ກໍ່ໄດ້ເຂົ້າຮ່ວມ ເຊິ່ງລວມທັງໝົດມີ 400 ກວ່າຄົນ.

ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາ 16 ຂໍ້ຕົກລົງ, ໃນນັ້ນຂໍ້ຕົກລົງເດັ່ນລວມມີ:

(ກ) ດ້ານ ງົບປະມານ ໂດຍ ອະນຸມັດ ງົບປະມານດັດແກ້ສຳລັບປີ 2010 ໃນຈຳນວນ 4, 955,743 US$;    ສຳລັບປີ 2011 ໃນຈຳນວນ 4,756,640 US$ ແລະ ຮັບຊາບກ່ຽວກັບ ການສະເໜີງົບປະມານ ສໍາລັບປີ 2012 ໃນຈຳນວນ 4, 943,796 US$; (

ຂ) ຂອບເຂດຄວາມຮັບຜິດຊອບ ຂອງຄະນະກໍາມະການປະເມີນ     ກົນໄກການເງີນ ໂດຍໃຫ້ສ້າງຕັ້ງຄະນະກຳມະການຊ່ຽວຊານດັ່ງ ກ່າວທີ່ປະກອບມີ 4 ຄົນ ຈາກປະເທດພັດທະນາ ແລະ ອີກ 4 ຄົນ ຈາກປະເທດກຳລັງພັດທະນາ ເພື່ອນຳສະ ເໜີຕໍ່ກອງປະຊຸມພາຄີ ຄັ້ງທີ 24 ພິຈາລະນາ; ແລະ

(ຄ) ມອບໃຫ້ຄະນະຊ່ຽວຊານ ປະເມີນດ້ານເຕັກໂນໂລຊີ ແລະ ເສດຖະກິດ ສຶກສາ   ຕີລາຄາ ກ່ຽວກັບ ວິທີການທຳລາຍສານເຄມີທີ່ທຳລາຍຊັ້ນໂອໂຊນ (ODS) ເປັນຕົ້ນ ສານເມທີນໂບຣມາຍ, ທົບທວນຄືນລາຍການບັນຊີເຕັກໂນໂລຊີ ທີ່ຮັບຮອງໃນກອງປະຊຸມພາຄີຄັ້ງທີ 15 (MOP-15) ເພື່ອທຳລາຍສານ ODS ພ້ອມທັງພັດທະນາມາດຖານ ສໍາລັບກວດສອບ.

ເຖິງແມ່ນວ່າຮ່າງຂໍ້ຕົກລົງ ເພື່ອດັດແກ້ອະນຸສັນຍາ ມົງເຣອານ ທີ່ລວມມີສານເຄມີ Hydrofluorocarbons (HFCs) ປະເພດທົດແທນບໍ່ໄດ້ຖືກຮັບຮອງໃນຄັ້ງນີ້, ແຕ່ບັນດາປະເທດພາຄີ   ກໍ່ໄດ້ຕັດສິນໃຈສືບຕໍ່ຖືເປັນພັນທະພາຍໃຕ້ ອະນຸສັນຍາ ມົງເຣອານ ໃນອານາຄົດ.

ສຳລັບຄະນະຜູ້ແທນລາວເຊິ່ງນຳໂດຍ ທ່ານ ນາງ ເຂັມແພງ ພົນເສນາ ລັດຖະມົນຕີປະຈຳ     ສຳນັກງານນາຍົກລັດຖະມົນຕີ, ຫົວໜ້າ ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມໄດ້ເຂົ້າຮ່ວມກອງປະຊຸມເຈົ້າ​ໜ້າ​ທີ່​ລະດັບ​ສູງ ຈັດຂື້້ນໃນວັນທີ 11-12 ພະຈິກ 2010 ພ້ອມດຽວກັນ ກໍ່ໄດ້ກ່າວຄຳເຫັນ ໂດຍໄດ້ຢ້ຳຄືນເຖິງບາງທັດສະນະສຳຄັນຄື: ຍຶດໝັ້ນການປະຕິບັດພັນທະ ຂອງສປປລາວ ໃນນາມເປັນປະເທດພາຄີ ໂດຍໃຫ້ສຳເລັດ ການຈັດຕັ້ງປະຕິບັດ ​ແຜນ​ຄຸ້ມ​ຄອງການຫລຸດຜ່ອນ ແລະ ເຊົາໃຊ້ສານເຄມີທີ່ທຳລາຍຊັ້ນໂອໂຊນ ໄລຍະສຸດທ້າຍໃນປີ 2010. ນອກນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນວຽກງານສຳຄັນ ທີ່ສປປ ລາວໄດ້ດຳເນີນຜ່ານມາ, ກຳລັງດຳເນີນການຢູ່ ແລະ ແຜນການຕໍ່ໜ້າ ເປັນຕົ້ນການສ້າງແຜນງານແຫ່ງຊາດ ວ່າດ້ວຍ ການຄຸ້ມຄອງການນຳໃຊ້ ສານເຄມີທີ່ທຳລາຍຊັ້ນໂອໂຊນປະເພດທົດແທນ ຄືສານ Hydrochlorofluorocarbons (HCFCs) ໃຫ້ສໍາເລັດເພື່ອນໍາສະເໜີຕໍ່ກອງປະຊຸມ ຄະນະກຳມະການບໍລິຫານງານ ອະນຸສັນຍາມົງເຣອານ ທີ່ຈະຈັດຂື້ນໃນຕົ້ນປີ 2011 ພິຈາລະນາອະນຸມັດ.


LAST_UPDATED2