|
ໜອງຫານບໍ່ມີປາຕາຍແລ້ວ ສະພາບນ້ຳກຳລັງເຂົ້າສູ່ປົກກະຕິ |
|
|
|
|
ຂຽນໂດຍ ວຽງຈັນໃຫມ່
|
|
ວັນສຸກທີ່ 29 ພຶດສະພາ 2009 ເວລາ 13: 42 |
|
ອີງຕາມການໃຫ້ສຳພາດຂອງອຳນາດການປົກຄອງບ້ານນາທາມ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ແລະ ອຳນວຍການໂຮງງານຜະລິດແປ້ງມັນຕົ້ນ ບໍລິສັດລາວ ອິນໂດໄຊນາກຣຸບ ຈຳກັດຜູ້ດຽວ ໃນຕອນເຊົ້າວັນທີ 28 ພຶດສະພາ 2009 ໃຫ້ຮູ້ວ່າ ປັດຈຸບັນ ສະພາບປາຕາຍ ໃນບໍລິເວນໜອງຫານແມ່ນ ບໍ່ມີແລ້ວ ສະພາບນ້ຳຂຸ່ນ ກິ່ນເໝັນ ກຳລັງເຂົ້າສູ່ສະພາບປົກກະຕິ ມີແຕ່ວັນທີ 26-27 ທີ່ຍັງພົບປາຕາຍຢູ່ຕາມຫ້ວຍ ທີ່ຈະໄຫຼສູ່ໜອງຫາ(ບໍລິເວນຫ້ວຍ ແບ່ງ) ເຊິ່ງຫ່າງຈາກໜອງຫານ ປະມານ 1 ກິໂລແມັດ ແລະ ໄດ້ເກັບຂຶ້ນໝົດແລ້ວ ມາຮອດວັນທີ 28 ນີ້ ສະພາບການປາຕາຍແມ່ນບໍ່ມີ ເລີຍປາຈຳນວນ ຫຼວງຫຼາຍລອຍຂຶ້ນມາຕາມຫ້ວຍກອຍຂຶ້ນມາ ເກືອບຮອດໂຮງງານແລ້ວ ທັງນີ້ ຍ້ອນຄວາມເອົາໃຈໃສ່ເຮັດວຽກຢ່າງຈິງຈັງລະຫວ່າງອຳນາດການປົກ ຄອງ ເມືອງ ບ້ານ ໂຮງງານ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆເກັບປາທີ່ຕາຍອອກ ດູດເອົານ້ຳເປື້ອນໄປໃສ່ອ່າງບຳບັດ ຖ່າງປ່າ ຂຸດ ຈົກດິນ ຕາມຫ້ວຍ ເຮັດໃຫ້ນ້ຳໄຫຼສະດວກ ແລະ ໄດ້ຮັບແສງແດດ ບວກກັບມີຝົນຕົກຈຶ່ງເຮັດໃຫ້ ນ້ຳທີ່ມີສານພິດ ຈືດຈາງ ແລະ ກຳລັງຈະເຂົ້າສູ່ປົກກະ ຕິແລ້ວ ໃນປັດຈຸບັນ ແມ່ນຍັງໄດ້ມີການເຝົ້າລະວັງຢູ່ ເພາະວ່າລໍຖ້າຜົນວິໄຈນ້ຳອອກມາ ຈຶ່ງຈະໃຫ້ປະຊາຊົນລົງຫາກິນ ຫຼື ບໍລິໂພກປາບໍລິເວນໜອງໄດ້.
ທ່ານ ພິມມະສອນ ສົມສະໜຸກ ນາຍບ້ານນາທາມ ໄດ້ເວົ້າວ່າ: ປັດຈຸບັນພວກເຮົາມີຄວາມດີໃຈຫຼາຍ ທີ່ສະພາບການປາຕາຍບໍ່ມີແລ້ວ ນ້ຳກໍໄຫຼສະດວກ ເລີ່ມໃສຂຶ້ນ ກຳລັງເຂົ້າສູ່ປົກກະຕິ ທາງໂຮງງານກໍໄດ້ເອົາໃຈໃສ່ໃຫ້ຄວາມຮ່ວມມື ແລະ ລົງຕິດຕາມກັບພວກເຮົາຢ່າງໃກ້ຊິດ ມີແຕ່ຢາກສະເໜີໃຫ້ໂຮງ ງານເອົາໃຈໃສ່ບໍ່ໃຫ້ນ້ຳເປື້ອນໄຫຼອອກຈາກອ່າງມາ. ທ່ານ ຈັນທະໜອມ ວົງວິໄຊ ອຳນວຍການໂຮງງານຜະລິດແປ້ງມັນຕົ້ນ ບໍລິສັດລາວ ອິນໂດໄຊນາກຣຸບ ຈຳກັດຜູ້ດຽວ ໄດ້ເວົ້າວ່າ: ພວກເຮົາໄດ້ເອົາ ໃຈໃສ່ ແລະ ໃຫ້ການສະໜັບສະໜູນເປັນພິເສດ ໃນການສະກັດກັ້ນບັນຫານີ້ ເພື່ອບໍ່ຢາກໃຫ້ມັນສົ່ງຜົນກະທົບທີ່ຮ້າຍແຮງຕໍ່ສະພາບແວດລ້ອມ ປະຊາ ຊົນ ຕະຫຼອດເຖິງສັດສາວາສິ່ງຕ່າງໆ ນອກນີ້ກໍຍັງຈະໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງການຟື້ນຟູ ປົວແປງສະພາບຈິດໃຈຂອງປະຊາ ຊົນ ແລະ ຈະໄດ້ທຳການປ່ອຍປາຄືນທີທັນ ເມື່ອສະພາບນ້ຳມີຄວາມອຸດົມສົມບູນ.
|