|
ອຊນສ ອົບຮົມທິດສະດີ ການເມືອງ ແລະ ການປົກຄອງ 45 ວັນ ຄັ້ງທີ I |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນຈັນທີ່ 24 ສິງຫາ 2009 ເວລາ 21: 15 |
|
ໃນຕອນເຊົ້າ ວັນທີ 24 ສິງຫາ 2008 ໄດ້ ມີພີທີເປີດ ອົບຮົມທິດສະດີການເມືອງ ແລະ ການປົກຄອງ 45 ວັນ ຄັ້ງທີ I ຂອງ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໂດຍໃຫ້ກຽດ ກ່າວເປີດ ໂດຍທ່ານ ນູລິນ ສິນບັນດິດ, ລັດຖະມົນຕີຊ່ວຍ, ຮອງຫົວຫນ້າ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໂດຍ ມີບັນດາຄະນະກົມ, ຄະນະພະແນກ ພາຍໃນ ອຊນສ ເຂົ້າຮ່ວມ ພ້ອມທັງນັກສຳມະນາກອນ 21 ທ່ານ.
ອີງຕາມ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ ໄດ້ກຳນົດໄວ້ວ່າ: ໃນເງື່ອນໄຂໃຫມ່ນີ້ ພວກເຮົາຕ້ອງເລັ່ງທວງໃຫ້ຖັນແຖວ ພະນັກງານ, ສະມາຊິກພັກ ທີ່ມີຄຸນສົມບັດ, ມີຄວາມສາມາດ, ມີທັດສະນະການເມືອງຫນັກແຫນ້ນ, ມີຄວາມຈົງຮັກພັກດີ ຢ່າງເດັດຂາດ ຕໍ່ປະເທດຊາດ, ມີນ້ຳໃຈຮັບໃຊ້ຊາດ ຮັບໃຊ້ປະຊາຊົນ ຢ່າງສຸດໃຈ, ມີແບບແຜນດຳລົງຊີວິດ ທີ່ສຸດໃສ ຂ່າວສະອາດ, ມີຄວາມບຸກບືນສູ້ຊົນ ຝືກຝົນຫລໍ່ຫລອມຕົນເອງ, ອອກແຮງຄົ້ນຄວ້າຮໍ່າຮຽນ ຍົກລະດັບໃນທຸກດ້ານຢ່າງບໍ່ຢຸດຢັ້ງ, ມີສະຕິຕໍ່ການຈັດຕັ້ງ ລະບຽບວິໄນ, ເຄົາລົບກົດຫມາຍ ຢ່າງເຂັ້ມງວດ.
ເພື່ອຜັນຂະຫບາຍ ມະຕິ ດັ່ງກ່າວ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໃນນາມທີ່ມີພາລະບົດບາດ ເປັນເສນາທິການ ໃຫ້ລັດຖະບານ ໂດຍມີຫນ້າທີ່ ໃນການ ຄຸ້ມຄອງ ຊັບພະຍາກອນນ້ຳ, ສິ່ງແວດລ້ອມ ແລະ ອຸຕຸນິຍົມ-ອຸທົກກະສາດ ຈຶ່ງໄດ້ຈັດຝືກອົບຮົມ ທິດສະດີການເມືອງ ແລະ ການປົກຄອງ 45 ວັນ ຄັ້ງທີ I ໃຫ້ພະນັກງານຜູ້ທີ່ມີເງື່ອນໄຂ ແລະ ນຳເອົາບົດຮຽນທີ່ໄດ້ຮຽນມາ ເພື່ອຜັນຂະຫຍາຍ ເຂົ້າໃນວຽກງານ ຕາມວິຊາສະເພາະ ຂອງຕົນຮັບຜິດຊອບ ໃຫ້ຖືກຕາມ ແນວທາງ ແລະ ນະໂຍບາຍ ທີ່ທາງພັກ-ລັດ ວາງອອກ ໃຫ້ປະກົດຜົນເປັນຈິງ. 

|