|
ກອງປະຊຸມປຶກສາຫາລືເບື້ອງຕົ້ນ ກ່ຽວກັບ ການກະກຽມສະເໜີເຂົ້າເປັນ ພາຄີສົນທິສັນຍາ ບາເຊວ(Basel Convention) |
|
|
|
|
ຂຽນໂດຍ Kanhlaya PHANTHAVONG
|
|
ວັນອັງຄານທີ່ 29 ກັນຍາ 2009 ເວລາ 08: 35 |
|
ໃນວັນທີ 25 ກັນຍາ 2009 ທີ່ຫ້ອງປະຊຸມ ຫ້ອງການ ,ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານນາງ ມອນມະນີ ຍອຍບົວກ່ອງ ຫົວຫນ້າ ຫ້ອງການ ອຊນສ ໄດ້ມີການຈັດກອງປະຊຸມປຶກສາຫາລືເບື້ອງຕົ້ນ ກ່ຽວກັບ ການກະກຽມສະເຫນີເຂົ້າເປັນ ພາຄີສົນທິສັນຍາ ບາເຊວ(Basel Convention) ວ່າດ້ວຍ ການຄຸ້ມຄອງ ການເຄື່ອນຍ້າຍ ແລະ ການຖິ້ມສິ່ງເສດເຫຼືອ ທີ່ເປັນອັນຕະລາຍຂວ້າມຊາຍແດນ ແລະສົນທິສັນຍາ ຣັອດເທີດໍາ “ ວ່າດ້ວຍຂະບວນການ ແຈ້ງຂໍ້ມູນ ສານເຄມີ ລ່ວງຫນ້າ ສຳລັບ ສານເຄມີ ອັນຕະລາຍ ແລະ ສານເຄມີປາບສັດຕູພືດ ແລະ ສັດບາງຊະນິດ ໃນການຄ້າລະຫວ່າງປະເທດ” (Rotterdam Convention).
ກອງປະຊຸມດັ່ງກ່າວ ໄດ້ມີບັນດາແຂກທີ່ມາຈາກພາກສ່ວນ ກະຊວງກະສິກຳ ແລະ ປ່າໄມ້, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງແຜນການແລະການລົງທືນ, ອົງການໄອຍະການປະຊາຊົນສູງສຸດ, ຄະນະເລຂາທິການລັດຖະບານ, ສະພາແຫ່ງຊາດ, ກົມສິ່ງແວດລ້ອມ, ກອງເລຂາ GMS, ສະຖາບັນຄົ້ນຄວ້າຊັບພະຍາກອນນ້ຳ ແລະສິ່ງແວດລ້ອມ,ກົມອຸດສາຫະກຳ, ຫ້ອງການ ອຊນສ ເຂົ້າຮ່ວມ, ເຊິ່ງຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອປຶກສາຫາລື ແລະ ຄົ້ນຄ້ວາເນື້ອໃນ ຂອງ ສົນທິສັນຍາສາກົນ ແລະ ສຶກສາຄວາມເປັນໄປໄດ້ໃນການເຂົ້າຮ່ວມສົນທິສັນຍາດັ່ງກ່າວ.
|