|
ອຊນສ ຈັດຝຶກອົບຮົມ ວິທີການຄຸ້ມຄອງບໍລິຫານ, ແຜນການ, ການເງິນ... |
|
|
|
|
ຂຽນໂດຍ Daravanh LUANGKHOT
|
|
ວັນຈັນທີ່ 30 ພະຈິກ 2009 ເວລາ 10: 54 |
|
ໃນຕອນເຊົ້າ ຂອງວັນທີ 24 ພະຈິກ 2009 ທີ່ ໂຮງແຮມ ວັນຊະນະ ເມືອງ ວັງວຽງ ແຂວງ ວຽງຈັນ ໄດ້ມີການເປີດ ການຝຶກອົບຮົມ ກ່ຽວກັບ ການຄຸ້ມຄອງບໍລິຫານ, ແຜນການ, ການເງິນ ແລະການຂຽນບົດສະເໜີໂຄງການລົງທຶນຂອງລັດ ໂດຍໄດ້ຮັບກຽດ ກ່າວເປີດ ໂດຍທ່ານ ບຸນເນື່ອງ ນຸດປາທອງ ຮອງຫົວຫນ້າ ຫ້ອງການ ອຊນສ. ໃນການຝຶກອົບຮົມ ຄັ້ງນີ້ ໄດ້ມີ ນັກວິທະຍາກອນ ຈາກ ກົມປະເມີນຜົນ ກະຊວງ ແຜນການ ແລະ ການລົງທືນ 1 ທ່ານ ແລະ ຈາກອົງການ ຊັບພະຍາກອນນໍ້າ ແລະສິ່ງແວດລ້ອມ 3 ທ່ານ, ແລະ ນັກສຳມະນາກອນ ຈາກກົມກອງຕ່າງໆ ອ້ອມຂ້າງ ອຊນສ 40 ທ່ານ ເຂົ້າຮ່ວມ.
ການຝຶກອົບຮົມ ວິທີການຄຸ້ມຄອງບໍລິຫານ, ແຜນການ, ການເງິນ ແລະການຂຽນບົດສະເໜີໂຄງການລົງທຶນຂອງລັດ ໃນຄັ້ງນີ້ແມ່ນອີງໃສ່ ປະຕິບັດຫລັກການ ແລະ ຂັ້ນຕອນ ທີ່ກຳນົດໄວ້ ໃນດຳລັດ ສະບັບ ເລກທີ 58/ນຍ ແລະ ລະບຽບການ ເລກທີ 918/ຄຜຮ ເພື່ອສະຫນັບສະຫນູນ ໃຫ້ແກ່ການເຄື່ອນໄຫວ ວຽກງານ ດ້ານຊັບພະຍາກອນນ້ຳ, ສິ່ງແວດລ້ອມ, ອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ມີບາດກ້າວ ຂະຫຍາຍໂຕ ຢ່າງວອງໄວ ແລະ ກໍ່ເພື່ອແນ່ໃສ່ ເຮັດໃຫ້ການ ຄຸ້ມຄອງ ແລະ ນຳໃຊ້ ງົບປະມານ ໂຄງການ ລົງທຶນຂອງລັດ ມີປະສິດທິຜົນສູງ.
ທ່ານ ເພັດອຳພອນ ຮ່ວມບຸນ ວິທະຍາກອນຈາກ ກະຊວງ ແຜນການ ແລະການລົງທຶນ
ທ່ານ ຄຳສຸກ ແກ້ວມີໄຊ ຫົວໜ້າ ພະແນກ ການເງິນ, ຫ້ອງການ ອຊນສ
ທ່ານ ພອນທິບ ເພັດຊົມພູ ຮັກສາການ ຫົວໜ້າພະແນກ ແຜນການ-ຮ່ວມມື, ຫ້້ອງການ ອຊນສ
ທ່ານ ເພັດສະໝອນ ດາລາລົມ ຫົວໜ້າພະແນກ ບໍລິຫານ, ຫ້ອງການ ອຊນສ
ພາບບັນຍາກາດພາຍໃນງານ
|