ຝຶກອົບຮົມ ການພັດທະນາ ແລະອອກແບບ ເວບໄຊ PDF ພິມ ອີເມລ
ຂຽນໂດຍ Daravanh LUANGKHOT   
ວັນຈັນທີ່ 14 ທັນວາ 2009 ເວລາ 10: 10

ໃນຕອນເຊົ້າ ຂອງວັນທີ 7 ທັນວາ 2009 ທີ່ ຫ້ອງປະຊຸມ ຊັ້ນ I ອົງການ ຊັບພະຍາກອນນ້ຳ ແລະສິ່ງແວດລ້ອມ ໄດ້ມີການເປີດ ການຝຶກອົບຮົມ ກ່ຽວກັບ ການພັດທະນາ ແລະອອກແບບ ເວບໄຊ ໂດຍນຳໃຊ້ Joomla! CMS. ໃນການຝຶກອົບຮົມ ຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນ ຈາກໂຄງການ ປັບປຸງ ນະໂຍບາຍ ແລະຍຸດທະສາດ ຊັບພະຍາກອນນ້ຳແຫ່ງຊາດ (ADB TA 7013-LAO) ໂດຍການຝຶກອົບຮົມໄດ້ດຳເນີນໄປເປັນເວລາ 2 ວັນ (7-8 ທັນວາ 2009)  ໃນນັ້ນໄດ້ມີ ນັກວິທະຍາກອນ ຈາກ ຫ້ອງການ ອົງການ ຊັບພະຍາກອນນໍ້າ ແລະສິ່ງແວດລ້ອມ 1 ທ່ານ, ແລະ ນັກສຳມະນາກອນ ຈາກກົມກອງຕ່າງໆ ອ້ອມຂ້າງ ອຊນສ 20 ທ່ານ ເຂົ້າຮ່ວມ.

ການຝຶກອົບຮົມ ການພັດທະນາ ແລະອອກແບບ ເວບໄຊ ໂດຍນຳໃຊ້ Joomla! CMS ຄັ້ງນີ້ ແມ່ນເພື່ອແນໃສ່ເຮັດໃຫ້ບັນດາກົມ ກອງ ຕ່າງໆ ອ້ອມຂ້າງ ອຊນສ ມີເວບໄຊທີ່ເປັນຂອງຕົນເອງ ແລະມີລັກສະນະທີ່ເປັນເອກະພາບກັນ ນອກຈາກນັ້ນ ວິຊາການທີ່ເຂົ້າຮ່ວມໃນການຝຶກອົບຮົມຄັ້ງນີ້ ສາມາດປັບປຸງເນື້ອໃນ ເວບໄຊຂອງໃຜມັນຢ່າງມີອິດສະລະ

ຂໍເຊີນ ຢ້ຽມຊົມ ເວບໄຊ ຂອງບັນດາ ແຕ່ລະກົມ ດັ່ງຕໍ່ໄປນີ້:

  1. ຫ້ອງການ ອຊນສ www.wrea.gov.la/cabinet
  2. ກົມ ສິ່ງແວດລ້ອມ www.wrea.gov.la/doe
  3. ກົມ ຊັບພະຍາກອນນໍ້າ www.wrea.gov.la/dwr
  4. ກົມ ອຸຕຸນິຍົມ ແລະ ອຸທົກກະສາດ www.wrea.gov.la/dmh
  5. ສະຖາບັນ ຄົ້ນຄ້ວາ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ www.wrea.gov.la/weri
  6. ກອງເລຂານຸການ GMS www.wrea.gov.la/gms
  7. ກອງ ປະເມີນຜົນກະທົບ ສິ່ງແວດລ້ອມ ແລະ ສັງຄົມ www.wrea.gov.la/esia

ວິທະຍາກອນ ທ່ານ ສົມອຸລາ ຍະພິຈິດ ຫົວໜ້າ ພະແນກ ຂ່າວສານ ແລະ ສ້າງຈິດສຳນຶກ, ຫ້ອງການ ອຊນສ

ບັນດານັກສຳມະນາກອນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ

ກອງປະເມີນຜົນກະທົບສິ່ງແວດລ້ອມ ແລະ ສັງຄົມ

ສະຖາບັນ ຄົ້ນຄວ້າ ຊັບພະຍາກອນນ້ຳ ແລະສິ່ງແວດລ້ອມ

ກົມ ຊັບພະຍາກອນນ້ຳ

ກົມສິ່ງແວດລ້ອມ ແລະ ກອງ GMS