|
ການນຳ ອຊນສ ລົງມອບເຄື່ອງຊ່ວຍເຫລືອ ເພື່ອບັນເທົາຜົນກະທົບ ພະຍຸເກດສະຫນາ |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນສຸກທີ່ 08 ມັງກອນ 2010 ເວລາ 10: 36 |
|

ມອບອຸປະກອນໃຫ້ແກ່ ຫຊນສ ແຂວງອັດຕະປື
ໃນລະຫວ່າງວັນທີ 19-23 ທັນວາ 2009 ທີ່ຜ່ານມາ ທ່ານ ນູລິນ ສິນບັນດິດ ລັດຖະມົນຕີຊ່ວຍປະຈຳ ສນຍ, ຮອງຫົວໜ້າ ອຊນສ ໄດ້ໄປເຄື່ອນໄຫວ ວຽກງານ ແກ້ໄຂບັນຫາ ຜົນກະທົບຈາກພະຍຸເກດສະໜາ ທີ່ ແຂວງອັດຕະປື, ເຊກອງ ແລະ ສາລະວັນ ໂດຍສະເພາະແມ່ນ ລົງຊຸກຍູ້ການຟື້ນຟູ ຜົນເສຍຫາຍຈາກພະຍຸ ໃຫ້ຄືນສູ່ສະພາບ ປົກກະຕິ ໃນຂົງເຂດຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ ພ້ອມທັງມອບເຄື່ອງອຸປະກອນຮັບໃຊ້ ວຽກງານວິຊາການ ຈຳນວນໜື່ງໃຫ້ແກ່ ຫ້ອງການ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ 3 ແຂວງ ດັ່ງກ່າວ ຊື່ງມີລາຍລະອຽດດັ່ງນີ້:
- ມອບຄອມພີວເຕີ ຕັ້ງໂຕະ 3 ໜ່ວຍ, ເຄື່ອງພີມເອກະສານ 2 ໜ່ວຍ, ເຄື່ອງເກັບໄຟ 3 ໜ່ວຍ, ໂທລະສານ 1 ໜ່ວຍ, ໂຕະຕັ້ງຄອມພີວເຕີ 3 ໜ່ວຍ ໃຫ້ແກ່ ຫຊນສ ແຂວງອັດຕະປື.
- ມອບຄອມພີວເຕີ ຕັ້ງໂຕະ 1 ໜ່ວຍ, ເຄື່ອງພີມເອກະສານ 1 ໜ່ວຍ, ເຄື່ອງເກັບໄຟ 1 ໜ່ວຍ, ໂຕະຕັ້ງຄອມພີວເຕີ 1 ໜ່ວຍ ໃຫ້ແກ່ ຫຊນສ ແຂວງເຊກອງ.
- ມອບຄອມພີວເຕີ ຕັ້ງໂຕະ 1 ໜ່ວຍ, ເຄື່ອງພີມເອກະສານ 1 ໜ່ວຍ, ເຄື່ອງເກັບໄຟ 1 ໜ່ວຍ, ໂຕະຕັ້ງຄອມພີວເຕີ 1 ໜ່ວຍ ໃຫ້ແກ່ ຫຊນສ ແຂວງສາລະວັນ.
ນອກຈາກນັ້ນ ຍັງລົງເບີ່ງຈຸດ ທີ່ຕັ້ງ ຈະປັບປຸງສະຖານີ ວັດແທກລະດັບນໍ້າ ແລະ ສະຖານີ ວັດແທກນໍ້າຝົນ ນຳອີກ ຊື່ງຈະຕ້ອງໄດ້ປັບປຸງຄືນມີດັ່ງນີ້:
- ຈະປັງປຸງສະຖານີວັດແທກລະດັບນໍ້າ 8 ສະຖານີ, ສະຖີວັດແທກລະດັບນໍ້າຝົນ 8 ສະຖານີ ຢູ່ແຂວງອັດຕະປື.
- ຈະປັງປຸງສະຖານີອຸຕຸນິຍົມ 2 ແຫ່ງ, ສະຖານີວັດແທກລະດັບນໍ້າ 1 ແຫ່ງຢູ່ແຂວງ ເຊກອງ.
- ຈະປັງປຸງສະຖານີອຸຕຸນິຍົມ 2 ແຫ່ງ, ສະຖານີວັດແທກລະດັບນໍ້າ 2 ແຫ່ງຢູ່ແຂວງ ສາລະວັນ.

ມອບອຸປະກອນໃຫ້ແກ່ ຫຊນສ ແຂວງ ເຊກອງ

ມອບອຸປະກອນໃຫ້ແກ່ ຫຊນສ ແຂວງ ສາລະວັນ

ການນຳ ອຊນສ ແລະ ຫຊນສ ແຂວງອັດຕະປື ລົງເບີ່ງ ສະຖານີ ວັດແທກລະດັບນໍ້າ ບ້ານເວີນແຄນ, ເມືອງ ສາມັກຄີໄຊ |