ມາດຕະຖານການກວດສອບສິ່ງແວດລ້ອມ PDF ພິມ ອີເມລ
ຂຽນໂດຍ VientianeTimes   
ວັນພະຫັດທີ່ 14 ມັງກອນ 2010 ເວລາ 07: 55

ກອງປະຊຸມກ່ຽວກັບ ມາດຕະຖານສິ່ງແວດລ້ອມໄດ້ຈັດຂຶ້ນໃນວັນອັງຄານ ຫຼັງຈາກທີ່ໄດ້ມີການອະນຸມັດເຫັນດີກັນໃນວັນທີ 07 ທັນວາ ທີ່ຜ່ານມາ.
ມາດຕະຖານດັ່ງກ່າວແມ່ນໃຊ້ເພື່ອ ກວດສອບ ບັນດາໂຄງການພັດທະນາ ແລະຈັດການ ການປ່ອຍມົນລະພິດ ບໍ່ວ່າຈະເປັນທາງນ້ຳ, ອາກາດ, ດິນ ຫຼື ສຽງ.
ກົມສິ່ງແວດລ້ອມ ທີ່ຂຶ້ນກັບ ອົງການຊັບພະຍາກອນນ້ຳ ແລະສິ່ງແວດລ້ອມ (ອຊນສ) ໄດ້ຈັດກອງປະຊຸມ ຂຶ້ນທີ່ ສູນ ຝຶກອົບຮົມ ແລະການຮ່ວມມືສາກົນ ເພື່ອທີ່ຈະປຶກສາຫາລືກັນ ໃນການນຳໃຊ້ມາດຕະຖານດັ່ງກ່າວ ໃຫ້ມີປະສິດທິພາບສູງສຸດ ເພື່ອສະໜັບສະໜູນໃຫ້ທຸກຄົນຮັກສາສິ່ງແວດລ້ອມ.


ທ່ານ ນູລິນ ສິນບັນດິດ ລັດຖະມົນຕີຊ່ວຍ ປະຈຳສຳນັກງານ ນາຍົກລັດຖະມົນຕີ, ຮອງຫົວໜ້າ ອົງການ ຊັບພະຍາກອນນ້ຳ ແລະສິ່ງແວດລ້ອມ ກ່າວວ່າ: ອົງການຈັດຕັ້ງແມ່ນການກວດສອບທີ່ຈຳເປັນ ໃນການດຳເນີນການຕາມມາດຕະຖານ ໃນການອະນຸລັກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແບບຍືນຍົງ.
ຖ້າຫາກວ່າປະເທດຕ້ອງການ ພັດທະນາ ທາງດ້ານເສດຖະກິດ ແລະສັງຄົມ, ຈະຕ້ອງບໍ່ທຳລາຍຊັບພະຍາກອນທຳມະຊາດ.
ທ່ານກ່າວຕື່ມວ່າ: ໃນຂັ້ນຕອນກ່ອນການພັດທະນາ ສ່ວນຫຼາຍຈະບໍ່ສົນໃຈກ່ຽວກັບຜົນກະທົບດ້ານລົບ ແລະການທຳລາຍຊັບພະຍາກອນທຳມະຊາດ, ແຕ່ດຽວນີ້ ແມ່ນເລັງໃສ່ ການຈັດການຊັບພະຍາກອນທຳມະຊາດໃນທາງບວກຫຼາຍຂຶ້ນ.
ຍົກຕົວຢ່າງ, ລັດຖະບານໄດ້ວາງນະໂຍບາຍ, ກົດໝາຍ, ລະບຽບ ແລະແຜນຍຸດທະສາດ ໃນການປົກປ້ອງສິ່ງແວດລ້ອມ ໂດຍການປຶກສາຫາລືກັບຜູ້ທີ່ມີສ່ວນກ່ຽວຂ້ອງ.
ທ່ານ ນູລິນ ສະແດງຄວາມຫວັງວ່າ ມາດຕະຖານດັ່ງກ່າວ ຈະຊ່ວຍເພີ່ມການປົກປ້ອງ ສິ່ງແວດລ້ອມໃນລາວ ຖ້າວ່າທຸກຄົນຫາກປະຕິບັດຕາມ. ນອກຈາກນີ້, ທ່ານໄດ້ກ່າວເພີ່ມວ່າ: ການໄດ້ຮັບ ການຕິດຕາມ ແລະກວດສອບຈາກໂຄງການພັດທະນາ, ໂຮງງານ ແລະ ບໍລິສັດຈັດການ ບັນຫາມົນລະພິດ ຈະເພີ່ມມາດຕະຖານ ແລະສ້າງຄວາມຍືນຍົງ ໃຫ້ສິ່ງແວດລ້ອມ ເພື່ອຜົນປະໂຫຍດຂອງໝົດທຸກຄົນ.