ລັດຖະບານ ເຫັນພ້ອມໂຄງການ ປົກປັກຮັກສາສິ່ງແວດລ້ອມ PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນພຸດທີ່ 24 ກຸມພາ 2010 ເວລາ 13: 29

ກອງປະຊຸມ ປະຈຳປີ ລະຫວ່າງກອງທືນປົກປັກຮັກສາສິ່ງແວດລ້ອມ (ກປສ) ແລະ ຜູ້ມີສ່ວນຮ່ວມ ໄດ້ຈັດຂື້ນ ໃນແຕ່ລະປີ ແຕ່ ປີ 2007 ເປັນຕົ້ນມາ ເພື່ອສົ່ງເສີມ ຄວາມເຂົ້າໃຈ ກ່ຽວກັບການເຄື່ອນໄຫວຂອງກອງທືນ ປົກປັກຮັກສາສິ່ງແວດລ້ອມ ລວມທັງໂຄງການ ສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສ ປ ປ ລາວ ທີ່ກອງທືນຮັບຜິດຊອບ ກອງທືນໄດ້ສະຫນັບສະຫນູນ 5 ວຽກຫລັກ ຄື: ປັບປຸງຄວາມອາດສາມາດ, ອະນຸລັກຊີວະນາໆພັນ, ຄວມຄຸມມົນລະພິດ, ຄຸ້ມຄອງຊັບພະຍາກອນນໍ້າ ແລະ ທີ່ດິນ.

 

ມາຮອດປີ 2010 ເຊີ່ງ ເປັນປີທີ 5 ກອງທືນໄດ້ອະນຸມັດ ທືນຮອນໃຫ້ແກ່ 186 ໂຄງການຍ່ອຍ ລວມມູນຄ່າທັງຫມົດ 30 ຕື້ ກີບ ໃນນີ້ 157 ໂຄງການ ໄດ້ມີຜົນງານ ດີເດັ່ນ ທາງດ້ານວິຊາການ ແລະ ການຄຸ້ມຄອງ ເຊັ່ນ: ໂຄງການ ອະນຸລັກ ຊີວະນາໆພັນ ທີ່ໂດດເດັ່ນ ເປັນຕົ້ນ ການອະນຸລັກຫນູຂະຍຸ ປ່າແປກ ທົ່ງພຽງ ການຄຸ້ມຄອງສິ່ງເສດເຫລືອ ໃນຕົວເມືອງ ການຮັກສານຍອດນໍ້າ ແລະ ອື່ນໆ ອີກ ເພື່ອເຮັດໃຫ້ວຽກງານ ດັ່ງກ່າວສືບຕໍ່ ທາງລັດຖະບານ ກໍ່ໄດ່້ເຫັນພ້ອມ ເຊັນສັນຍາກັບ ທະນາຄານໂລກ ຈຳນວນ 3 ລ້ານ ໂດລາສະຫະລັດ ໃນເດືອນ ກຸມພາ 2010 ນີ້ ເພີ້ມໃຫ້ໂຄງການ ສິ່ງແວດລ້ອມ ແລະ ສັງຄົມ ເຊີ່ງຈະເຮັດໃຫ້ມີທືນຮອນໄປຮອດ 2012 ແນ່ໃສ່ສະຫນັບສະຫນູນ 16 ໂຄງການ ທັງລະດັບ ມະຫາພາກ ແລະ ຈຸລະພາກ.

ດັ່ງນັ້ນ ເພື່ອຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດ ນຳໃຊ້ ທືນຮອນດັ່ງກ່າວ ໃຫ້ເກີດປະໂຫຍດສູງສຸດ ຈື່ງໄດ້ຈັດກອງປະຊຸມ ໃນຄັ້ງນີ້ ຂື້ນ ໃນວັນທີ 22 ກຸມພາ 2010 ໂດຍການ ເປັນປະທານ ຂອງທ່ານ ສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງ ການເງີນ, ຮອງປະທານ ສະພາບໍລິຫານ ກປສ ຜູ້ປະຈຳການ ແລະ ທ່ານ ນູລີນ ສິນບັນດິດ ລັດຖະມົນຕີຊ່ວຍ ປະຈຳສຳນັກງານ ນາຍົກລັດຖະມົນຕີ, ຮອງປະທານ ອົງການ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ, ສະມາຊິກສະພາບໍລິຫານ ກປສ ພ້ອມນີ້ ກໍ່ຍັງມີ ບັນດາທ່ານ ຈາກສຳນັກງານ, ອົງການ ທີ່ກ່ຽວຂ້ອງ ແລະ ພະນັກງ່ານ ວິຊາການເຂົ້າຮ່ວມ.

LAST_UPDATED2