ກອງປະຊຸມ ສຳມະນາວິທະຍາສາດ “ການປະຢັດພະລັງງານ ແລະຫຼຸດຜ່ອນ ການປ່ອຍທາດອາຍພິດເຮືອນແກ້ວ” PDF ພິມ ອີເມລ
ຂຽນໂດຍ Daravanh LUANGKHOT   
ວັນພະຫັດທີ່ 18 ມີນາ 2010 ເວລາ 11: 03

ໃນທາມກາງທີ່ທົ່ວພັກ ທົ່ວປວງຊົນທັງຊາດ ພວມກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 55ປີ, ອົງການ ຊັບພະຍາກອນນ້ຳ ແລະສິ່ງແວດລ້ອມ ໄດ້ຈັດກອງປະຊຸມ ສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ການປະຢັດພະລັງງານ ແລະຫຼຸດຜ່ອນ ການ ປ່ອຍທາດອາຍພິດເຮືອນແກ້ວ” ຂຶ້ນໃນວັນທີ 17 ມີນາ 2010 ທີ່ ສູນການຮ່ວມມືສາກົນ ແລະການຝຶກອົບຮົມ (ICTC) ໂດຍການເປັນປະທານ ຂອງ ທ່ານ ນາງ ເຂັມແພງ ພົນເສນາ, ລັດຖະມົນຕີ ປະຈຳສຳນັກງານນາຍົກ ລັດຖະມົນຕີ, ຫົວໜ້າ ອົງການ ຊັບພະຍາກອນນ້ຳ ແລະສິ່ງແວດລ້ອມ.

 

ກອງປະຊຸມຄັ້ງນີ້ ແມ່ນແນ່ໃສ່ ເປັນກິດຈະກຳທີ່ມີຄວາມໝາຍສຳຄັນ ໃນຂະບວນການສະເຫຼີມສະຫຼອງວັນໂລກ, ວັນທີ 27 ມີນາ 2010 ທີ່ຈະມາເຖິງ ນີ້. ໂດຍໃນນັ້ນໄດ້ມີ ນັກວິທະຍາກອນ ຈາກທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ, ວິສາຫະກິດ ແລະເອກະຊົນ, ພ້ອມທັງຕົວແທນ ຈາກອົງການ ຈັດຕັ້ງສາກົນ ເຂົ້າຮ່ວມຢ່າງພ້ອມພຽງ.


ວັນໂລກ, ວັນທີ 27 ມີນາ 2010 ເປັນວັນໜຶ່ງທີ່ມີຈຸດປະສົງປຸກລະດົມຊາວໂລກ ໂດຍສະເພາະແມ່ນໃນບັນດາຕົວເມືອງໃຫຍ່ໆໃນທົ່ວໂລກ ເຂົ້າຮ່ວມ ຂະບວນມອດໄຟຟ້າ ທີ່ບໍ່ຈຳເປັນເປັນເວລາ 1 ຊົ່ວໂມງ ເພື່ອເປັນການປະຢັດພະລັງງານ ພ້ອມທັງປະກອບໃນການຫຼຸດຜ່ອນສະພາວະໂລກຮ້ອນ ຊຶ່ງເປັນສາເຫດຂອງການປ່ຽນແປງສະພາບດິນຟ້າອາກາດ. ຂະບວນການດັ່ງກ່າວ ໄດ້ເລີ່ມຈັດຂຶ້ນ ຄັ້ງທຳອິດ ໃນວັນທີ 31 ມີນາ 2007 ທີ່ເມືອງ ຊິດນີ, ປະເທດອົດສະຕຣາລີ ຊຶ່ງມີປະຊາຊົນ ແລະພາກສ່ວນທຸລະກິດ ເຂົ້າຮ່ວມຫຼາຍກວ່າ 2,2 ລ້ານຄົນ. ຕໍ່ມາ ຂະບວນການດັ່ງກ່າວ ໄດ້ແຜ່ຂະ ຫຍາຍອອກໄປເຖິງ 370 ເມືອງ ແລະປີ 2009 ມີຜູ້ເຂົ້າຮ່ວມ 1ຕື້ກວ່າຄົນ ຢູ່ໃນ 4.000 ກວ່າຕົວເມືອງ ໃນ 88 ປະເທດ. ຂະບວນການດັ່ງກ່າວ ແມ່ນສະແດງໃຫ້ເຫັນເຖິງການຮ່ວມແຮງ ຮ່ວມໃຈຂອງປະຊາຄົມໂລກ ທີ່ໄດ້ພ້ອມພຽງກັນຫຼຸດຜ່ອນ ການນຳໃຊ້ພະລັງງານ, ພ້ອມທັງ ເປັນການປະ ກອບສ່ວນໃນການຫຼຸດຜ່ອນສະພາວະໂລກຮ້ອນ.


ກິດຈະກຳມອດໄຟຟ້າ ເພື່ອສະເຫຼີມສະຫຼອງວັນໂລກ ໃນປີນີ້ປະກອບມີຫຼາຍກວ່າ 1.100 ເມືອງ, ໃນ 92 ປະເທດ ທີ່ລົງທະບຽນ ເຂົ້າຮ່ວມຢ່າງເປັນ ທາງການ ຊຶ່ງປະເທດເຮົາເປັນອັນດັບທີ 92.

 

LAST_UPDATED2