|

ໃນວັນທີ 26 ມີນາ 2010 ທີ່ຫ້ອງປະຊຸມ ITCT, ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໄດ້ເປີດ ພິທີປະກາດຍຸດທະສາດ ການປ່ຽນແປງດິນຟ້າອາກາດ ຂອງ ສປປ ລາວ ໂດຍ ການເປັນ ປະທານຂອງ ທ່ານ ນ. ເຂັມແພງ ພົນເສນາ, ລັດຖະມົນຕີ ປະຈຳສຳນັກງານນາຍົກ ລັດຖະມົນຕີ, ຫົວໜ້າ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ.
ພິທີການປະກາດ ຍຸດທະສາດ ການປ່ຽນແປງດິນຟ້າອາກາດ ຂອງ ສປປ ລາວ ໄດ້ຮັບການຮັບຮອງຈາກ ລັດຖະບານ ໃນວັນທີ 12 ມີນາ 2010 ຜ່ານມາ. ໃນມື້ນີ້ ເປັນເຫດການໜຶ່ງ ທີ່ມີຄວາມໝາຍສຳຄັນທີ່ສຸດ ຢູ່ ສປປ ລາວ ຊຶ່ງຖືໄດ້ວ່າ ເປັນການດຳເນີນການຢ່າງຈິງຈັງ ຂອງ ສປປ ລາວ ຮ່ວມກັບປະຊາຄົມໂລກໃນການຕໍ່ສູ້ຕ້ານກັບບັນຫາການປ່ຽນແປງດິນຟ້າອາກາດ ເພື່ອປົກປັກຮັກສາໂລກ ຂອງພວກເຮົາ ແລະ ລຸ້ນຄົນໃນຕໍ່ໜ້າ.
ທ່ານລັດຖະມົນຕີ ໄດ້ເນັ້ນວ່າ: ຄວາມຮັບຜິດຊອບໃນລະດັບຊາດ ຕໍ່ວຽກງານສິ່ງແວດລ້ອມ ແລະ ສັງຄົມ ແມ່ນຍັງຈະສຶບຕໍ່ພັດທະນາ ແລະ ປັບປຸງ ເປັນແຕ່ລະໄລຍະ ທາງດ້ານຄວາມຮັບຮູ້, ຄວາມສາມາດ ແລະ ປະສົບການ. ໃນຕໍ່ໜ້າພວກເຮົາຍັງຈະໄດ້ ຮ່ວມກັບໜ່ວຍງານ ວິຊາການ ໃນການພັດທະນາຍຸດທະສາດ, ແຜນດຳເນີນງານ ແລະ ໂຄງການລະອຽດ ເພື່ອດຳເນີນວຽກງານ ການປັບຕົວ ເຂົ້າກັບການປ່ຽນແປງ ດິນຟ້າອາກາດ ແລະ ໃນການຫຼຸດຜ່ອນການປ່ອຍອາຍພິດເຮືອນເເກ້ວ ຢູ່ຂະແໜງ ການຕ່າງໆ.
ຂໍເນັ້ນເຖິງຫຼັກການພື້ນຖານ ໂດຍມີຄວາມຮັບຜິດຊອບຮ່ວມກັນ, ມີພັນທະແຕກຕ່າງກັນ ແລະ ເຄົາລົບຄວາມສາມາດ ຂອງໃຜລາວ ຕໍ່ບັນຫາດັ່ງກ່າວ ທີ່ໄດ້ລະບຸໄວ້ ໃນສົນທິສັນຍາວ່າດ້ວຍການປ່ຽນແປງດິນຟ້າອາກາດ (UNFCCC), ອະນຸສັນຍາກຽວໂຕ (KP) ແລະ ແຜນດຳເນີນງານບາຫລີ (BAP) ແລະ ມີຄວາມຈຳເປັນອັນຮີບດ່ວນ ໃນລະດັບໂລກ ຂອງການຕໍ່ຕ້ານກັບສິ່ງທ້າທາຍ ຂອງຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ແລະ ການຫຼຸດຜ່ອນບັນຫາໂລກຮ້ອນ. ລັດຖະບານແຫ່ງ ສປປ ລາວ ເຫັນໄດ້ບັນຫາດັ່ງກ່າວແມ່ນມີຄວາມສຳຄັນທີ່ສຸດ ໂດຍການຕັດສິນໃຈເຂົ້າຮ່ວມ ສັນຍາໂກເປັນຮາກ (Copenhagen Accord). ພວກເຮົາ ຍັງຈະສືບຕໍ່ຕິດຕາມຂໍ້ຕົກລົງດັ່ງກ່າວຢ່າງຫ້າວຫັນ ແລະ ເຂົ້າຮ່ວມໃນກອງປະຊຸມເຈລະຈາຢູ່ເມືອງບອນ ແລະ ກອງປະຊຸມລັດພາຄີສົນທິສັນຍາວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 16 (COP16) ໃນທ້ານປີ 2010 ນີ້.
ໃນພິທີດັ່ງກ່າວ ໄດ້ມີຜູ້ທີ່ເຂົ້າຮ່ວມ ຈາກອົງການຈັດຕັ້ງສາກົນ, ອົງການຈັດຕັ້ງ ພາກລັດ ແລະ ເອກະຊົນ ເຂົ້າຮ່ວມຢ່າງພອມພຽງ.


ເບີ່ງພາບບັນຍາກາດເພີ້ມເຕີ່ມ ກະລຸນາ ຄລີກລີ້ງຕໍ່ໄປນີ້:
http://www.wrea.gov.la/somoula/PicturesShow/index.php?imgdir=2010-03-26%20ICTC |