|
ອຊນສ ຈັດພິທີ ສະຫຼຸບຜົນງານ ມອບໃບຍ້ອງຍໍ ສົກປີ 2008-2009 |
|
|
|
|
ຂຽນໂດຍ Daravanh LUANGKHOT
|
|
ວັນພຸດທີ່ 28 ເມສາ 2010 ເວລາ 11: 09 |
|

ໃນວັນທີ 12 ເມສາ 2010 ທີ່ຜ່ານມາ, ອົງການ ຊັບພະຍາກອນນ້ຳ ແລະສິ່ງແວດລ້ອມ ໄດ້ຈັດພິທີ ສະຫຼຸບຜົນງານ ມອບໃບຍ້ອງຍໍ ສົກປີ 2008-2009 ພ້ອມທັງສະເຫຼີມສະຫຼອງ ປີໃໝ່ລາວ 2553, ຢູ່ທີ່ ກົມອຸຕຸນິຍົມ ແລະອຸທົກກະສາດ. ໂດຍການເປັນປະທານຂອງ ທ່ານ ນາງ ເຂັມແພງ ພົນເສນາ ເລຂາຄະນະພັກຮາກຖານ, ລັດຖະມົນຕີປະຈຳສຳນັກງານ ນາຍົກລັດຖະມົນຕີ, ຫົວໜ້າ ອົງການ ຊັບພະຍາກອນນ້ຳ ແລະສິ່ງແວດລ້ອມ.
ພິທີດັ່ງກ່າວໄດ້ຈັດຂຶ້ນໃນເວລາ 13:00 ໂດຍມີການຜ່ານບົດສະຫຼຸບ 6 ເດືອນຕົ້ນປີ ແລະທິດທາງ 6 ເດືອນທ້າຍປີ 2009-2010. ຈາກນັ້ນ ກໍ່ມີການຜ່ານ ທິດທາງວຽກງານ ແຂ່ງຂັນຍ້ອງຍໍ, ອ່ານຂໍ້ຕົກລົງ, ສະເໜີລາຍຊື່ ແລະມອບໃບຍ້ອງຍໍ ຕົວເດັ່ນປະຈຳປີ 2008-2009. ຕໍ່ມາ ກໍ່ໄດ້ມີການຮັບຟັງ ການໂອ້ລົມຂອງ ທ່ານ ລັດຖະມົນຕີ, ສຸດທ້າຍກໍ່ເປັນການບາສີສູ່ຂວັນ ຕ້ອນຮັບປີໃໝ່ລາວ ຕາມຮີດຄອງປະເພນີ ແລະຮ່ວມພາເຂົ້າສາມັກຄີ ເປັນອັນຈົບພິທີ.
ສາມາດເບິ່ງຮູບເພີ່ມເຕີມໄດ້ທີ່: http://www.wrea.gov.la/somoula/PicturesShow/index.php?imgdir=2010-04-12%20Pee%20Mai%20Lao |
|
LAST_UPDATED2 |