|

ໃນຕອນເຊົ້າ ວັນທີ 29 ເມສາ 2010 ທີ່ເມືອງ ທ່າແຂກ ແຂວງ ຄຳມ່ວນ, ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ (ອຊນສ) ໄດ້ມີການ ເປີດກອງປະຊຸມ ຝຶກອົບຮົມ ກ່ຽວກັບວຽກງານການສ້າງຂອບການພັດທະນາ ຄວາມອາດສາມາດຂອງ ອຊນສ ໂດຍແມ່ນການເປັນປະທານ ຂອງ ທ່ານ ບຸນເນື່ອງ ນຸດປາທອງ, ຮອງຫົວຫນ້າ ຫ້ອງການ, ທ່ານ ຄຳໄຜ່ ເພັງແພງເມືອງ, ຫົວຫນ້າຫ້ອງການ ອຊນສ ແຂວງ ຄຳມ່ວນ ແລະ ທ່ານ ນ. ເວໂລເນກາ, ຊ່ຽວຊານ ທະນາຄານໂລກ. ໂດຍມີຜູ້ເຂົ້າຮ່ວມມາຈາກ ຫ້ອງການ ອຊນສ ຂັ້ນແຂວງ ໃນທົ່ວປະເທດ ເຂົ້າຮ່ວມ ຢ່າງພ້ອມພຽງຮຽງຫນ້າ ກອງປະຊຸມ ນີຄັ້ງນີ້ ດຳເນີນໄປ ເປັນເວລາ 2 ວັນ.
ວຽກງານພັດທະນາກອບຄວາມອາດສາມາດດ້ານ ຊັບພະຍາກອນນ້ຳ, ສິ່ງແວດລ້ອມ, ອຸຕຸນິຍົມ ແລະ ອຸຖົກກະສາດ ຂອງອົງການ ກໍ່ເປັນວຽກໜຶ່ງທີ່ມີການພົວພັນກັບຫຼາຍຂະແໜງການ, ດັ່ງນັ້ນ ໃນການແກ້ໄຂວຽກງານ ຫຼື ບັນຫາຕ່າງໆ ເປັນຕົ້ນ: ການຈັດຕັ້ງຜັນຂະຫຍາຍເປົ້າໝາຍດ້ານສິ່ງແວດລ້ອມ ໃຫ້ບັນລຸການພັດທະນາແບບຍືນຍົງນັ້ນ, ສະເໜີໃຫ້ມີສ່ວນຮ່ວມຂອງຂະແໜງການຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນ, ອຳນາດການປົກຄອງແຕ່ລະຂັ້ນ ແລະ ພາກສ່ວນຂອງສັງຄົມ ເພື່ອສືບຕໍ່ການເຄື່ອນໄຫວຮ່ວມກັນໃນວຽກງານຄຸ້ມຄອງ, ປົກປັກຮັກສາ ແລະ ບູລະນະສິ່ງແວດລ້ອມ, ຮ່ວມກັນຜັນຂະຫຍາຍຍຸດທະສາດແຫ່ງຊາດ ດ້ານສິ່ງແວດລ້ອມແຕ່ນີ້ ຮອດປີ 2020 ໂດຍສະເພາະຜັນຂະຫຍາຍແຜນງານບູລິມະສິດ ແລະ 27 ໂຄງການບູລິມະສິດໃຫ້ບັນລຸຜົນ.
ການຝຶກອົບຮົມຄັ້ງນີ້ ກໍ່ແມ່ນການຜັນຂະຫຍາຍຍຸດທະສາດ ເປັນຕົ້ນແມ່ນ ແຜນບູລິມະສິດໜຶ່ງໃນການສ້າງກົງຈັກການຈັດຕັ້ງນັບທັງສູນກາງ ແລະ ທ້ອງຖິ່ນ, ປະກອບບຸກຄະລາກອນ, ເຄື່ອງມືວິຊາການ, ສ້າງກອບການພັດທະນາຄວາມອາດສາມາດ ແລະ ຄວາມເຂັ້ມແຂງທີ່ມີຄວາມຈຳເປັນໃຫ້ພະນັກງານ ຂອງອົງການໃນທົ່ວປະເທດ.
ວຽກງານການສ້າງຂອບການພັດທະນາ ຄວາມອາດສາມາດ ແມ່ນມີຈຸດປະສົງເພື່ອຊ່ວຍ ແລະ ພັດທະນາກອບ ຄວາມອາດສາມາດ ຂອງອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ (ອຊນສ)ໃນດ້ານ:
- ສ້າງຮ່າງກອບແຜນວຽກກ່ຽວກັບການພັດທະນາຄວາມອາດສາມາດໃຫ້ແກ່ ອຊນສ
- ກໍານົດຊ່ອງຫວ່າງທາງດ້ານ ຄວາມອາດສາມາດ ທີ່ບັນດາແຜນງານ ເຊິ່ງກຳລັງຈັດຕັ້ງປະຕິບັດຢູ່ ຍັງບໍ່ທັນໄດ້ມີກິດຈະກຳທີ່ພົວພັນກັບຂົງເຂດດັ່ງກ່າວ.
- ເພື່ອເປັນຂໍ້ມູນພື້ນຖານໃນການສ້າງ ແລະ ພັດທະນາບັນດາຍຸດທະສາດ ແລະ
- ແຜນດຳເນີງານດ້ານການພັດທະນາຄວາມອາດສາມາດໃຫ້ແກ່ອົງການຂັບພະຍາກອນນໍ້າແລະສິ່ງແວດລ້ອມ



ເບີ່ງຮູບພາບເພີ້ມເຕີ້ມ ກະລຸນາ ຄລີກທີ່ http://www.wrea.gov.la/somoula/PicturesShow/index.php?imgdir=2010-04-29_30%20Khammuan&page=1 |