|

ເພື່ອເປັນການສ້າງຂະບວນການຕ້ອນຮັບ ການສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ວັນທີ 5 ມີຖຸນາ 2010 ພາຍໃຕ້ຄຳຂວັນທີ່ວ່າ “ ຊີວະນາໆພັນຫຼາກຫຼາຍຊະນິດ ຢູ່ຮ່ວມໂລກດຽວກັນ ມີອາອະນາຄົດຮ່ວມກັນ” ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມກົມສິ່ງແວດລ້ອມ ໄດ້ເປີດກອງປະຊຸມສຳມະນາ ແລະ ງານວາງສະແດງຜົນງານການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບ ການຄຸ້ມຄອງຊີວະນາໆພັນ ຢູ່ ສປປ ລາວ
ໃນຕອນເຂົ້າຂອງວັນທີ 19 ພຶດສະພາ 2010 ທີ່ສູນຝຶກອົບຮົມຮ່ວມມືສາກົນລາວຍີປຸ່ນ (ICTC) ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ, ກົມສິ່ງແວດລ້ອມ ໄດ້ເປີດກອງປະຊຸມສຳມະນາ ເຊິ່ງໃຫ້ກຽດເປັນປະທານແມ່ນ ທ່ານ ສີສະຫວັດ ວິທະໃຊ ຮອງຫົວໜ້າ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ກອງປະຂຸມຄັ້ງນີ້ແມ່ນມີຜູ້ເຂົ້າປະມານ 200 ທ່ານ ໃນນັ້ນແມ່ນນັກສຶກສາ, ພະນັກງານ ແລະ ອົງການສາກົນ
ໃນປະຈຸບັນນີ້ ຊີວະນາໆພັນ ໃນທົ່ວໂລກທີ່ໄດ້ຖືກບັນທຶກໃນແງ່ວິທະຍາສາດມີເຖິງ 1,75 ລ້ານ ຊະນິດ ແລະ ນິກວິທະຍາສາດໄດ້ຄຳນວນວ່າຊີວະນາໆພັນຢູ່ບ້ານເຮົາອາດຈະມີເຖິງ 13 ລ້ານຊະນິດກໍ່ເປັນໄດ້ທີ່ຍັງບໍ່ທັນພັນຄົ້ນພົບ ອິງຕາມບົດລາຍງານຊີວະນາໆພັນແຫ່ງຊາດ ປີ 2004ໄດ້ຊີ້ໃຫ້ເຫັນວ່າ : ສປປ ລາວ ຖືວ່າເປັນຈຸເດັ່ນຂອງຊີວະນາໆພັນຂອງໂລກ ເວົ້າລວມແລ້ວຊີວະນາໆພັນຢູ່ໃນ ສປປ ລາວ ແມ່ນມີຄວາມອຸດົມສົມບູນ ທັງພືດພັນ ແລະ ສັດນາໆຊະນິດ ໄດ້ມີການປະເມີນວ່າ ມີປະມານ 8.000-11.000 ຊະນິດພັນພືດທີ່ອອກດອກ ສັດເລື້ອຍຄານ ແລະ ສັດເຄິ່ງບົກເຄິ່ງນ້ຳມີປະມານ 166 ຊະນິດພັນ ສັດປິກມີປະມານ 700 ຊະນິດພັນ ສັດລ້ຽງລູກດ້ວຍນົມມີຫຼາຍກວ່າ 100 ຊະນິດພັນ ແລະ ໃນນີ້ຊີວະນາໆພັນທີ່ພົ້ນເດັ່ນກວ່າໝູ່ແມ່ນພັນປາ ທີ່ມີເຖິງ 87 ສາຍພັນ ແລະ ປາພື້ນເມືອງ ແມ່ນ້ຳຂອງ ມີ 500 ຊະນິດ ນອກຈາກນີ້ ສປປ ລາວ ຍັງຖືກຂາມນາມວ່າເປັນສູນກາງຂອງແຫຼ່ງກຳເນີດເຂົ້າໜຽວ ແລະ ເປັນສູນກາງເຂົ້າພື້ນເມືອງອາຊີ (Oryza sativa L) ລວມທັງພັນເຂົ້າປ່າ ແລະ ພັນປະສົມດ້ວຍມັນເອງ ທີ່ເຕົ້າໂຮມມາໄດ້ເພື່ອການອະນຸລັກ ມີປະມານ 13,193 ຕົວຢ່າງໃນປະຈຸບັນ
ປະໂຫຍດທີ່ໄດ້ຮັບຈາກຊີວະນາໆພັນ ຖືວ່າເປັນແຫຼ່ງສະໜອງ ບັນດາປັດໃຈພື້ນຖານຕົ້ນຕໍ ໃນການດຳລົງຊີວິດຂອງມະນຸດເປັນຕົ້ນ ສະບຽງອາຫານ ເຄື່ອງນຸ່ງຫົ່ມ ຢາປົວພະຍາດ ທີ່ຢູ່ອາໄສ ນອກນັ້ນຍັງເປັນແຫຼ່ງລາຍຮັບອັນສຳຄັນໃຫ້ແກ່ປະຊາຊົນ ຄວາມຫຼາກຫຼາຍຂອງພືດພັນຕົ້ນໄມ້ນາໆຊະນິດຊ່ວຍຮັກສາ, ປ້ອງກັນໄຟນ້ຳຖ້ວມ ແລະ ຍັງຊ່ວຍດູດຊັບທາດອາຍພິດເຮືອນແກ້ວທີ່ເປັນສາເຫດຫຼັກຂອງປະກົດ ການໂລກຮ້ອນ ທີ່ກໍ່ໃຫ້ເກີດການປ່ຽນແປງຂອງສະພາບດິນຟ້າອາກາດ
ດັ່ງທີ່ກ່າວມາຂ້າງເທິງນັ້ນ ລ້ວນແລ້ວແຕ່ຊີ້ໃຫ້ເຫັນວ່າ: ບັນຫາດ້ານສຸຂະພາບ, ຊີວິດການເປັນຢູ່ ແລະ ອະນາຄົດຂອງພວກເຮົາ ຈະໄດ້ດີ ຫຼື ບໍ່ໄດ້ດີ ແມ່ນຂື້ນກັບຄວາມອຸດົມສົມບູນຂອງຊີວະນາໆພັນເຫຼົ່ານີ້ ແຕ່ໃນປະຈຸບັນຊີວະນາໆພັນເຫຼົ່ານີ້ກຳລັງປະເຊີນກັບໄຟຂົ່ມຂູ່ ແລະ ຄວາມກົດດັນຢ່າງຮອບດ້ານ ເຮັດໃຫ້ຫຼາຍຊະນິດພັນ ໄດ້ສູນພັນທີ່ມີຄຸນຄ່າສູງ ທາງດ້ານເສດຖະກິດ ນິເວດວິທະຍາໃນລະດັບໂລກ ໄດ້ສູນພັນໄປ ແລະ ອິກຫຼາຍຊະນິດພັນກຳລັງຕົກຢູ່ໃນສະຖານະພາບທີສ່ຽງຕໍ່ການສູນພັນ ໃນລະດັບໄວວາ ແລະ ບໍ່ເຄີຍມີມາກ່ອນ ຊື່ງມີສາເຫດຈາກກິດຈະກຳຂອງມະນຸດ ໃນການພັດທະນາເສດຖະກິດ-ສັງຄົມ ໂດຍການຊົມໃຊ້ຊັບພະຍາກອນທຳມະຊາດທີ່ບໍ່ສົມເຫດສົມຜົນ ແລະ ບໍ່ມີລັກສະນະຍືນຍົງ ໄດ້ກາຍເປັນໄພຂົ່ມຂູ່ຕົ້ນຕໍ່ກັບຊີວະນາໆພັນ ໂດຍສະເພາະແມ່ນມົນລະພິດ ສິ່ງເສດເຫຼືອ ການບຸກເບີກເນື້ອທີ່ເພື່ອກະສິກຳ ແລະ ພື້ນຖານໂຄງລ່າງຂອງມະນຸດ ນອກນັ້ນຍັງມີບັນຫາການປ່ຽນແປງສະພາບດິນຟ້າອາກາດ ທີ່ໄດ້ປະກົດຂື້ນຢ່າງຈະແຈ້ງ ແລະ ສົ່ງຜົນກະທົບຢ່າງແຜ່ລາມໄປທົ່ວທຸກມູມໂລກ ຊຶ່ງບໍ່ພຽງແຕ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງມວນມະນຸດເທົ່າ ນັ້ນ ແຕ່ມັນຍັງສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວະນາໆພັນ ບໍ່ວ່າຈະເປັນຊີວະນາໆພັນ ໃນລະບົບກະສິກຳ ທາງນ້ຳ ແລະ ໃນລະບົບປ່າໄມ້ ເປັນຕົ້ນໄດ້ສົ່ງຜົນກະທົບທາງລົບໂດຍກົງຕໍ່ແຫຼ່ງກຳເນີດ ຖິ່ນຢູ່ອາໃສ ລະບົບສືບພັນ ການຈະເລີນເຕີບໂຕ ເຮັດໃຫ້ຊີວະນາໆພັນໄດ້ສູນພັນໄປ ແລະ ຫຼາຍຊະນິດພັນກຳລັງສ່ຽງຕໍ່ການສູນພັນ
|