|
ກອງປະຊຸມ ປຶກສາຫາລື ກ່ຽວກັບຂົງເຂດ ຄວາມສາມາດ ແລະກຳນົດວິທີການພັດທະນາຄວາມສາມາດ |
|
|
|
|
ຂຽນໂດຍ Daravanh LUANGKHOT
|
|
ວັນອັງຄານທີ່ 15 ມິຖຸນາ 2010 ເວລາ 15: 08 |
|

ໃນຕອນເຊົ້າຂອງວັນທີ 04 ມິຖຸນາ 2010 ຜ່ານມາ, ອົງການ ຊັບພະຍາກອນນ້ຳ ແລະສິ່ງແວດລ້ອມ (ອຊນສ) ໄດ້ມີການຈັດກອງປະຊຸມ ປຶກສາຫາລື ກ່ຽວກັບຂົງເຂດ ຄວາມສາມາດ ແລະກຳນົດວິທີການພັດທະນາຄວາມສາມາດຂຶ້ນ ທີ່ໂຮງແຮມ ເສດຖາປາລາສ. ໂດຍການເປັນປະທານຂອງ ທ່ານ ບຸນເນື່ອງ ນຸດປາທອງ ຮອງຫົວໜ້າ ຫ້ອງການ ອຊນສ ແລະທ່ານ ນ. ເວໂລເນກາ, ຊ່ຽວຊານ ທະນາຄານໂລກ. ໂດຍການເຂົ້າຮ່ວມຂອງບັນດາກົມ, ກອງ ແລະສະຖາບັນອ້ອມຂ້າງ ອຊນສ ຢ່າງພ້ອມພຽງ.
ສຳຫຼັບກອງປະຊຸມຄັ້ງນີ້ແມ່ນແນ່ໃສ່ການປະຕິບັດຕົວຈິງ ໂດຍໄດ້ຍົກເອົາທິດທາງແຜນວຽກຈຸດສຸມໃນໄລຍະ 05 ປີ 2010-2015 ໃນຂົງເຂດຊັບພະຍາກອນນ້ຳ, ສິ່ງແວດລ້ອມ ແລະອຸຕຸນິຍົມ-ອຸທົກກະສາດ ຂຶ້ນມາຄົ້ນຄວ້າ, ປຶກສາຫາລື ແລະຫາທາງແກ້ໄຂນຳກັນ.





ສາມາດເບິ່ງຮູບພາບເພີ່ມເຕີມໄດ້ທີ່: http://www.wrea.gov.la/somoula/PicturesShow/index.php?imgdir=2010-06-03 |
|
LAST_UPDATED2 |