|
ພິທີເຊັນສັນຍາລະ ຫວ່າງ ອຊນສ ແລະ ກປສ |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນອັງຄານທີ່ 29 ມິຖຸນາ 2010 ເວລາ 12: 38 |
|

ໃນຕອນ ແລງເວລາ 15:00 ໂມງຂອງ ວັນທີ 21 ມີຖຸນາ 2010, ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ (ອຊນສ) ຕ່າງໜ້າ ໂດຍ ທ່ານ ມອນມະນີ ຍອຍບົວກ່ອງ, ຫົວຫນ້າ ຫ້ອງການ ອຊນສ ກັບ ກອງທຶນປົກຮັກສາສິ່ງແວດລ້ອມ (ກປສ) ຕ່າງໜ້າ ໂດຍ ທ່ານ ສຸກກາຕະ ວິຈິດ, ຜູ້ອຳນວຍການ ກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ເຊັນສັນຍາ, ເພື່ອຮ່ວມກັນຈັດຕັ້ງປະຕິບັດ “ໂຄງການ ສ້າງຄວາມເຂັ້ມແຂງ ໃຫ້ຫ້ອງການ ອຊນສ ໃນວຽກງານ ວາງແຜນຍຸດທະສາດ, ງົບປະມານ, ຕິດຕາມກວດກາ, ແລະປະເມິນຜົນ ອຊນສ" ໃນມູນຄ່າ 2,112,500,000 ກີບ ( ສອງຕື້ ຫນຶ່ງຮ້ອຍ ສິບສອງລ້ານ ຫ້າແສນກີບ) ຫຼື 250, 000 ໂດລາສະຫະລັດ, ອາຍຸໂຄງການແມ່ນ 24 ເດືອນ.
ໂຄງການ ດັ່ງກ່າວແມ່ນ ເພື່ອ:
(1) ສ້າງຕັ້ງລະບົບການວາງແຜນ, ງົບປະມານ, ຕິດຕາມແລະກວດກາທີ່ລວມສູນ;
(2) ພະນັກງານຈາກກົມກອງທີ່ກ່ຽວຂ້ອງນຳໃຊ້ລະບົບທີ່ຖືກປັບປຸງ
(3) ລະບົບຖານຂໍ້ມູນແຜນງານແລະໂຄງການ ຄຸ້ມຄອງໂດຍ ຫ້ອງການ ອຊນສ (ìວມທັງ ໂຄງການສິ່ງແວດລ້ອມແລະສັງຄົມ)
(4) ປັບປຸງການປະສານງານ ທັງພາຍໃນແລະພາຍນອກ ໃຫ້ສອດຄ່ອງກັບລະບົບການວາງແຜນແລະຕິດຕາມກວດກາ ການຄຸ້ມຄອງສິ່ງແວດລ້ອມ ແລະ ຊັບພະຍາກອນນ້ຳ
(5) ສ້າງຄວາມເຂັ້ມແຂງໃນການປະສານງານກັບພາຍນອກ (ກອງທຶນປົກປັກຮັກສາສິ່ງແວດລ້ອມ, ທະນາຄານໂລກ, ກະຊວງ ການເງິນ, ກະຊວງ ແຜນການ ແລະ ການລົງທຶນ).
(6) ອຳນວຍຄວາມສະດວກ ໃນການຈັດຕັ້ງປະຕິບັດທິດນຳ ຂອງ ການນຳ ອຊນສ ປັບປຸງການປະສານງານ ທັງພາຍໃນແລະພາຍນອກ ໃຫ້ສອດຄ່ອງກັບລະບົບການວາງແຜນແລະຕິດຕາມກວດກາ ການຄຸ້ມຄອງສິ່ງແວດລ້ອມ ແລະ ຊັບພະຍາກອນນ້ຳ.
ໂຄງການ ດັ່ງກ່າວ ຈະປະກອບສ່ວນໃຫ້ ການປະສານງານ ແລະ ການຄຸ້ມຄອງ ສິ່ງແວດລ້ອມໃຫ້ດີຂື້ນ. |
|
LAST_UPDATED2 |