ການຍ່າງມາລາທອນ ສະເຫຼີມສະຫຼອງວັນນໍ້າໂລກ 2009 ຂອງ ອຊນສ PDF ພິມ ອີເມລ
ຂຽນໂດຍ Daravanh LUANGKHOT   
ວັນອັງຄານທີ່ 07 ເມສາ 2009 ເວລາ 15: 40


             ຂະ​ບວນ​ຍ່າງ​ມາ​ລາ​ທອນ​ ​ເພື່ອ​ສ້າງ​ຂະ​ບວນ​ການ​ສະ​ເຫຼີມ​ສະ​ຫຼອງ​ ​ເນື່ອງ​ໃນ​ໂອ​ກາດ​ວັນ​ນໍ້າ​ໂລກ​ 2009 ​ໃນ​
​ຕອນ​ເຊົ້າ​ວັນ​ທີ​ 4 ​ເມ​ສາ​ 2009 ​ນີ້​ ​ຢູ່​ທີ່​ສວນ​ປະ​ຕູ​ໄຊ​ ​ນະ​ຄອນ​ຫຼວງ​ວຽງ​ຈັນ​ ​ເຊິ່ງ​ມີ​ທ່ານ​ ​ອາ​ຊາງ​ ​ລາວ​ລີ​ ​ຮອງ​ນາ​ຍົກ​ລັດ​ຖະ​​ມົນ​ຕີ​ ​ປະ​ທານ​ອົງ​ການ​ກວດ​ກາ​ແຫ່ງ​ລັດ​ ​ທ່ານ​ນາງ​ ​ເຂັມ​ແພງ​ ​ພົນ​ເສ​ນາ​ ​ລັດ​ຖະ​ມົນ​ຕີ​ປະ​ຈຳ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​​ຕີ​ ​ຫົວ​ໜ້າ​ອົງ​ການ​ຊັບ​ພະ​ຍາ​ກອນ​ນໍ້າ ​ແລະ​ ​ສິ່ງ​ແວດ​ລ້ອມ​ ​ທ່ານ​ ​ສົມ​ວັນ​ດີ​ ​ນາ​ຖາ​ວົງ​ ​ຮອງ​ເຈົ້າ​ຄອງ​ນະ​ຄອນ​ຫຼວງ​ວຽງ​ຈັນ​ ​ມີ​​ບັນ​ດາ​ທູດ​ຕາ​ນຸ​ທູດ​ ​ຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ ​ແລະ​ ​ມວນ​ຊົນ​ທົ່ວ​ໄປ​ ​ເຂົ້າ​ຮ່ວມ​ຢ່າງ​ຫຼວງ​ຫຼາຍ​.

 



ສໍາລັບການສະເຫຼີມສະຫຼອງວັນນໍ້າໂລກປີ 2009 ນີ້ ຈັດຂຶ້ນຢ່າງຟົດຟື້ນ ແລະ ມີຫຼາຍກິດຈະກຳ ເປັນຕົ້ນ
ແມ່ນການຈັດຕັ້ງຂະບວນການຊາວໜຸ່ມ ແຕ້ມຮູບຢູ່ສວນປະຕູໄຊ ການຈັດກອງປະຊຸມວິທະຍາສາດ ແລະ ການວາງແຜນ
ສະແດງໃນຫົວຂໍ້ຕ່າງໆທີ່ກ່ຽວກັບການຄຸ້ມຄອງ ແລະນໍາໃຊ້ຊັບພະຍາກອນໃນຂອບເຂດພາຍໃນປະເທດ ແລະລະຫວ່າງຊາດ
ໂດຍຮ່ວມກັບມະຫາວິທະຍາໄລແຫ່ງຊາດ ລວມທັງຈັດການຍ່າງມາລາທອນ ຕິດປ້າຍຄໍາຂວັນໃນຂອບເຂດເທດສະບານນະ
ຄອນຫຼວງວຽງຈັນ ໂດຍມີເນື້ອໃນເພື່ອປຸກລະດົມໃຫ້ມວນຊົນ ໄດ້ຮັບຮູ້ກ່ຽວກັບຄວາມໝາຍ ຄວາມສໍາຄັນຂອງຊັບພະຍາກອນ
ນໍ້າຕິດພັນກັບຫົວຂໍ້ວັນນໍ້າໂລກໃນປີນີ້ ນອກນັ້ນຍັງມີກິດຈະກໍາທີ່ສໍາຄັນອື່ນໆ ທີ່ຈັດຂຶ້ນຢູ່ໃນແຂວງຕ່າງໆໃນຂອບເຂດທົ່ວ
ປະເທດ ເຊິ່ງສານຂອງທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວວ່າ: ນ້ຳເປັນອົງປະກອບພື້ນ
ຖານທີ່ຂາດບໍ່ໄດ້ຂອງສິ່ງທີ່ມີຊີວິດຢູ່ໃນໂລກ ຍິ່ງໄປກວ່ານັ້ນ ນໍ້າຍັງເປັນໜຶ່ງໃນຊັບພະຍາກອນຍຸດທະສາດ ອັນໜຶ່ງທີ່ປະກອບ
ສ່ວນເຂົ້າໃນການເຕີບໂຕຂອງເສດຖະກິດແຫ່ງຊາດ ເພື່ອບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ດັ່ງນັ້ນ ຮຽກຮ້ອງໃຫ້ທຸກພາກສ່ວນ ປະສານສົມທົບ ແລະ ຮ່ວມມືກັນໃນການຊຸກຍູ້ໃຫ້ມີການນຳໃຊ້ ແລະ ພັດທະນາຊັບພະຍາກອນນ້ຳ
ໃຫ້ມີປະສິດທິຜົນສູງສຸດ ມີການຄຸ້ມຄອງຊັບພະຍາກອນດັ່ງກ່າວ ໃຫ້ມີຄວາມຍືນຍົງ ເພື່ອບັນລຸເປົ້າໝາຍສະຫັດສະວັດ ແລະ
ການເຕີບໂຕຂອງເສດຖະກິດແຫ່ງຊາດ ແລະ ຫຼຸດພົ້ນອອກຈາກສະພາບດ້ອຍພັດທະນາ ໃນປີ 2010 ທ່ານຍັງໄດ້ເນັ້ນເຖິງ
ຄວາມສໍາຄັນໃນການຮ່ວມມືລະຫວ່າງປະເທດ ໃນອ່າງແມ່ນໍ້າຂອງ ເພື່ອຮ່ວມກັນພັດທະນາຊັບພະຍາກອນນໍ້າແບບຍືນຍົງ
ໂດຍຕິດພັນຢ່າງສະໜິດແໜ້ນ ກັບຄວາມຮັບຜິດຊອບຕໍ່ຜົນກະທົບຕ່າງໆ ທີ່ອາດຈະເກີດຂຶ້ນຈາກການພັດທະນາແນໃສ່ເຮັດ
ໃຫ້ ສປປ ລາວ ກໍຄືຂົງເຂດອ່າງແມ່ນໍ້າຂອງ ມີສັນຕິພາບ ສະເຖຍລະພາບ ແລະ ວັດທະນາຖາວອນ ປະຊາຊົນໄດ້ຮັບຜົນປະ
ໂຫຍດສູງສຸດ ພ້ອມດຽວກັນ ທ່ານຍັງໄດ້ຮຽກຮ້ອງປວງຊົນລາວທັງຊາດ ຈົ່ງເພີ່ມທະວີຄວາມສາມັກຄີເປັນເອກະພາບ ສືບຕໍ່
ເຂົ້າຮ່ວມຂະບວນການສ້າງປະເທດລາວ ໃຫ້ເປັນປະເທດ ສີຂຽວ ສະອາດ ແລະ ງາມຕາ ເພື່ອປະກອບສ່ວນເຂົ້າໃນການຍົກ
ສູງຄຸນະພາບຊີວິດຂອງປວງຊົນລາວທັງຊາດ ພ້ອມທັງປົກປັກຮັກສາສິ່ງແວດລ້ອມ ໃຫ້ມີຄວາມປອດໃສຕະຫຼອດໄປ.