ກອງປະຊຸມກຳມະບານ ຂອງ ອຊນສ ຄັ້ງປະຖົມມະລຶກ PDF ພິມ ອີເມລ
ຂຽນໂດຍ Daravanh LUANGKHOT   
ວັນອັງຄານທີ່ 28 ເມສາ 2009 ເວລາ 10: 52

 

ໃນຕອນບ່າຍຂອງວັນທີ 24/04/2009 ເວລາ 13:00 ທີ່ຫ້ອງປະຊຸມໃຫຍ່ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຈັດໃຫ້ມີກອງປະຊຸມກຳມະບານຂອງ ອຊນສ ຄັ້ງປະຖົມມະລຶກຂຶ້ນ, ໂດຍການເປັນປະທານຂອງທ່ານ ສີສະຫວັດ ວິທະໄຊ ຮອງ ຫົວໜ້າ ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ. ກອງປະຊຸມດັ່ງກ່າວແມ່ນໄດ້ມີການສະຫຼຸບຜົນງານ ແລະ ເຜີຍແຜ່ວຽກງານສົກປີ 2008-2009, ແລະ ຮັບເອົາສະມາຊິກກຳມະບານໃໝ່ຈຳນວນ 26 ສະຫາຍ. ໃນພິທີໄດ້ມີການອ່ານຂໍ້ຕົກລົງແຕ່ງຕັ້ງຄະນະສະຫະພັນກຳມະບານ, ສະຫຼຸບແຜນການປີ 2007-2008 ແລະ ຜ່ານແຜນການສົກປີ 2008-2009, ຕໍ່ມາ ກໍ່ມີການສະເໜີລາຍຊື່ສະມາຊິກກຳມະບານ ແລະ ການແບ່ງປັນຈຸກຳມະບານ ພ້ອມທັງການເສຍເງິນສະຕິ ຂອງແຕ່ລະຈຸ ແຕ່ລະໜ່ວຍ, ຈາກນັ້ນ ກໍ່ໄດ້ຮັບຟັງຄຳໂອວາດຂອງທ່ານ ສີສະຫວັດ ວິທະໄຊ, ສຸດທ້າຍ ທ່ານ ນ. ມອນມະນີ ຍ່ອຍບົວກ່ອງ ປະທານ ກຳມະບານຮາກຖານ ອຊນສ, ຫົວໜ້າຫ້ອງການ ອຊນສ ຮັບຄຳໂອວາດ ແລະ ປິດກອງປະຊຸມໃນວັນດຽວກັນນັ້ນ.

ທ່ານ ນ. ມອນມະນີ ຍ່ອຍບົວກ່ອງ ປະທານກຳມະບານຮາກຖານ, ຫົວໜ້າ ຫ້ອງການ ອຊນສ ຂຶ້ນຮັບຄຳໂອວາດ
ປະທານ ໃນພິທີ
ຄະນະກຳມະບານ
ສະມາຊິກກຳມະບານ ແລະ ບັນດາຜູ້ເຂົ້າຮ່ວມກອງປະຊຸມ