ການພັດທະນາອ່າງຮັບນ້ຳ-ນ້ຳງື່ມ ໄດ້ຮັບຜົນຕອບແທນສູງ PDF ພິມ ອີເມລ
ຂຽນໂດຍ Som Oula YAPHICHIT   
ວັນພຸດທີ່ 06 ພຶດສະພາ 2009 ເວລາ 14: 18

 

ວັນທີ 5 ພຶດສະພາ 2009 ນີ້ ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ໄດ້ ຈັດກອງປະຊຸມພາຍໃຕ້ຫົວຂໍ້ ການຄຸ້ມຄອງຊັບພະຍາກອນນ້ຳຢູ່ໃນ ສປປ ລາວ ຜົນງານໂຄງການ ອ່າງແມ່ນ້ຳງື່ມ ແລະ ແຜນງານຮ່ວມມືໃນຂັ້ນຕໍ່ໄປ ຂຶ້ນທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍເປັນປະທານຮ່ວມລະຫວ່າງທ່ານນາງ ເຂັມແພງ ພົນເສນາ ລັດຖະມົນຕີ ຫົວໜ້າອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ແລະ ທ່ານເອກອັກຄະລັດຖະທູດຝຣັ່ງ ປະຈຳລາວ ທ່ານຜູ້ຕາງໜ້າ ທະນາຄານພັດທະນາອາຊີ ປະຈຳລາວ ເຊິ່ງມີບັນດາທ່ານທີ່ກ່ຽວຂ້ອງຈາກແຂວງ ກະຊວງ ອົງການຈັດຕັ້ງສາກົນປະຈຳລາວ ພະນັກງານວິຊາການຈາກໂຄງການເຂົ້າຮ່ວມ.

ກອງປະຊຸມພາຍຫຼັງໄດ້ຮັບຟັງການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດໂຄງການພັດທະນາອ່າງຮັບນ້ຳ-ນ້ຳງື່ມ ຕັ້ງແຕ່ຕົ້ນຈົນຮອດປັດຈຸບັນ ແລະ ທິດທາງແຜນການຮອດປີ 2010 ຈາກວິຊາການໂຄງການ.

ໂຄງການພັດທະນາອ່າງຮັບນ້ຳ-ນ້ຳງື່ມ ໄດ້ຮັບແຫຼ່ງທຶນຈາກ 4 ພາກສ່ວນ ຄື: ທຶນຊ່ວຍເຫຼືອລ້າອົງການພັດທະນາປະເທດຝຣັ່ງ AFD 5,3 ລ້ານໂດລາສະຫະລັດ ທຶນກູ້ຢືມຈາກທະນາຄານພັດທະນາອາຊີ (ADB) 15 ລ້ານໂດລາທຶນສົມທົບລັດຖະບານລາວ 4,2 ລ້ານໂດລາ ແລະ ທຶນຊ່ວຍເຫຼືອລ້າ (JFPR) 0,53 ລ້ານໂດລາ ຈຸດປະສົງຂອງໂຄງການໄລຍະຍາວ ແມ່ນການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນນ້ຳໃນເຂດອ່າງຮັບນ້ຳ-ນ້ຳງື່ມແບບຍືນນານ ແລະເກີດປະໂຫຍດສູງສຸດ ແລະ ຈຸດປະສົງສະເພາະໜ້າມີ 2 ປະການຄື: ໜຶ່ງ ຊຸກຍູ້ສົ່ງເສີມ ແລະ ຄຸ້ມຄອງຊັບພະຍາກອນນ້ຳ ໃຫ້ເປັນລະບົບ ຫຼື ຕົວແບບ ແລະ ສອງ ຊຸກຍູ້ສົ່ງເສີມ ແລະ ດຶງດູດການລົງທຶນເຂົ້າໃນເຂດພື້ນທີ່ທີ່ຊຸດໂຊມ ຫຼື ຕອນເທິງຂອງອ່າງ ເພື່ອຟື້ນຟູ ແລະ ຮັກສາຍອດນ້ຳ ຮັບປະກັນການຄຸ້ມຄອງ ແລະ ນ້ຳໃຊ້ຊັບພະຍາກອນນ້ຳແບບຍືນນານ ປະກອບສ່ວນໃນການປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນບັນດາເຜົ່າຜູ້ທຸກຍາກ ໃຫ້ດີຂຶ້ນເທື່ອລະກ້າວ.

ຂອບເຂດໂຄງການກວມເອົາ 3 ແຂວງຄື: ແຂວງຊຽງຂວາງ ວຽງຈັນ ແລະ ແຂວງຫຼວງພະບາງ ແລະ ນະຄອນ ຫຼວງວຽງຈັນ ໂຄງການດັ່ງກ່າວ ເລີ່ມມາແຕ່ວັນທີ 7 ກຸມພາ 2003 ເຖິງວັນທີ 30 ມີນາ 2009 ລວມທັງໝົດ 6 ປີ ຫຼືປະມານ 74 ເດືອນ ຜົນໄດ້ຮັບຂອງໂຄງການກຳລັງການຜະລິດໄຟຟ້າ ເພີ່ມຂຶ້ນເປັນ 20 ກິໂລວັດໂມງຕໍ່ປີ ຫຼື ເທົ່າກັບ 6 ແສນໂດລາ ຕໍ່ປີ ຫຼຸດຜ່ອນໄພນ້ຳຖ້ວມຢູ່ເຂດໃຕ້ເຂື່ອນ 2.000 ເຮັກຕາ ຜົນຜະລິດເຂົ້າເພີ່ມຂຶ້ນ 33% (ທຽບໃສ່ໄລຍະກ່ອນເລີ່ມຕົ້ນໂຄງການ) ເຊິ່ງການຕາຍຂອງສັດຫຼຸດລົງ 40% ອັດຕາການເຕີບໂຕຂອງສັດລ້ຽງປະເພດງົວ-ຄວາຍເພີ່ມຂຶ້ນ 20% ຈຳນວນໝູ ແລະ ລູກໝູເພີ່ມຂຶ້ນ 50% ລາຍໄດ້ຕໍ່ຄອບຄົວເພີ່ມຂຶ້ນ 60-80% ໃນຈຳນວນ 10.000 ຄອບຄົວ ໃນປີ 2011 ຫຼື 10% ຕໍ່ປີ ຟື້ນຟູປ່າຊຸດໂຊມ-ປູກປ່າ 9.000 ເຮັກຕາ ຫຼື 1.300 ເຮັກຕາຕໍ່ປີ ເນື້ອທີ່ການຖາງປ່າເຮັດໄຮ່ຫຼຸດລົງ 25.000 ເຮັກຕາ ຫຼື 3.500 ເຮັກຕາຕໍ່ປີ.