|
AFD ມອບພາຫະນະ ແລະ ອຸປະກອນໃຫ້ ອຊນສ |
|
|
|
|
ຂຽນໂດຍ Som Oula YAPHICHIT
|
|
ວັນພະຫັດທີ່ 07 ພຶດສະພາ 2009 ເວລາ 10: 55 |
|

ພິທີມອບ-ຮັບພາຫະນະ ແລະ ອຸປະກອນໃຫ້ແກ່ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ (ອຊນສ) ແລະ ຫ້ອງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ 5 ແຂວງ ຄື: ແຂວງ ວຽງຈັນ ຊຽງຂວາງ ຫຼວງພະບາງ ບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ ໃນອ່າງນ້ຳງື່ມ ເພື່ອປະຕິບັດກິດຈະກຳການຄຸ້ມຄອງຊັບພະຍາກອນນ້ຳ ແບບປະສົມປະສານ ໃນ ສ ປ ປ ລາວ ໄດ້ມີຂຶ້ນຕອນແລງວັນທີ 5 ພຶດສະພາ 2009 ນີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ລະຫວ່າງອົງການ ຝຣັ່ງ ເພື່ອການພັດທະນາ (AFD) ກັບພາກສ່ວນດັ່ງກ່າວ.
ການມອບ-ຮັບພາຫະນະ ແລະ ອຸປະກອນຄັ້ງນີ້ ກ່າວມອບຕາງໜ້າໃຫ້ອົງການຝຣັ່ງ ເພື່ອການພັດທະນາແມ່ນ ທ່ານ ຝຣັ່ງຊົວ ເຊນີໂມ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ແລະກ່າວຮັບຕາງໜ້າໃຫ້ລັດຖະບານລາວແມ່ນທ່ານ ນາງ ເຂັມແພງ ພົນເສນາ ລັດຖະມົນຕີ ຫົວໜ້າອົງການຊັບພະຍາກອນນ້ຳ ແລະ ຫ້ອງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ 5 ແຂວງຕໍ່ ຕາງໜ້າຮັບອຸປະກອນດັ່ງກ່າວ ມີບັນດາທ່ານຮອງເຈົ້າແຂວງ ຫົວໜ້າກົມ ແລະຫົວໜ້າຫ້ອງການຊັບ ພະຍາກອນນ້ຳ ແລະ ສິ່ງແວດລ້ອມ.
ພາຫະນະ ແລະ ອຸປະກອນທີ່ທາງອົງການຝຣັ່ງ ເພື່ອການພັດທະນາມອບໃຫ້ຄັ້ງນີ້ ມີລົດໂຕໂຢຕາໄຮລັກ ຈຳນວນ 4 ຄັນ ລົດຈັກຮອນດ້າເວບ 30 ຄັນ ນອກນີ້ຍັງມີຄອມພິວເຕີ ເຄື່ອງສາຍ ໂປແຈກເຕີ ກ້ອງຖ່າຍຮູບ ໂທລະສັບ ແລະ ອຸປະກອນອື່ນໆທີ່ຈຳເປັນຈຳນວນໜຶ່ງ ລວມມູນຄ່າທັງໝົດ 331.846 ໂດລາສະຫະລັດ.
ມາຮອດປັດຈຸບັນ ກົມຊັບພະຍາກອນນ້ຳ ພາຍໃຕ້ການຊ່ວຍເຫຼືອຂອງອົງການຝຣັ່ງ ເພື່ອການພັດທະນາແລະ ທະນາຄານພັດທະນາອາຊີ ໃນກອບຂອງອົງປະກອບທີໜຶ່ງຂອງໂຄງການນ້ຳງື່ມ ກ່ຽວກັບການຄຸ້ມຄອງ ຊັບພະຍາກອນນ້ຳ ແບບປະສົມປະສານ ໄດ້ຈັດຕັ້ງປະຕິບັດກິດຈະກຳຕ່າງໆຂອງໂຄງການ ເພື່ອສ້າງແບບແຜນການວາງແຜນ ແລະ ການຄຸ້ມຄອງ ຊັບພະຍາກອນນ້ຳ ແບບປະສົມປະສານ ຢູ່ໃນອ່າງນ້ຳງື່ມຈະແມ່ນແຜນທຳອິດ ກ່ຽວກັບອ່າງແມ່ນ້ຳ ແລະ ແຜນດັ່ງກ່າວ ຈະຖືກນຳເອົາໄປປະຕິບັດເປັນຕົວແບບຢູ່ໃນແມ່ນ້ຳອື່ນໆໃນທົ່ວປະເທດ ແນ່ນອນວ່າ ຍັງມີວຽກຫຼາຍອັນຍັງຄ້າງຄາທີ່ຈະຕ້ອງ ປະຕິບັດໃຫ້ສຳເລັດຢູ່ໃນລະດັບກົມຊັບພະຍາກອນນ້ຳ ແລະ ຢູ່ໃນລະດັບແຂວງ ພາຫະນະ ແລະ ອຸປະກອນທີ່ໄດ້ຮັບໃນຄັ້ງນີ້ ຈະຊ່ວຍ ໃຫ້ພວກເຮົາປະຕິບັດວຽກງານໄດ້ຢ່າງສະດວກ ແລະ ຢ່າງວ່ອງໄວ
|