ປາຈຳນວນຫຼາຍແສນໂຕຕາຍ ຍ້ອນຜົນກະທົບຈາກນ້ຳເປື້ອນຈາກໂຮງງານ PDF ພິມ ອີເມລ
ຂຽນໂດຍ Daravanh LUANGKHOT   
ວັນຈັນທີ່ 25 ພຶດສະພາ 2009 ເວລາ 10: 20

ອຳນາດການປົກຄອງບ້ານນາທາມ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ນຳພາສື່ມວນຊົນລົງໄປກວດກາເບິ່ງສະພາບການຕົວຈິງ ທີ່ມີປາຕາຍຈຳ ນວນຫຼາຍ ທີ່ເກີດຂຶ້ນໃນບໍລິເວນໜອງຫານ ຂອບເຂດບ້ານດັ່ງກ່າວ ໃນວັນທີ 21 ພຶດສະພາ 2009 ນີ້ ໜອງຫານມີເນື້ອທີ່ປະມານ 210 ເຮັກຕາ ໃນນີ້ ມີເຂດ ອະນຸຮັກສັດນ້ຳ ປະມານ 6 ເຮັກຕາ ເປັນໜອງນ້ຳທຳມະຊາດ ທີ່ມີຄວາມອຸດົມສົມບູນແຫ່ງໜຶ່ງ ທັງເປັນທີ່ຢູ່ອາໄສຂອງ ປູ ປາ ກຸ້ງ ຫອຍ ໃຫຍ່ນ້ອຍຫຼາຍຊະນິດ ແລະ ເປັນແຫຼ່ງທຳມາຫາກິນທີ່ອຸດົມສົມບູນທີ່ສຸດ ຂອງປະຊາຊົນຈຳນວນຫຼວງຫຼາຍ ໃນບໍລິເວນດັ່ງກ່າວ ໂດຍສະເພາະແມ່ນ ບ້ານນາທາມ ແລະ ບ້ານ ນາຊອນ ແຕ່ມາຮອດປັດຈຸບັນ ໜອງນ້ຳດັ່ງກ່າວ ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ຈາກນ້ຳເປື້ອນທີ່ ໄຫຼອອກຈາກ ໂຮງງານຜະລິດແປ້ງມັນຕົ້ນອິນໂດໄຊນາ ຕັ້ງຢູ່ບ້ານນາຊອນ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ທີ່ປ່ອຍໄຫຼຜ່ານ ຫ້ວຍກອຍແລ້ວໄຫຼ່ສູ່ ໜອງຫານ ມີຄວາມຍາວປະມານ 4 ກິໂລແມັດ ເຊິ່ງໄດ້ເຮັັດໃຫ້ນ້ຳທີ່ເຄີຍອຸດົມສົມບູນ ເນົ່າເໝັນ ປູ ປາ ຫອຍ ແລະ ອື່ນໆ ໂດຍສະເພາະເຂດອະນຸຮັກ ປາຈຳນວນຫຼາຍແສນໂຕຕາຍຟູນ້ຳ ຢ່າງທີ່ເຫັນໃນພາບ ເຊິ່ງເລີ່ມຕາຍມາໄດ້ 2 ມື້ແລ້ວ ມື້ນີ້ເປັນມື້ທີ 3 ແລະ ຍັງຈະສືບຕໍ່ຕາຍຫຼາຍຂຶ້ນ ຖ້າບໍ່ມີການປັບ ປຸງແກ້ໄຂໂດຍໄວ ແລະ ມັນຈະສົ່ງຜົນກະທົບຢ່າງຮ້າຍແຮງໂດຍກົງ ຕໍ່ການທຳມາຫາກິນປະຊາຊົນ ເຊິ່ງສ່ວນໃຫຍ່ແມ່ນຢຶດຖືອາຊີບຫາປາ ນອກນີ້ຍັງ ຈະມີຜົນກະທົບຕໍ່ສັດລ້ຽງ ສິ່ງທີ່ມີຊີວິດຢູ່ອ້ອມຂ້າງ ແລະ ຕໍ່ປະຊາຊົນໃນປັດຈຸບັນ ແລະ ຕໍ່ໜ້າ ເພາະວ່າໜອງດັ່ງກ່າວ ເມື່ອມີນ້ຳຂຶ້ນອີກ ມັນຈະໄຫຼລົງສູ່ ນ້ຳງື່ມ ແລະ ຈະໄຫຼລົງສູ່ນ້ຳຂອງ ເຊິ່ງມັນຍິ່ງຈະສົ່ງຜົນຮ້າຍ ແຮງເປັນບໍລິເວນກວ້າງອີກ.
ດັ່ງນັ້ນ ທາງອຳນາດການປົກຄອງ ບ້ານຈຶ່ງຂໍສະເໜີ ມາຍັງພາກສ່ວນກ່ຽວຂ້ອງ ໃຫ້ມາແກ້ໄຂໄວທີ່ສຸດຍິ່ງເປັນການດີ ທາງທີ່ດີ ແມ່ນຢາກໃຫ້ໂຮງງານ ຢຸດເຊົາຜະລິດຊົ່ວຄາວ ແລະ ຄວນທົດແທນຄ່າເສ່ຍຫາຍຄືນ ເພາະວ່າຜ່ານມາທາງອຳນາດການປົກຄອງບ້ານໄດ້ສະເໜີຕໍ່ເມືອງ ເມືອງກໍໄດ້ສະເໜີ ຕໍ່ ນະຄອນຫຼວງ ແລະ ກໍໄດ້ລົງມາກວດກາຫຼາຍຄັ້ງແລ້ວ ແຕ່ກໍຍັງບໍ່ໄດ້ຮັບການແກ້ໄຂເລີຍ.